Breaking News

ຮູ້ຫຼືບໍ່! ຕົ້ນກຳເນີດຂອງ ກາເຟ ມີທີ່ໄປທີ່ມາແນວໃດ?

ແບ່ງປັນ

“ຈາກເບ້ຍກາເຟອ່ອນໆ ປູກໃນທີ່ດິນທີ່ສົມບູນທີ່ສຸດແຫ່ງໜື່ງໃນໂລກ ພູພຽງບໍລິເວນ ທີ່ດິນແຫ່ງນີ້ເປັນດິນ ພູເຂົາໄຟ ໃນແຫຼມອິນດູຈີນ ທີ່ສະຫງົບລົງແລ້ວ ສິ່ງທີ່ເຫຼືອໄວ້ແມ່ນແຮ່ທາດ ພູເຂົາໄຟ ແລະ ຄວາມອຸດົມສົມບູນຂອງພື້ນດິນ ມີອາກາດບໍລິສຸດທີ່ຊ່ວຍໃຫ້ພືດຫຼາຍໆຊະນິດເຕີບໂຕຢ່າງສົມບູນແບບ ໂດຍສະເພາະແມ່ນ “ກາເຟ”

ດ້ວຍວິທີຊີວິດດັ່ງກ່າວ ເຮັດໃຫ້ປະຊາຊົນເຂດພູພຽງບໍລະເວນສ່ວນຫຼາຍກາຍເປັນຊາວເສດຖະກອນປູກກາເຟຫຼາຍທີ່ສຸດ ນັບຕັ້ງແຕ່ນັ້ນເປັນເວລາດົນນານພໍສົມຄວນ ເຮັດໃຫ້ໄດ້ການຮຽນຮູ້ ແລະ ສາມາດປູກກາເຟໄດ້ເກັ່ງ ຜົນທີ່ໄດ້ເປັນການເອກອ້າງ ມີຄວາມເປັນເອກະລັກ ມີຄຸນນະພາບ ແລະ ຄວາມປອດໄພກ່ອນທີ່ຈະສົ່ງເມັດກາເຟອອກໄປຫຼາຍປະເທດໃນທົ່ວໂລກ ປີໜຶ່ງຫຼາຍຮ້ອຍໂລ ສາມາດສ້າງລາຍໄດ້ປີໜຶ່ງກໍ່ຄື ການພັດທະນາເສດຖະກິດຂັ້ນສູງສຸດຂອງລາວ ນີ້ແມ່ນຫນຶ່ງໃນຄວາມພາກພູມໃຈຂອງປະຊາຊົນລາວທີ່ສາມາດສົ່ງອອກຜະລິດຕະພັນກະສິກໍາ ແລະ ໄດ້ຮັບການຮັບຮູ້ຈາກສາກົນ.

ໃນຄວາມເປັນຈິງແລ້ວແຕ່ກ່ອນຄົນລາວບໍ່ດື່ມກາເຟ ແຕ່ຍ້ອນອານານິຄົມຂອງປະເທດຝຣັ່ງ ວັດທະນະທໍາການດື່ມກາເຟເລີ່ມຕົ້ນແຜ່ຂະຫຍາຍ. ປະຊາຊົນລາວກ້າວໄປຮຽນຮູ້ການດື່ມກາເຟແລະໃນເວລານັ້ນຝຣັ່ງໄດ້ນໍາເອົາຫມາກກາເຟມາໃຫ້ລາວ. ພວກເຂົາເລີ່ມຄົ້ນຫາບ່ອນທີ່ປູກກາເຟທີ່ເຫມາະສົມທີ່ສຸດ. ຈົນໄດ້ມາພົບຂຸມຊັບຂອງທໍາມະຊາດໃນດິນແດນແຫ່ງນີ້ທີ່ຮາບສູງ ພູພຽງບໍລິເວນ

ຜ່ານມາຫຼາຍຊ່ວງອາຍຸຄົນ ຄົນລາວເລີ່ມດື່ມກາເຟຫຼາຍຂື້ນ ເລີ້ມໃຫ້ຄວາມສົນໃຈ ແລະ ຖືເປັນສະຕາຍທີ່ບົ່ງບອກເຖິງຣົດສະນິຍົມ ເມນູທີ່ນິຍົມຫຼາຍແມ່ນ ກະເຟບູຮານ ຄົນລາວເອີ້ນວ່າ ໂອລ້ຽງ ຕໍ່ມາຈຶ່ງມີກາເຟໃສ່ນົມ ໃສ່ນ້ຳກ້ອນ ທີ່ຄົນລາວເອີ້ນວ່າ ກາເຟນົມເຢັນ ແລະ ອື່ນໆອີກຫຼາຍຢ່າງ

ແລະ ເພື່ອໃຫ້ໄດ້ກາເຟທີ່ມີຄຸນນະພາບສູງ ດ້ວຍດິນທີ່ຢູ່ໃນຂອບເຂດ ພູເຂົາໄຟທີ່ອຸດົມສົມບູນ ອັດແໜນໄປດ້ວຍກິ່ນອາໂຣມ່າ ພວກເຮົາເບິ່ງແຍງ ແລະ ຄວບຄຸມທຸກຂັ້ນຕອນ . ຕັ້ງແຕ່ການກະກຽມດິນ ການຄັດເລືອກແນວພັນກາເຟ ການປູກຝັງ ການເກັບກ່ຽວ ຈົນຮ້ອດການຂົ້ວ  ກ່ອນທີ່ຈະຫຸ້ມຫໍ່ສົ່ງໃຫ້ຜູ້ບໍລິໂພກ ເພື່ອໃຫ້ແນ່ໃຈວ່າກາເຟທຸກໆຊອງ ຫອມ ແລະ ມີຄຸນນະພາບ ປາສະຈາກສານພິດ ມາສູ່ແກ້ວແກເຟລາວ

ທີ່ຮ້ານ Kaogee Cafe ສົ່ງຕົງເຖິງມືທ່ານ ສຳລັບຄົນທີ່ມັກ ແລະ ຫຼົງໄຫຼໃນການດື່ມກາເຟລາວ ເຮົາສົ່ງຕົງຈາກໄຮ່ ຮອດມືຂອງທ່ານແລ້ວ ຫຼື ຢາກແນະນຳກາເຟລາວໃຫ້ໝູ່ເພື່ອນຄົນຕ່າງປະເທດ ທີ່ມາຢ້ຽມຢາມໄດ້ລິ້ມລອງ ຕ້ອງທີ່ຮ້ານ Kaogee Cafe ເທົ່ານັ້ນ ເພາະຮ້ານKaogee Cafe ເຮົາຄັດສັນເມັດກາເຟຊັ້ນດີຈາກ   “ພູພຽງບໍລິເວນ”​ ສົ່ງຕົງຣົດຊາດກາເຟທີ່ແທ້ເຖິງຈອກຂອງທ່ານ.

ຮ້ານ Kaogee Cafe  ເປັນຫນຶ່ງໃນຮ້ານກາເຟທີ່ມີຄົນຮູ້ຈັກຫຼາຍໃນນະຄອນຫຼວງວຽງຈັນເພາະບໍ່ພຽງແຕ່ມີກາເຟທີ່ມີຄຸນນະພາບສູງເທົ່ານັ້ນ, Kaogee Cafe ປະຈຸບັນມີ 5 ສາຂາ: ສາຂາອາຄານຕືກ K & C Group Building, ສາຂາສີຫອມ, ສາຂາໜອງບອນ, ສາຂາເພຍວັດ ແລະ ສາຂາຫຼວງພະບາງ.

ແບ່ງປັນ