Breaking News

ສ້າງຄວາມພູມໃຈໃຫ້ແຟນໆອີກຄັ້ງ! ສັກ ວົງ Cells ເປັນຕົວແທນສິລະປິນລາວຂຶ້ນໂຊໃນເວທີ “International Music Concert 2019”

ແບ່ງປັນ

ສ້າງຄວາມພູມໃຈໃຫ້ແຟນໆຊາວລາວອີກຄັ້ງ ເພາະຫຼ້າສຸດ ອະທິສັກ ຣັດຕະນະວົງ ຫຼື ສັກ ວົງເຊວ (Cells) ນັກຮ້ອງຊື່ດັງ ກໍໄດ້ເດີນທາງໄປຮ່ວມງານຄອນເສີດທີ່ຍິ່ງໃຫ່ຍ “INTERNATIONAL MUSIC CONCERT 2019” ທີ່ ສປ. ຈີນ ເຊິ່ງງານໃນເທື່ອນີ້ມາໃນຫົວຂໍ້ MELODIES OF SILKY “THE BELT AND ROAD” ແລະ ເປັນງານທີ່ບໍ່ທຳມະດາເດີ້ ເພາະເປັນງານທີ່ລວມເອົາສິລະປິນທົ່ວໂລກເລີຍກໍ່ວ່າໄດ້.

ແລະ ຍັງບໍ່ໝົດ ເພາະ ສັກ ວົງ Cells ບໍ່ພາດທີ່ຈະຂຽນຄວາມໃນໃຈທີ່ໄດ້ເດີນທາງໄປຮ່ວມງານດັ່ງກ່າວເພື່ອອັບເດດໃຫ້ແຟນໆໄດ້ຮູ້ວ່າ:

ພ້ອມທັງໂພສຮູບພາບບັນຍາກາດພາຍໃນງານ “INTERNATIONAL MUSIC CONCERT 2019”  ມາໃຫ້ແຟນໆໄດ້ອັບເດດກັນອີກດ້ວຍ…

Wow!!! ເຫັນແລ້ວກໍຮູ້ສຶກພູມໃຈກັນສິລະປິນລາວທີ່ໄດ້ໄປຢືນສະແດງຄວາມສາມາດໃນເວທີທີ່ຍິ່ງໃຫ່ຍເຊັ່ນນີ້.

ເອົາເປັນວ່າວ່າເຮົາຄົນລາວຮ່ວມກັນສະໜັບສະໜູນວົງການບັນເທີງລາວ ແລະ ສິລະປິນລາວກັນຫຼາຍໆໂລດເນາະ, ສາມາດຄອມເມັ້ນສະແດງຄວາມຍິນດີກັບ ສັກ ວົງ Cell ທີ່ໄດ້ໄປເປັນຕົວແທນສິລະປິນລາວໃນເວທີ “INTERNATIONAL MUSIC CONCERT 2019” ໄດ້ທີ່ກ້ອງໂພສນີ້ເລີຍ ຫຼື ສາມາດເຂົ້າໄປໃຫ້ກຳລັງໃຈ ສັກ ວົງ Cells ໂດຍກົງໄດ້ທີ່ FB/Sack Cells Intha Ratanavong

#ຄົນລາວຮ່ວມສະໜັບສະໜູນຜົນງານຄົນລາວ 

ແບ່ງປັນ