Breaking News

ມາເບິ່ງດ່ວນ! ກັບວິທີການໄປເຮັດ Passport ງ່າຍໆດ້ວຍຕົວເອງ (#ແຊຣເກັບໄວ້ເບິ່ງເລີຍ)

ແບ່ງປັນ

ເຄີຍເປັນບໍ່? ເວົ້າເຖິງເລື່ອງທີ່ຈະຕ້ອງໄປເຮັດ Passport ຫຼື ໜັງສືຜ່ານແດນ ທຸກໆຄົນຈະມີຂໍ້ອ້າງນັ້ນນີ້ຂອງຕົວເອງຂຶ້ນມາທັນທີ ມັກຈະເລື່ອນໄປມື້ນັ້ນມື້ນີ້ ຈົນຮອດເວລາທີ່ຈະເດີນທາງແທ້ຈຶ່ງຟ້າວຝັ່ງໄປເຮັດ ກໍຍ້ອນແຕ່ກ່ອນມີຂັ້ນຕອນທີ່ຫຍຸ້ງຍາກ ແຕ່ມາເຖິງປັດຈຸບັນຂັ້ນຕອນການເຮັດ Passport ບໍ່ໄດ້ຫຍຸ້ງຍາກລຳບາກອີກຕໍ່ໄປແລ້ວ, ດັ່ງນັ້ນ ຂວັນໃຈ ເຮົາກໍມີວິທີເຮັດ Passport ຢ່າງລະອຽດມາຝາກແຟນໆ ແລະ ຢ່າລືມແຊຣເກັບໄວ້ເບິ່ງເດີ້!!!

ກ່ອນອື່ນຕ້ອງຂໍບອກວ່າຖ້າຄິດຢາກໄປຕ່າງໄປຕ່າງປະເທດ ແລະ ຄິດຢາກເຮັດ Passport  ດຽວນີ້ກໍມີຄວາມສະດວກສະບາຍຫຼາຍ ບໍ່ຕ້ອງມີຂັ້ນຕອນທີ່ຫຍຸ້ງຍາກຄືກັບແຕ່ກ່ອນແລ້ວ ແລະ ສິ່ງທີ່ຕ້ອງກະກຽມກໍ່ຄືເອກະສານດັ່ງຕໍ່ໄປນີ້:

  • ຂໍເຮັດໜັງສືຜ່ານແດນຫົວໃໝ່

– ສຳເນົາປຶ້ມສຳມະໂນຄົວແທ້ ແລະ ກ໊ອບປີ້ 1 ຊຸດ (ໃນປື້ມຕ້ອງມີຮູບ ແລະ ກາປະທັບຈາກ ປກສ ເມືອງ)

– ບັດປະຈຳໂຕແທ້ ແລະ ກ໊ອບປີ້ 1 ໃບ

– ຮູບ 4×6 ໃສ່ສູດ ແບບສາກົນ 1 ໃບ
– ແບບຟອມຄຳຮ້ອງ 1 ສະບັບ ຂຽນໃຫ້ລະອຽດ ພ້ອມຕິດຮູບ ຕິດບັດປະຈຳຕົວກ໋ອບປີ້ໃສ່ຕາມຊ່ອງທີ່ເພິ່ນບອກໃຫ້ລະອຽດ

(ສາມາດດາວໂຫລດແລ້ວປິ້ນແບບຟອມໄດ້ຕາມລິ້ງນີ້  http://www.mofa.gov.la/images/passport/Ordinary.pdf ຫລື ໄປຊື້ຢູ່ຕາມຮ້ານຖ່າຍຮູບຕໍ່ຫນ້າບ່ອນເຮັດ passport ກໍ່ມີຂາຍເດີ້)

– ຜຸ້ທີ່ມີອາຍຸຕໍ່າກວ່າ 18 ປີ ຕ້ອງມີໃບອະນຸຍາດຈາກຜູ້ປົກຄອງ ແລະ ຕ້ອງມີລາຍເຊັນຜ່ານນາຍບ້ານ ຈຳນວນ 1 ໃບ.

  • ເວລາເຊັນບ້ານຢ່າລືມຈຳ້ກາບ້ານໃສ່ບໍລິເວນລຸ່ມເບື້ອງຂວາຂອງຮູບເຮົານຳເດີ້ (ຈຳໃຫ້ຖືກແກ້ມຫລືຄາງເຮົາແນ່ນ້ອຍຫນຶ່ງ) ຈາກນັ້ນກໍ່ເອົາຟອມ,ສຳມະໂນແທ້+ກ໊ອບ ແລະ ບັດປະຈຳໂຕແທ້+ກ໊ອບ ໄປຍື່ນຢູ່ບ່ອນເຮັດ Passport ໄດ້ເລີຍ. ແນະນຳວ່າໄປຕອນເຊົ້າໆຍິ່ງດີເລີຍເດີ້ແຟນໆ ເພາະຈະໄດ້ຄິວທີ່ໄວ ເພາະມື້ທີ່ ຊະນີIndy ໄປເຮັດຮູ້ສຶກວ່າຈະໄປແຕ່ 6ໂມງເຊົ້າ ແຕ່ກໍ່ຍັງມີຄົນໄປຕໍ່ແຖວກ່ອນແລ້ວ ຍາວຍຽດເລີຍ  ແບບວ່າບໍ່ຫຼັບບໍ່ນອນກັນເລີຍ ຄົນອື່ນເພິ່ນໄປເຊົ້າແທ້ໆ…ສຸດຍອດ 555

