Breaking News

ສາວໆກຣີດໆໆໆ! ມາແຮງສຸດໆ ແມັກ ພູວະເນດ ຂຶ້ນແທ່ນຂວັນໃຈຄົນໃໝ່ຂອງແຟນໆ!!!

ແບ່ງປັນ

ຮ້ອນໆແບບນີ້ ເອົາໃຈສາວໆທັງສາວແທ້ ສາວທຽມ  ອາກາດນັບມື້ນັບຮ້ອນວ່າບໍ່? ເລີຍຢາກຈະພາແຟນໆມາດັບຮ້ອນກັນຈັກຄາວ ໂດຍຈະພາໄປສ່ອງໂປຟາຍຂອງ ພູວະເນດ ເພັງສະຫວັນ (ແມັກ) ນັກສະແດງໄວໜຸ່ມຂວັນໃຈສາວໆຄົນໃໝ່ທີ່ກຳລັງມາແຮງຕິດກະແສ ແລະ ໂດ່ງດັງທີ່ສຸດໃນເວລານີ້…

(ມີຮູບພາບຂອງ ໜຸ່ມ ແມັກ ມາຝາກ…)

ສຳລັບ ໜຸ່ມ ແມັກ ພູວະເນດ ເອີ້ນໄດ້ວ່າເປັນຂວັນໃຈອີກຄົນໜຶ່ງຂອງແຟນໆ ຫາແຕ່ເຂົ້າວົງການແຕ່ນ້ອງກໍມີຜົນງານມານັບບໍ່ຖ້ວນແລ້ວເດີ້ ບໍ່ວ່າຈະເປັນ ເດີນແບບຖ່າຍແບບ ເປັນ presenter ໃຫ້ສິນຄ້າດັງຫຼາຍຕໍ່ຫຼາຍແບຣນ, ສະແດງຊີ່ລີ່ Bad-friend ແລະ ທີ່ຈົບໄປກໍແມ່ນຊີ່ຮີ້່ ຮັກນີ້ສີບົວ ພາກ 2 ແລະ ໄວໆນີ້ ໜຸ່ມ ແມັກ ກໍຈະມີຊີ່ຣີ່ເລື່ອງໃໝ່ອີກຫຼາຍເລື່ອງ ແລະ ຍັງບໍ່ໝົດພຽງແຕ່ເທົ່ານັ້ນ, ເພາະຫຼ້າສູຸດກໍໄດ້ມີການເປີດເຜີຍມາແລ້ວວ່າ ໜຸ່ມ ແມັກ ຈະໄດ້ຮ່ວມສະແດງໃນຮູບເງົາ “ຮັກມະຍ່ອມມະແຍ່ມ” ເປັນຮູບເງົາແນວຕະຫລົກທີ່ມີນັກສະແດງທັງລາວ ແລະ ໄທ ສະແດງກັນຢ່າງຫຼວງຫຼາຍອີກດ້ວຍ.

ໄດ້ສ່ອງໂປຟາຍ ໄດ້ຮູ້ຈັກ ແມັກ ພູວະເນດ ນັກສະແດງໜຸ່ມສຸດ Hot ຂວັນໃຈແຟນໆຄົນນີ້ແລ້ວເປັນແນວໃດ ພໍດັບຮ້ອນກັນໄດ້ແດ່ບໍ່ (555) ຢ່າງໃດກໍຝາກເປັນກຳລັງໃຈໃຫ້ ໜຸ່ມ ແມັກ ຄົນນີ້ຫຼາຍໆໂລດເດີ້!!!

(ໜ້າຮັກແບບນີ້ເອົາໄປ 3 ຄຳເລີຍວ່າ… “ໃຈລະລາຍ” ຮີ້ວວວວວ)

ຮູບພາບ: FB/M’Max Phengsavanh

ແບ່ງປັນ