Breaking News

ມາຮູ້ຈັກກັບ! Liu Wen ນາງແບບຈາກ Victoria secret  ຄົນທຳອິດຂອງອາຊີກັບ Life style ທີ່ສຸດແສນຈະ…

ແບ່ງປັນ

ຫລິວ ເຫວິ່ນ (Liu Wen) ນາງແບບຈາກ Victoria secret ນາງໃຫ່ຍມາຈາກຄອບຄົວຊົນຊັ້ນກາງຈາກຄອບຄົວຊາວຈີນ ແຕ່ໂຊກດີທີ່ພໍ່ແມ່ຂອງນາງສະໜັບສະໜຸນໃຫ້ລູກໄດ້ປະກວດໃນເວທີເດີນແບບຕ່າງໆ ໄດ້ຮັບລາງວັນຫຼາຍເວທີ ເຊິ່ງການເຂົ້າສູ່ແວດວົງນາງແບບ ປ່ຽນຊີວິດຂອງສາວຄົນນີ້ໄປທັນທີ ເພາະກ່ອນທີ່ຈະມາເປັນນາງແບບ ຫລິວ ເຫວິ່ນ ຕ້ອງເຮັດວຽກ Part Times ເປັນໄກ້ນຳທ່ຽວ ເນື່ອງຈາກຈົບການສຶກສາດ້ານທ່ອງທ່ຽວ.

victoriassecret_liuwenlw_model_nan_00

Liu Wen  ມີລວງສູງເຖິງ 180 ຊັງຕີແມັດ ກ້າວເຂົ້າສູ່ວົງການແຟຊັ່ນລະດັບໂລກໃນປີ 2007 ກ່ອນທີ່ຈະໄດ້ເດີນແບບໃນງານແຟຊັ່ນວີກ ທັງທີ່ ລອນດອນ ມິລານ ປາຣີສ ແລະ ນິວຍອກ ໃຫ້ກັບແບຣນດັງລະດັບໂລກເຊັ່ນ Burberry, Chanel, Jean Paul Gaultier, Hermes, Benetton และ Diane von Furstenberg  ລວມເຖິງການຂຶ້ນປົກຕ່າງໆອີກຢ່າງຫຼວງຫຼາຍ

ພໍມາຮອດປີ 2009 ຊື່ຂອງ Liu Wen ຖືກເວົ້າຫາຫຼາຍທີ່ສຸດ ເພາະເປັນນາງແບບຊາວອາຊີຄົນທຳອິດທີ່ເດີນແບບໃຫ້ກັບ Victoria”s Secret  ໃນຕອນນັ້ນນາງຍັງຮູ້ສຶກຕົກໃຈ ບໍ່ຄິດວ່າຈະໄດ້ຮັບໂອກາດນີ້ ແຕ່ຍ້ອນຄວາມທຸ່ມເທ ແລະ  ສະເໜ່ທີ່ມີສະເພາະຕົວ ຈຶ່ງເຮັດໃຫ້ມີຄວາມໂດດເດັ່ນແລະເດີນແບບເທິງເວທີນີ້ຕິດຕໍ່ກັນເຖິງ 4ປີ ແລະ ດ້ວຍຄວາມທີ່ນາງມີວຽກດ້ານເດີນແບບຫຼາຍ ຈຶ່ງກາຍເປັນນາງແບບອາຊີຄົນທຳອິດທີ່ຕິດອັນດັບ 5 ຈາກ Top 10 ນາງແບບທີ່ມີລາຍໄດ້ຫຼາຍທີ່ສຸດ ຈາກການຈັດອັນດັບຂອງ Forbes

ເຖິງແມ່ນວ່າລາຍໄດ້ຈະມະຫາສານປານໃດ ແຕ່ໃນຊີວິດຈິງຂອງ Liu Wen ກັບບໍ່ໄດ້ໃຊ້ເງິນຫຼາຍຈົນໂອເວີ້ ເຊິ່ງຖ້າແຟນໆຄົນໃດທີ່ຕິດຕາມນາງທາງອິນສະຕຣາແກຣມ ກໍຈະເຫັນການໃຊ້ຊີວິດທີ່ລຽບງ່າຍ ແລະ ຕິດດິນ ນາງມັກເດີນທາງທ່ອງທ່ຽວໄປໃນສະຖານທີ່ຕ່າງໆທີ່ເຕັມໄປດ້ວຍທຳມະຊາດ ທະເລ ນໍ້າຕົກ… 

victoriassecret_liuwenlw_model_nan_10victoriassecret_liuwenlw_model_nan_09

victoriassecret_liuwenlw_model_nan_08

victoriassecret_liuwenlw_model_nan_11

victoriassecret_liuwenlw_model_nan_15

victoriassecret_liuwenlw_model_nan_16

victoriassecret_liuwenlw_model_nan_18

victoriassecret_liuwenlw_model_nan_17

ສັງເກດໄດ້ເລີຍວ່າ Liu Wen ມີ  Life style ການໃຊ້ຊີວິດແບບລຽບງ່າຍທີ່ສຸດ…!

ຮູບພາບ : liuwenlw

ແບ່ງປັນ