  •  ຂັ້ນຕອນໄປຍື່ນ ແລະ ເລືອກພາສປອດມີດັ່ງນີ້: ທຳອິດຕ້ອງນຳເອກກະສານໄປຍື່ນຢູ່ຊ່ອງຂໍບັດຄິວເພື່ອຂໍເຂົ້າສຳພາດທີ່ຢູ່ຕຶກສຳພາດຊ້າຍມື ເຊິ່ງຈະມີໃຫ້ເລືອກແບບຂອງ Passport 2 ຢ່າງຄື:

–  Passport (ແບບທຳມະດາ ແບບເກົ່າ ມີ 32 ຫນ້າ) ລາຄາ 300,000 ກີບ. (ທີ່ໄດ້ຂຽນຟອມເວລາເດີນທາງເຂົ້າອອກປະເທດ)
– E-Passport (ແບບໃຫມ່ ມີ 48 ຫນ້າ) ລາຄາ 400,000 ກີບ. (ສະດວກກວ່າ ເພາະຈະບໍ່ໄດ້ຂຽນແບບຟອມເຂົ້າອອກປະເທດໃຫ້ຫຍຸ້ງຍາກ ເພາະຈະໄດ້ສະແກນລາຍນິ້ວມືແທນ )

ຫລັງຈາກໄດ້ບັດຄິວເຂົ້າສຳພາດແລ້ວກໍເຂົ້າໄປນັ່ງລໍຖ້າ ປ່ອງສຳພາດເພິ່ນກໍ່ຈະມີຫຼາຍປ່ອງ ເຮົາກໍ່ນັ່ງລໍຖ້າຈົນກວ່າຈະຮອດຄິວຂອງເຮົາ ກໍ່ຄືທີ່ເວົ້າຫັ້ນແລະວ່າຖ້າເຮົາໄປລຽນແຖວຂໍບັດຄິວໄວເຮົາກໍ່ຈະໄດ້ເລກລຳດັບທີ່ໜ້ອຍ ຖ້າເຮົາໄປຊ້າເຮົາກໍ່ຈະໄດ້ຄິວທີ່ຫຼັກ 100 ຂຶ້ນໄປພຸ້ນແລະເນາະ, ພໍຮອດເວລາເພິ່ນເອີ້ນໄປສຳພາດເພິ່ນກໍ່ຈະສອບຖາມເຮົາເລັກໜ້ອຍ ກ່ຽວປະຫວັດ ພ້ອມຖ່າຍຮູບໄປນຳຜ່ານຈໍຄອມພິວເຕີ້ຂອງເພິ່ນ ແລະ ສະແກນລາຍນິ້ວມື ຈໍ້າໝົດທັງ 10 ນິ້ວເຮົາເລີຍ.

ຫຼັງຈາກສຳພາດ ຖ່າຍຮູບ ແລະ ຈໍ້າລາຍນິ້ວມືເຮົາເປັນທີ່ຮຽບຮ້ອຍ ເພິ່ນກໍ່ຈະເຮັດບິນໃຫ້ເຮົາໄປຊໍາລະເງິນຢູ່ທີ່ຊ່ອງໝາຍເລກຕາມທີ່ເພິ່ນໄດ້ບອກ ຫຼັງຈາກນັ້ນພະນັກງານກໍ່ຈະນັດເຮົາມາເອົາ  Passport ແລະ ລາຄາເອົາດ່ວນກໍ່ມີທັງ 1-2 ມື້ ຈ່າຍຕື່ມ 150,000ກີບ, ເອົາດ່ວນ 3 ມື້ ຈ່າຍຕື່ມ 100,000ກີບ,  ເອົາ 5ມື້ – 1 ອາທິດ ຈ່າຍຕື່ມ 50,000ກີບ, ແຕ່ຖ້າໃຜທີ່ບໍ່ຟ້າວກໍ່ບໍ່ຕ້ອງຈ່າຍຄ່າລາຄາດ່ວນກໍ່ໄດ້ເດີ້ ພະນັກງານເພິ່ນກໍ່ຈະນັດເຮົາປະມານ 2 ອາທິດ ຫຼື 30 ວັນ ແລະ ເວລາທີ່ເຮົາໄປເອົາ  Passport ເພິ່ນກໍ່ຈະໃຫ້ເຮົາສະແກນລາຍນິ່ວມືອີກຄັ້ງເພື່ອຮັບ passport (ແນະນຳໄປກ່ອນເວລາແດ່ເດີ້ ເພື່ອຈະໄດ້ກ່ອນໝູ່ຫັນນ່າ ອິອິ

ເປັນແນວໃດແດ່ ວິທີເຮັດ Passport ບໍ່ຍາກຄືທີ່ຄິດເລີຍແມ່ນບໍ່, ສຳລັບແຟນໆທ່ານໃດທີ່ບໍ່ມີ  Passport ຫຼື ແຟນໆທີ່ຢາກປ່ຽນ Passport ຫົວໃໝ່ກໍ່ລອງໄປເຮັດດ້ວຍຕົວເອງໄດ້ເລີຍເດີ້ ຖືເປັນການຮຽນຮູ້ ແລະ ຫາປະສົບການໃໝ່ໆໄປໃນຕົວ.

(ໝາຍເຫດສຳລັບລາຄາທີ່ເຮັດລວມໝົດເປັນ 450,000 ກີບ ເພາະເຮັດ E-Passport  ລາຄາ 400,000 ກີບ ແລະ ຈ່າຍລາຄາດ່ວນ 50,000 ກີບ, ຂັ້ນຕອນທີ່ໄດ້ໄປເຮັດຕາມຕົວຈິງກໍ່ຈະປະມານນີ້ ຖ້າມີຂັ້ນຕອນໃດທີ່ບໍ່ຄົບຖ້ວນກໍ່ຢ່າຟ້າວຮ້າຍກັນເດີ້ແຟນໆ ເພາະໄປເຮັດມາເປັນປີໆແລ້ວ)

Story: ຊະນີIndy

ແບ່ງປັນ