Breaking News

ຮ້ານກາເຟດັງເປີດເຜີຍ ຄັດເລືອກເມັດກາເຟຊັ້ນດີ ຈາກພາກໃຕ້ຂອງປະເທດລາວ

ແບ່ງປັນ

ສຳລັບຄົນທີ່ມັກ ແລະ ຫຼົງໄຫຼໃນການດື່ມກາເຟລາວທີ່ຮ້ານ Kaogee Cafe  ສົ່ງໂດຍຕົງຈາກໄຮ່ ຕ້ອງທີ່ຮ້ານ Kaogee Cafe ເທົ່ານັ້ນ ເພາະຮ້ານ Kaogee Cafe ເຮົາຄັດສັນເມັດກາເຟຊັ້ນດີຈາກ   “ພູພຽງບໍລິເວນ”​ ສົ່ງຣົດຊາດກາເຟທີ່ແທ້ເຖິງຈອກຂອງທ່ານ.

“ຈາກເບ້ຍກາເຟອ່ອນໆ ປູກໃນທີ່ດິນທີ່ສົມບູນທີ່ສຸດແຫ່ງໜື່ງໃນໂລກ ພູພຽງບໍລິເວນ ທີ່ດິນແຫ່ງນີ້ເປັນດິນ ພູເຂົາໄຟ ໃນແຫຼມອິນດູຈີນ ທີ່ສະຫງົບລົງແລ້ວ ສິ່ງທີ່ເຫຼືອໄວ້ແມ່ນແຮ່ທາດ ພູເຂົາໄຟ ແລະ ຄວາມອຸດົມສົມບູນຂອງພື້ນດິນ ມີອາກາດບໍລິສຸດທີ່ຊ່ວຍໃຫ້ພືດຫຼາຍໆຊະນິດເຕີບໂຕຢ່າງສົມບູນແບບ ໂດຍສະເພາະແມ່ນ “ກາເຟ”

ດ້ວຍວິທີຊີວິດດັ່ງກ່າວ ເຮັດໃຫ້ປະຊາຊົນເຂດພູພຽງບໍລະເວນສ່ວນຫຼາຍກາຍເປັນຊາວເສດຖະກອນປູກກາເຟຫຼາຍທີ່ສຸດ ນັບຕັ້ງແຕ່ນັ້ນເປັນເວລາດົນນານພໍສົມຄວນ ເຮັດໃຫ້ໄດ້ການຮຽນຮູ້ ແລະ ສາມາດປູກກາເຟໄດ້ເກັ່ງ ຜົນທີ່ໄດ້ເປັນການເອກອ້າງ ມີຄວາມເປັນເອກະລັກ ມີຄຸນນະພາບ ແລະ ຄວາມປອດໄພກ່ອນທີ່ຈະສົ່ງເມັດກາເຟອອກໄປຫຼາຍປະເທດໃນທົ່ວໂລກ ປີໜຶ່ງຫຼາຍຮ້ອຍໂລ ສາມາດສ້າງລາຍໄດ້ປີໜຶ່ງກໍ່ຄື ການພັດທະນາເສດຖະກິດຂັ້ນສູງສຸດຂອງລາວ ນີ້ແມ່ນຫນຶ່ງໃນຄວາມພາກພູມໃຈຂອງປະຊາຊົນລາວທີ່ສາມາດສົ່ງອອກຜະລິດຕະພັນກະສິກໍາ ແລະ ໄດ້ຮັບການຮັບຮູ້ຈາກສາກົນ.

ໃນຄວາມເປັນຈິງແລ້ວແຕ່ກ່ອນຄົນລາວບໍ່ດື່ມກາເຟ ແຕ່ຍ້ອນອານານິຄົມຂອງປະເທດຝຣັ່ງ ວັດທະນະທໍາການດື່ມກາເຟເລີ່ມຕົ້ນແຜ່ຂະຫຍາຍ. ປະຊາຊົນລາວກ້າວໄປຮຽນຮູ້ການດື່ມກາເຟແລະໃນເວລານັ້ນຝຣັ່ງໄດ້ນໍາເອົາຫມາກກາເຟມາໃຫ້ລາວ. ພວກເຂົາເລີ່ມຄົ້ນຫາບ່ອນທີ່ປູກກາເຟທີ່ເຫມາະສົມທີ່ສຸດ. ຈົນໄດ້ມາພົບຂຸມຊັບຂອງທໍາມະຊາດໃນດິນແດນແຫ່ງນີ້ທີ່ຮາບສູງ ພູພຽງບໍລິເວນ

ຜ່ານມາຫຼາຍຊ່ວງອາຍຸຄົນ ຄົນລາວເລີ່ມດື່ມກາເຟຫຼາຍຂື້ນ ເລີ້ມໃຫ້ຄວາມສົນໃຈ ແລະ ຖືເປັນສະຕາຍທີ່ບົ່ງບອກເຖິງຣົດສະນິຍົມ ເມນູທີ່ນິຍົມຫຼາຍແມ່ນ ກະເຟບູຮານ ຄົນລາວເອີ້ນວ່າ ໂອລ້ຽງ ຕໍ່ມາຈຶ່ງມີກາເຟໃສ່ນົມ ໃສ່ນ້ຳກ້ອນ ທີ່ຄົນລາວເອີ້ນວ່າ ກາເຟນົມເຢັນ ແລະ ອື່ນໆອີກຫຼາຍຢ່າງ

ແລະ ເພື່ອໃຫ້ໄດ້ກາເຟທີ່ມີຄຸນນະພາບສູງ ດ້ວຍດິນທີ່ຢູ່ໃນຂອບເຂດ ພູເຂົາໄຟທີ່ອຸດົມສົມບູນ ອັດແໜນໄປດ້ວຍກິ່ນອາໂຣມ່າ ພວກເຮົາເບິ່ງແຍງ ແລະ ຄວບຄຸມທຸກຂັ້ນຕອນ . ຕັ້ງແຕ່ການກະກຽມດິນ ການຄັດເລືອກແນວພັນກາເຟ ການປູກຝັງ ການເກັບກ່ຽວ ຈົນຮອດການຂົ້ວ  ກ່ອນທີ່ຈະຫຸ້ມຫໍ່ສົ່ງໃຫ້ຜູ້ບໍລິໂພກ ເພື່ອໃຫ້ແນ່ໃຈວ່າກາເຟທຸກໆຊອງ ຫອມ ແລະ ມີຄຸນນະພາບ ປາສະຈາກສານພິດ ມາສູ່ແກ້ວແກເຟລາວ

ຮ້ານ Kaogee Cafe  ເປັນຫນຶ່ງໃນຮ້ານກາເຟທີ່ມີຄົນຮູ້ຈັກຫຼາຍໃນນະຄອນຫຼວງວຽງຈັນເພາະບໍ່ພຽງແຕ່ມີກາເຟທີ່ມີຄຸນນະພາບສູງເທົ່ານັ້ນ, Kaogee Cafe ປະຈຸບັນມີ 5 ສາຂາ: ສາຂາອາຄານຕືກ K & C Group Building, ສາຂາໜອງບອນ, ສາຂາເພຍວັດ, ສາຂາໂພນສະຫວັນໃຕ້ ແລະ ສາຂາຫຼວງພະບາງ.

ແບ່ງປັນ