Hello ແຟນໆ… ຫຼັງຈາກທີ່ຊ່ວງອາທິດກ່ອນ ຂວັນໃຈ ເຮົາໄດ້ມີການນຳສະເໜີຂ່າວສານຂອງຮູບເງົາເລື່ອງ “Laos Simply Beautiful the Movie” ຈົນເປັນທີ່ຮືຮາ ເປັນກະແສໃຫ້ໄດ້ເວົ້າໄດ້ລົມຂອງບັນດາແຟນໆຢ່າງຫຼວງຫຼາຍ. ໂດຍສະເພາະບັນດາສາວໆມີຄຳຖາມເຂົ້າມາໃຫ້ ຊະນີIndy ໄດ້ເຮັດວຽກອີກແລ້ວ (555) ເຫັນຫຼາຍຄົນຖາມມາວ່າ ພະເອກຮູບເງົາ ເລື່ອງດັ່ງກ່າວເປັນໃຜມາຈາກໃສ… ຫັ້ນແນ່!!! ເຫັນໜຸ່ມຄົນນີ້ແລ້ວຮູ້ສຶກຫຼົງຮັກເລີຍແມ່ນບໍ່ ເອົາເປັນວ່າບໍ່ລໍຖ້າດົນ ລອງມາຮູ້ຈັກກັບ ຊານົນ ມະນີຜົນ (ນົນ) ພະເອກມາດເຂັ້ມສຸດ Hot ຂວັນໃຈແຟນໆ ຈາກຮູບເງົາສັ້ນເລື່ອງ “Laos Simply Beautiful the Movie”
ຊານົນ ມະນີຜົນ ເກີດທີ່ ນະຄອນຫຼວງພະບາງ ກ້າວເຂົ້າມາໃນວົງການບັນເທີງ ມີຄວາມສາມາດເອີ້ນໄດ້ວ່າເກືອບທຸກດ້ານ ບໍ່ວ່າຈະເປັນ ນັກຮ້ອງ, ນາຍແບບ ແລະ ນັກສະແດງ.
ກ່ອນໜ້າທີ່ຈະມາສະແດງຮູບເງົາເລື່ອງ “Laos Simply Beautiful the Movie” ຊານົນ ກໍມີຜົນງານຮູບເງົາສຸດຮິດ “ສຽງສຸດທ້າຍ” ປະກົບຄູ່ກັບ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ມາກ່ອນໜ້າແລ້ວ…
ກ່ອນໜ້ານີ້ ຊານົນ ກໍໄດ້ປ່ອຍເອັມວີ “ຄົນດີທີ່ເຈົ້າບໍ່ຮັກ” ມາໃຫ້ແຟນໆໄດ້ຟັງແບບຊຶ້ງໆ ຈົນເປັນທີ່ເວົ້າເຖິງກັນຢ່າງຫຼວງຫຼາຍ…
ແລະ ທີ່ເຮັດໃຫ້ແຟນໆຢາກຮູ້ຈັກ ຊານົນ ມະນີຜົນ ຫຼາຍນັ້ນກໍແມ່ນທີ່ໜຸ່ມຄົນນີ້ໄດ້ຝາກຜົນງານການສະແດງຈາກ “Laos Simply Beautiful the Movie” ທີ່ໄດ້ປະຊັນບົດບາດກັບ ອາເລັກຊານດຼາ ບຸນຊ່ວຍ (ນັກຮ້ອງ/ນັກສະແດງ)
ເຊິ່ງຮູບເງົາເລື່ອງ “Laos Simply Beautiful the Movie” ເປັນຮູບເງົາທີ່ສົ່ງເສີມການທ່ອງທ່ຽວຂອງປະເທດລາວ ຍົກກອງໄປຖ່າຍທຳທີ່ ແຂວງ ຫຼວງນໍ້າທາ ເຊິ່ງເປັນອີກໜຶ່ງແຂວງໃນປະເທດລາວທີ່ມີທຳມະຊາດທີ່ສວຍສົດງົດງາມ.
ເປັນແນວໃດກັນແດ່? ໄດ້ລອງຮູ້ຈັກກັບ ຊານົນ ມະນີຜົນ ພະເອກມາດເຂັ້ມສຸດ Hot ຈາກຮູບເງົາເລື່ອງ “Laos Simply Beautiful the Movie” ກັນແດ່ແລ້ວ ຍິ່ງຫຼົງຮັກໜຸ່ມຄົນນີ້ກັນສຸດໆເລີຍແມ່ນບໍ່…?
ເປັນແບບນີ້ິ້ບອກໄດ້ເລີຍວ່າ “ໃຈລະລາຍແລ້ວວວ”
ສາມາດຕິດຕາມໜຸ່ມຄົນນີ້ໄດ້ທີ່ FB/ Nonh Sanonh Maniphonh
(ຂ່າວກ່ຽວຂ້ອງກ່ອນໜ້າ)
ສົມການລໍຖ້າ! ຮູບເງົາເລື່ອງ “Laos Simply Beautiful the Movie” ແຟນໆໃຫ້ຄະແນນເຕັມ 10/10