ອີງຕາມແຈ້ງການສະບັບເລກທີ 002/ຈນວ ກ່ຽວກັບເລື່ອງການຈັດຕັ້ງພິທີສະເຫຼີມສະຫຼອງ ບຸນປີໃໝ່ລາວ ພສ 2562 ຢູ່ນະຄອນຫຼວງວຽງຈັນ ເພື່ອເຮັດໃຫ້ການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2562 (ປີກູນ) ທີ່ຈະມາເຖິງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດທີ່ສົມກຽດເປັນປີໃໝ່-ປີທ່ອງທ່ຽວລາວ-ຈີນ 2019, ເບີກບານມ່ວນຊື່ນ, ທັງຮັກສາໄດ້ມູນເຊື້ອວັດທະນະທຳ, ປະເພນີອັນດີງາມຂອງຊາດ, ເສີມສ້າງຄວາມສາມັກຄື, ໄມຕີຈິດມິດຕະພາບ ແລະ ຮັບປະກັນຄວາມສະຫງົບສຸກ, ຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ແລະ ຄວາມສີວິໄລຂອງເມືອງຫຼວງໃຫ້ດີ
ດັ່ງນັ້ນ!! ເຈົ້າຄອງນະຄອນຫຼວງວຽງຈັນ ຈຶ່ງໄດ້ອອກຄຳສັ່ງດັ່ງແຈ້ງການເຊັ່ນ:
– ຫ້າມຜູ້ດື່ມທາດເຫຼົ້າ ແລະ ເສບສິ່ງມຶນເມົາຂັບລົດ, ຜູ້ຂັບລົດ ບໍ່ໃຫ້ດື່ມເຫຼົ້າ ແລະ ເສບສິ່ງມຶນເມົາ.
– ຫ້າມໃຊ້ຂອງແຂງ, ສິ່ງເປິເປື້ອນ ແລະ ລາມົກອານາຈານໃນງານ: ນໍ້າສີ, ນໍ້າເປື້ອນ, ນໍ້າຄັນ, ແກ່ວງຖົງນໍ້າ, ແກ່ວງນໍ້າກ້ອນໃສ່ກັນ, ນຸ່ງເຄື່ອງໂປ້-ເປືອຍ ເຂົ້າວັດ ແລະ ສະຖານທີ່ຊຸມຊົນ
– ຫ້າມຕັນທາງໃນການສັນຈອນຕາມເສັ້ນທາງ, ລັດລົດຫົດນໍ້າໃນທາງ
– ຫ້າມໃຊ້ສຽງດັງ ແລະ ສຽງສຽງແຕກເກີນຂອບເຂດ: ໝາກກະໂພກ, ເປີດສຽງດົນຕີເນື່ອງນັນລົບກວນຜູ້ອື່ນກາຍສະຖານທີ່ຕົນເອງ ແລະ ກາຍກຳນົດເວລາ.
(ເບິ່ງລາຍລະອຽດເພີ່ມຕື່ມຕາມແຈ້ງການລຸ່ມນີ້!!!)
(ຂໍຂອບໃຈຮູບພາບປະກອບ)