ຄໍາກ່າວການສົມມາ ທີ່ໃຊ້ເນື່ອງໃນໂອກາດຕ່າງໆ ເພື່ອເປັນການສະແດງເຖິງຄວາມເຄົາລົບນັບຖືຕໍ່ຍາດຜູ້ໃຫຍ່ ທີ່ເພິ່ນໄດ້ລ້ຽງດູເບິ່ງແຍງເຮົາມາແຕ່ນ້ອຍຈົນໃຫຍ່ ຖ້າເຮັດຫຍັງທີ່ບໍ່ຖືກບໍ່ຕ້ອງກໍຂໍໃຫ້ເພິ່ນອະໂຫສິກໍາຫຼຸດຜ່ອນໂທດໃຫ້ ເຊິ່ງຈະເວົ້າດັ່ງນີ້:
ກ່ອນອື່ນຕ້ອງແຕ່ງຂັນ 5 ຖ້າເປັນໂອກາດວັນຂຶ້ນປີໃໝ່ລາວກໍຕ້ອງມີຂັນນໍ້າຫອມເພື່ອໄວ້ຫົດສົງ.
ຕັ້ງນະໂມ ( 3 ເທື່ອ)
ມາຕາ ຄາຣະວະຕາ ປິຕາ ຄາຣະວະຕາ ຍາຕິກາ ຄາຣະວະຕາ.
ກາຍຍະກໍາມັງ ວະຈີກໍາມັງ ມະໂນກໍາມັງ ສັບພະປາປັງ ອະໂຫສິ.
- ຂັນສົມບັດຍົກຂຶ້ນພຽງຕາ ຂັນສົມມາຍົກຂຶ້ນພຽງເກົ້າ ຂໍສົມມາພໍ່ແມ່ເຈົ້າ ທັງເຈົ້າໂຄດລຸງຕາ ສອງກໍ້າສອງຝ່າຍ ລູກ-ຫຼານໄດ້ສະລັ້ງພັ້ງພາດ ດ້ວຍກາຍ ວາຈາ ແລະ ໃຈ ເປັນຕົ້ນວ່າ ໄດ້ຖິ້ມບຸງກາຍໜ້າ ໄດ້ຖິ້ມຊ້າກາຍຕາ ທັງໄດ້ໃຊ້ວາຈາຖຽງຄໍາດ່າປ້ອຍ ໃຈຫາກຄິດຄ້ອຍໆ ທີ່ບໍ່ແມ່ນຄອງທັມ ຂໍໃຫ້ພໍ່ແມ່ ເຖົ້າແກ່ ຍາດຕິພີ່ນ້ອງ ຈົ່ງອະໂຫສິກໍາ ຫຼຸດບາບຫຼຸດໂທດ ໃຫ້ແກ່ລູກ-ເຕົ້າ-ຫຼານເຫຼັນ ແດ່ກໍຂ້າເທີ້ນ…
- ສາທຸ ສາທຸ ສາທຸ.
ທີ່ມາ: https://www.targetlaos.com/article/17375
ຮູບປະກອບຈາກ: Ketsavanh Panyathip