Breaking News

ສົມການລໍຖ້າ! ຮູບເງົາເລື່ອງ “Laos Simply Beautiful the Movie” ແຟນໆໃຫ້ຄະແນນເຕັມ 10/10 

ແບ່ງປັນ

ລໍຖ້າກັນມາດົນເຕີບ ຫຼ້າສຸດຮູບເງົາເລື່ອງ “Laos Simply Beautiful the Movie” ກໍໄດ້ປ່ອຍມາໃຫ້ແຟນໆໄດ້ເບິ່ງກັນແລ້ວ ແຖມຍັງບໍ່ເຮັດໃຫ້ແຟນໆຕ້ອງຜິດຫວັງ ເພາະຮູບເງົາສັ້ນເລື່ອງດັ່ງກ່າວ ເຮັດອອກມາໄດ້ດີຫຼາຍ…

(ລອງມາເບິ່ງ ຮູບເງົາເລື່ອງ “Laos Simply Beautiful the Movie”)

ສຳລັບ ຮູບເງົາສັ້ນເລື່ອງ  “Laos Simply Beautiful the Movie” ແມ່ນສາວ ອາເລັກຊານດຼາ ບຸນຊ່ວຍ (ນັກຮ້ອງ/ນັກສະແດງ) ມາເປັນຜູ້ສ້າງເທື່ອທຳອິດຂອງນາງ ໃນຮູບເງົາທຸກສາກແມ່ນມີການໄຕ່ຕອງກະກຽມທີມງານເປັນ 100 ກ່ວາຊີວິດ ແລະ ໄດ້ພະເອກນ້ອງໃໝ່ນາມວ່າ ຊານົນ ມາປະຊັນບົດບາດກັບ ສາວ ອາເລັກຊານດຼາ ອີກດ້ວຍ…

ແບບນີ້ບອກໄດ້ເລີຍວ່າ ສົມການລໍຖ້າ! ສຳລັບຮູບເງົາເລື່ອງ “Laos Simply Beautiful the Movie” ໃຫ້ຄະແນນເຕັມ 10/10 ກັນເລີຍ…

ຢ່າງໃດກໍຂໍຝາກຮູບເງົາ “Laos Simply Beautiful the Movie” ເປັນຮູບເງົາທີ່ຊ່ວຍສົ່ງເສີມການທ່ອງທ່ຽວຂອງປະເທດລາວເຮົາເລື່ອງນີ້ແດ່ເດີ້ແຟນໆ.

(ຂໍຂອບໃຈຄລິບ ແລະ ຮູບພາບ)

ແບ່ງປັນ