Breaking News

ມາເບິ່ງ! ກອຟ F.hero ກັບອາຫານລາວມື້ືທຳອິດ ເຈິໄປ5ແສນປາຍ ເຖິງຂັ້ນໂພສແບບນີ້…

ແບ່ງປັນ

ມາຮອດມາເຖິງ ປະເທດລາວ ທັງທີ ນັດຖະວຸດ ສີໝອກ ຫຼື ກອຟ F.hero ນັກຮ້ອງແນວແຣ໋ບເປີ້ຄົນດັງຈາກປະເທດໄທ ກໍບໍ່ພາດທີ່ຈະລອງຊິມອາຫານລາວບໍ່ວ່າຈະເປັນ ຕຳໝາກຫຸ່ງ, ລາບ, ເຝີ ແລະ ອື່ນໆ… ເຊິ່ງ ກອຟ F.hero ກໍຍັງໄດ້ໂພສຮູບໃບບິນເຊິ່ງມີອາຫານ ແລະ ເຄື່ອງດື່ມຫຼາຍຢ່າງຜ່ານອິນສະຕາແກຣມ ເກັບໄວ້ເປັນໂມເມັ້ນທີ່ໄດ້ມາກິນເຂົ້າຢູ່ທີ່ປະເທດລາວ ແລະ ເພື່ອໃຫ້ແຟນໆໄດ້ອັບເດດອີກດ້ວຍ…

ແລະ ຍັງໄດ້ແຄັບຊັ່ນຮູບພາບ ຕິດຈະຫຼົກອີກວ່າ: “ກິນເຂົ້າມື້ທຳອິດໃນວຽງຈັນ ເຈິໄປຫ້າແສນປາຍ ເສ່ຍບອກບໍ່ຕ້ອງທອນ” ພໍແຕ່ໂພສຮູບ ແລະ ແຄັບຊັ່ນດັ່ງກ່າວເຮັດໃຫ້ແຟນໆຊາວລາວ ແລະ ໄທ ເຂົ້າໄປສະແດງຄວາມຄິດເຫັນ ແລະ ຂໍຝາກທ້ອງກັບ ເສ່ຍ ກອຟ F.hero ກັນຢ່າງຫຼວງຫຼາຍ

ແລະ ຍັງບໍ່ໝົດພຽງແຕ່ເທົ່ານັ້ນ ກອຟ F.hero ຍັງຕິດ hashtag ໃຫ້ອາຫານລາວອີກວ່າ “ແຊບຫຼາຍໆ” ລົງທ້າຍໂພສອີກດ້ວຍ!!!

ສຳລັບ ນັດຖະວຸດ ສີໝອກ ຫຼື ກອຟ F.hero ນັກຮ້ອງແນວແຣ໋ບເປີ້ຄົນດັງຈາກປະເທດໄທ ໄດ້ເດີນທີ່ເດີນທາງມາ ປະເທດລາວ ເພື່ອຫລິ້ນຄອນເສີດໃນທ້າຍອາທິດທີ່ຜ່ານມາ ແລະ ຍັງບໍ່ພາດທີ່ຈະພາຄອບຄົວທີ່ໜ້າຮັກຂອງເພິ່ນມາທ່ອງທ່ຽວໃນນະຄອນຫຼວງວຽງຈັນ ປະເທດລາວເຮົານຳອີກ…

ຂໍຂອບໃຈຮູບພາບ: IG/ftodah

(ຂ່າວທີ່ກ່ຽວຂ້ອງກ່ອນໜ້າ)

ໜ້າຮັກຫຼາຍໆ! ກອຟ F.hero ນັກຮ້ອງແຣ໋ບເປີ້ຊື່ດັງຈາກໄທ ພາຄອບຄົວທ່ອງທ່ຽວປະເທດລາວ

 

ແບ່ງປັນ