Breaking News

ໄພຮ້າຍໜ້າຮ້ອນ! ທີ່ບໍ່ຄວນເບິ່ງຂ້າມ… (ເບິ່ງແຍງຕົວເອງແນວໃດດີ?)

ແບ່ງປັນ

ປັດຈຸບັນເຮົາກຳລັງພົບເຈິກັບອາກາດທີ່ຮ້ອນອົບເອົ້າ ອາດເຮັດໃຫ້ຫຼາຍຄົນເຈັບປ່ວຍໄດ້  ເພາະອາກາດຮ້ອນ ໄປຈົນເຖິງຮ້ອນເຖິງທີ່ສຸດອາດເຮັດໃຫ້ຮ່າງກາຍປັບສົມດຸນຮ່າງກາຍບໍ່ທັນ ແລະ ອາດເຮັດໃຫ້ເກີດເຫດບໍ່ຄາດຄິດເຊັ່ນ: ໜ້າມືດເປັນລົມ ໝົດສະຕິ ຫຼື ອາດເປັນເຫດໃຫ້ເສຍຊີວິດໄດ້, ດັ່ງນັ້ນ!!! ການເບິ່ງແຍງຕົວເອງໃນຊ່ວງໜ້າຮ້ອນຈຶ່ງເປັນສິ່ງສຳຄັນ ລອງມາເບິ່ງວິທີທີ່ຈະເບິ່ງແຍງຕົວເອງໃນຊ່ວງໜ້າຮ້ອນລອງເບິ່ງເນາະ…

ດື່ມນໍ້າໃຫ້ພຽງພໍ

ອາກາດຮ້ອນໆແບບນີ້ ຄວນທີ່ຈະດື່ມນໍ້າໃຫ້ຫຼາຍຂຶ້ນ ເພື່ອບໍ່ໃຫ້ຮ່າງກາຍຂາດນໍ້າ ແລະ ຄວນທີ່ຈະມີນໍ້າດື່ມໄວ້ຕິດໂຕຈະດີທີ່ສຸດ

ໝາກໄມ້ຊ່ວຍໃຫ້ບັນເທົາອາກາດຮ້ອນ

ໝາກໄມ້ບາງຊະນິດມີລິດເຢັນ ຊຶ່ງສ່ວນໃຫ່ຍຈະມີລົດຊາດຫວານປົນສົ້ມ ຈຶ່ງສາມາດແກ້ ດັບຮ້ອນ ແລະ ປັບສົມດຸນຮ່າງກາຍໄດ້ເປັນຢ່າງດີ ເຊັ່ນ: ມັງຄຸດ, ໝາກໂມ, ໝາກແຕງ, ໝາກກ້ຽງ, ໝາກມັງກອນ, ໝາກນັດ ແລະ ອື່ນໆ… ດັ່ງນັ້ນ!! ຖ້າຮ່າງກາຍຮ້ອນຈົນເກີນໄປຄວນຮີບຫາໝາກໄມ້ມາກິນເພື່ອຈະໄດ້ຫຼຸດຄວາມຮ້ອນໄດ້ ຫຼື ໃຜທີ່ເບື່ອບໍ່ມັກກິນໝາກໄມ້ແບບທຳມະດາ ກໍສາມາດຊອກນໍ້າໝາກໄມ້ປັ່ນ ແຕ່ບໍ່ຄວນໃສ່ນໍ້າຕານໃນນໍ້າປັ່ນຫຼາຍເກີນໄປ ເພາະຈະເຮັດໃຫ້ນໍ້າໜັກຂຶ້ນບໍ່ຮູ້ໂຕເດີ້ ຫຼື ມີອີກວິທີໜຶ່ງງ່າຍໆຄື ສາມາດຊອກຫາປັ່ນໝາກໄມ້ເພື່ອສຸຂະພາບ ແບບນີ້ໄດ້ທີ່ຮ້ານ Kaogee Cafe  ຮັບຮອງບໍ່ໃສ່ນໍ້າຕານ ໄດ້ວິຕາມິນແບບ 100% ແນ່ນອນ

ອອກກຳລັງກາຍ

ແມ່ນວ່າການອອກກຳລັງກາຍຈະຊ່ວຍໃຫ້ຮ່າງກາຍແຂງແຮງ ແຕ່ກໍບໍ່ຄວນອອກໃນຍາມທີ່ອາກາດຮ້ອນໜັກ ຄວນທີ່ຈະອອກກຳລັງກາຍໃນຊ່ວງເຊົ້າກ່ອນຕາເວັນຂຶ້ນ  ແລະ ຊ່ວງແລງແທນ ເພື່ອເປັນການຫຼີກລ່ຽງແສງແດດ ແລະ ເພື່ອປ້ອງກັນພາວະຮ່າງກາຍຮ້ອນຈົນເກີນໄປ ເພາະອາດຈະເຮັດໃຫ້ຊ໋ອກໝົດສະຕິໄດ້

ງົດປະເພດເຄື່ອງດື່ມທີ່ມີແອວກໍຮໍ

ໃນຊ່ວງທີ່ອາກາດທີ່ກຳລັງຮ້ອນໆ ໂດຍສະເພາະກາງເວັນ ຄວນຫຼີກລ່ຽງເຄື່ອງດື່ມແອວກໍຮໍທຸກຊະນິດ ເພາະເມື່ອເຮົາດື່ມໃນຊ່ວງເວລາທີ່ອາກາດຮ້ອນແຮງຈະເຮັດໃຫ້ແອວກໍຮໍຊຶມເຂົ້າກະແສເລືອດໄວຂຶ້ນ ເຮັດໃຫ້ອອກລິດແລະກະຕຸ້ນຫົວໃຈໃຫ້ເລືອດແລ່ນໄວ ຈຶ່ງອາດເຮັດໃຫ້ເກີດອາການຊ໋ອກ (ສ່ຽງເສຍຊີວິດໄດ້)

ເສື້ອຜ້າຕ້ອງລະບາຍຄວາມຮ້ອນໄດ້ດີ

ร้อน

ຄວນໃສ່ເສື້ອຜ້າທີ່ມີເນື້ອຜ້າທີ່ເຢັນສະບາຍ ເຂົ້າກັບອາກາດ ຊ່ວຍລະບາຍ ແລະ ຖ່າຍເທອາກາດໄດ້ດີ ແລະ ຄວນຫຼີກລ່ຽງເສື້ອຜ້າສີເຂັ້ມເຊັ່ນ: ສີດຳ ສີຟ້າເຂັ້ມ ເພາະສີເຫຼົ່ານີ້ຈະດູດແສງໄດ້ເປັນຢ່າງດີ ທາງທີ່ດີຄວນໃສ່ເສື້ອຜ້າສີອ່ອນໆໃນຊ່ວງທີ່ອາກາດຮ້ອນຈະດີທີ່ສຸດ

ທີ່ມາ: https://health.mthai.com/howto/health-care/26038.html

ຮຽບຮຽງ: ຊະນີIndy

ແບ່ງປັນ