Breaking News

ແຟນໆແຫ່ຄອມເມັ້ນ! ສະແດງຄວາມຍິນດີ ແອບເປີ້ນ-ຟຣຸກ ໄດ້ຮັບຂ່າວດີເລື່ອງລູກ

ແບ່ງປັນ

ຫຼັງຈາກທີ່ລຸ້ນກັນມາດົນເຕີບ ຜິດຫວັງກັນໄປຫຼາຍຮອບ ຫຼ້າສຸດ ແອບເປີ້ນ ສີສະຫງຽນ ແລະ ຟຣຸກ ຈິຣະ ຄູູ່ຮັກສາວລາວ-ບ່າວໄທ ກໍໄດ້ອອກມາເປີດເຜີຍຂ່າວດີວ່າ ແອັບເປີ້ນຖືພາແລ້ວ ພ້ອມໂຊຜົນກວດໃຫ້ແຟນໆໄດ້ອັບເດດ ແລະ ຍັງເປັນຂອງຂວັນອັນສຸດພິເສດໃຫັແກ່ ຟຣຸກ ຈິຣະ ເພາະເປັນວັນເກີດຂອງເພິ່ນອີກດ້ວຍ.

ແລະ ຍັງບໍ່ໝົດແຕ່ພຽງເທົ່ານັ້ນ ເພາະຫຼັງຈາກທັງສອງໄດ້ເປີດເຜີຍຂ່າວດີ ເຮັດໃຫ້ມີບັນດາແຟນຄລັບຈາກສອງປະເທດເຂົ້າໄປກົດໄລ້ ກົດແຊຣ ແລະ ສະແດງຄວາມຍິນດີກັນຢ່າງຫຼວງຫຼາຍ

(ຢ່າງໃດ! ກໍຂໍສະແດງຄວາມຍິນດີກັບ ແອບເປີ້ນ ສີສະຫງຽນ ແລະ ຟຣຸກ ຈິຣະ  ນຳຫຼາຍໆເລີຍເດີ້)

ຮູບພາບ: Appleminiberry

ແບ່ງປັນ