Breaking News

ຊົມເຊີຍ! ສາວພິການແຂນຖືກບັນທຶກສະຖິຕິ ໃນຖານະ “ນັກບິນໄຮ້ແຂນຄົນທຳອິດ” (ກາຍເປັນແຮງບັນດານໃຈຄົນທົ່ວໂລກ)

ແບ່ງປັນ

ເປັນແຮງບັນດານໃຈໃຫ້ຄົນທົ່ວໂລກໄປແລ້ວໃນເວລານີ້ ສຳລັບ ເຈສສິກ້າ ຄ໋ອກ (Jessica Cox) ອາຍຸ 36 ປີ ແມ່ຍິງທີ່ພິການ ບໍ່ມີແຂນມາຕັ້ງແຕ່ເກີິດ ແຕ່ຄວາມບົກຜ່ອງທາງດ້ານຮ່າງກາຍບໍ່ໄດ້ເປັນອຸປະສັກຂອງນາງແຕ່ຢ່າງໃດ ເຖິງຈະບໍ່ມີແຂນທັງສອງເບື້ອງ ແຕ່ເຈສສິກ້າກໍຍັງມີຂາທັງສອງຂ້າງທີ່ສາມາດເຮັດໃນສິ່ງຕ່າງໆໃຫ້ໄດ້ເຊັ່ນດຽວກັບຄົນອື່ນ ທັງຂຽນໜັງສືໄດ້ 25 ຄຳ ຕໍ່ນາທີ, ທັງແຕ່ງໜ້າ ທັງໃສ່ຄອນເທກເລນ ລວມເຖິງການຫຼິ່ນກິລາ ລອຍນໍ້າ ເທຄວັນໂດ້ ແລະ ຂັບຂີ່ລົດ ຕັ້ງແຕ່ລົດໃຫ່ຍໄປຈົນຮອດເຮືອບິນກັນເລີຍເດພີ້  ຈົນໄດ້ຮັບການຈົດບັນທຶກສະຖິຕິຈາກກິນເນສບຸກວ່າ ເປັນຜູ້ທີ່ມີໄບອະນຸຍາດຄົນທຳອິດທີ່ຂັບເຮືອບິນດ້ວຍຕີນ!!!

ແຕ່ກວ່າທີ່ Jessica ຈະປະສົບຜົນສຳເລັດໃນຖານະນັກບິນ ໃນຕອນຍັງນ້ອຍນາງເຄີຍຢ້ານຄວາມສູງ ແລະ ມີຄຳວ່າບໍ່ກ້າໃນຫົວ ຍ້ອນສະພາບຂອງຮ່າງກາຍບໍ່ອຳນວຍ ແຕ່ໃນທີ່ສຸດກໍຕັດສິນໃຈຕໍ່ສູ່ກັບຄວາມຢ້ານດັ່ງກ່າວ ຫຼັງຈາກທີ່ລາວໄດ້ຮູ້ຈັກກັບ Robin Stoddard ຜູ້ກໍ່ຕັ້ງ Wright Flight ຈຶ່ງເຮັດໃຫ້ໂລກຂອງນາງຖືກຳເນີດອີກຄັ້ງ…

นักบินไร้แขน

Jessica Cox ໄດ້ເຝິກຝົນການບິນດ້ວຍການໃຊ້ຕີນທັງສອງຂ້າງ ຊິ່ງຕ້ອງຄົ້ນຫາເຮືອບິນ ພ້ອມທັງຍັງຕ້ອງຊອກຫາເຮືອບິນທີ່ເໝາະສົມ ເຊິ່ງເຮືອບິນທີ່ ເຈສສິກ້າ ຄ໋ອກ ໃຊ້ກໍຄື 1946 415C Ercoup ແລະ ກໍສາມາດເປັນນັກບິນທີ່ໄຮ້ແຂນໄດ້ສຳເລັດ ທັງຍັງໄດ້ຮັບອະນຸຍາດໃຫ້ຂັບຍົນ ຫຼັງເຝິກຝົນມາດົນກວ່າ 3ປີ ແລະ ສອບຜ່ານດ້ານຄຸນສົມບັດດ້ານການບິນ ໂດຍສາມາດທົດສອບການບິນປະເພດເພື່ອການກິລາຊະນິດເບົາທີ່ລະດັບຄວາມສູງບໍ່ເກີນ 10,000 ຟຸດ ຈົນໄດ້ຖືກບັນທຶກລົງໃນ Guinness World Records ວ່າເປັນ ຄົນທີ່ຂັບເຮືອບິນດ້ວຍຕີນຄົນທຳອິດຂອງໂລກ

นักบินไร้แขน

นักบินไร้แขน

นักบินไร้แขน

ປັດຈຸບັນ Jessica Cox ຍັງມ່ວນຊື່ນກັບການເຮັດເລື່ອງທ້າທາຍໃໝ່ໆເຊັ່ນ ການເດີນສາຍ Slackine ແລະ ການປີນໜ້າຜາ ລວມເຖິງການເປັນນັກເວົ້າສ້າງແຮງບັນດານໃຈ ເປັນທູດສັນທະໄມຕີໃຫ້ອົງກອນການກຸສົນຫຼາຍແຫ່ງ ນອກຈາກນັ້ນຍັງເປັນທີ່ປຶກສາໃຫ້ເດັກທີ່ພິການທາງແຂນລວມທັງພໍ່ແມ່ຂອງເດັກໆອີກດ້ວຍ ຈົນໄດ້ຮັບການຍົກຍ້ອງຈາກຫຼາຍໆຄົນວ່າ ເປັນຮີ່ໂລ່ຕົວຈິງໂດຍທີ່ບໍ່ຕ້ອງມີພະລັງວິເສດໃດໆ ແຕ່ເກີດຈາກຄວາມບໍ່ທໍ້ຖອຍຕໍ່ໂຊກຊະຕາຂອງຕົວເອງ.

(ຂໍຊົມເຊີຍ! ແມ່ຍິງຄົນນີ້ເກັ່ງຫຼາຍໆ)

ທີ່ມາ: https://women.mthai.com/amazing-women/406516.html

ແບ່ງປັນ