Breaking News

ຍ້ອນຫຍັງ Kylie Jenner ຈຶ່ງຂຶ້ນແທ່ນມະຫາເສດຖີພັນລ້ານ ໃນໄວອາຍຸພຽງ 21ປີ?

ແບ່ງປັນ

ປັດຈຸບັນໂລກປ່ຽນໄປ ອາຍຸຍັງນ້ອຍກໍສາມາດເປັນມະຫາເສດຖີໄດ້ ຫຼ້າສຸດມີການເປີດເຜີຍຈາກ Forbes ວ່າ ໄຄລີ່ ເຈນເນີ (Kylie Jenner) ຂຶ້ນແທ່ນມະຫາເສດຖີພັນລ້ານໂດລ່າ ໃນໄວອາຍຸພຽງ 21ປີ.

ໄຄລີ່ ເຈນເນີ ເປັນໜຶ່ງໃນສະມາຊິກຕະກູນ ຄາເດຊ່ຽນ ທີ່ແຟນໆຫຼາຍໆທ່ານອາດຈະຮູ້ ເພາະມີຄວາມໂດ່ງດັງມາຈາກຄວາມງາມ ແລະ ຄວາມເລີດຫລູຂອງສາວໆບ້ານນີ້ ແຕ່ວ່າການຂຶ້ນແທ່ນເປັນເສດຖີອາຍຸນ້ອຍຂອງນາງໃນເທື່ອນີ້ ບໍ່ແມ່ນຍ້ອນວ່ານາງມາຈາກຕະກູນລໍ້າລວຍ ແຕ່ນັ້ນມາຈາກ ໄຄລີ່ ເຮັດແບຣນເຄື່ອງສຳອາງເປັນຂອງຕົວເອງ ແລະ ປະສົບຄວາມສຳເລັດຈົນເປັນທີ່ຍອມຮັບຂອງສາວໆທົ່ວໂລກ…

ໄຄລີ່ ຕັດສິນໃຈນຳເຄື່ອງສຳອາງແບຣນຂອງຕົວເອງໄປຂາຍທີ່ຮ້ານ Ulta ເຊິ່ງເປັນຮ້ານຂາຍເຄື່ອງສຳອາງທີ່ມີສາຂາຢ່າງຫຼວງຫຼາຍ ຈາກແຕ່ກ່ອນແມ່ນນາງຈະໃຊ້ວິທີຂາຍຜ່ານຊ່ອງທາງອອນລາຍ ແລະ ຈະມີໜ້າຮ້ານນ້ອຍໆຂອງແບຣນຕົວເອງຈາກບໍ່ພຽງເທົ່າໃດສາຂາ ເຮັດໃຫ້ 6ອາທິດຫຼັງຈາກວາງຂາຍທີ່ Ulta ແລະ ສາມາດຂາຍສິນຄ້າໄດ້ເຖິງ 54.5 ລ້ານໂດລ່າ  ແບບນີ້ບໍ່ຕ້ອງສົງໃສໄປເລີຍວ່າເປັນຫຍັງໄຄລີ່ຈຶ່ງເປັນມະຫາເສດຖີໃນໄວພຽງ 21 ປີ

ລາຍໄດ້ຈາກແບຣນໄຄລີ່ເພີ່ມຂຶ້ນເຖິງ 9% ຫຼືປະມານ 361 ລ້ານໂດລ່າ ຫຼັງຈາກວາງຂາຍທີ່  Ulta ເຊິ່ງ Forbes ຍັງມີການຄຳນວນອອກມາແບບຄ່າວໆວ່າ ຜົນປະກອບການຂອງບໍລິສັດໄຄລີ່ ສະເລ່ຍ 900 ລ້ານໂດລ່າ ແລະ ໄຄລີ່ກໍເປັນເຈົ້າຂອງແບຣນແຕ່ພຽງໜຶ່ງດຽວ ດັ່ງນັ້ນຊັບສິນສະເລ່ຍປະມານ 1ພັນລ້ານໂດລ່າ ກັນເລີຍເດີ້ແຟນໆ… (ວ້າວ ວ້າວ ວ້າວວວ)

“ຂ້ອຍບໍ່ໄດ້ຄາດຫວັງຫຍັງ ແລ້ວຂ້ອຍກໍ່ບໍ່ອາດຈະຮູ້ອະນາຄົດທາງໜ້າໄດ້ ແຕ່ເມື່ອໄດ້ຮັບຜົນຕອບຮັບທີ່ດີແບບນີ້ ຂ້ອຍກໍ່ຮູ້ສຶກມີຄວາມສຸກຫຼາຍ” ໄຄລີ່ກ່າວ

ແບຣນ ໄຄລີ່ ກໍ່ຕັ້ງເມື່ອປີ 2015 ແລະ ຍ້ອນມີຄົນຕິດຕາມໃນ ອິນສະຕາແກຣມ ເຖິງ 129 ລ້ານຄົນ ຈຶ່ງເຮັດໃຫ້ເລື່ອງການຕະຫຼາດໃນການໂປໂໝດສິນຄ້າຂອງນາງເປັນໄປໄດ້ແບບສະບາຍໆ.

ເປັນແນວໃດແດ່? ໄດ້ຮູ້ເຖິງສາເຫດການຂຶ້ນແທ່ນເປັນມະຫາເສດຖີຂອງ ໄຄລີ່ ເຈນເນີ່ ໄປແລ້ວ ຫວັງວ່າແຟນໆຄົງຈະໄດ້ແຮງບັນດານໃຈດີໆ ຈາກສາວທີ່ທັງເກັ່ງ ທັງງາມຄົນນີ້ໄປຕໍ່ຍອດ ເພື່ອພັດທະນາຕົວເອງໃຫ້ປະສົບຜົນສຳເລັດ ແລະ ບັນລຸເປົ້າໝາຍທີ່ຕັ້ງໄວ້ຕໍ່ໄປ.

ທີ່ມາ: Forbes

ຮູບພາບ: kyliejenner

ແບ່ງປັນ