Breaking News

“ຄວາມຈິງເປັນສິ່ງບໍ່ຕາຍ” ຫຍິງຫຍິງ ອອກມາຊີ້ແຈງແລ້ວກ່ຽວກັບແຄັບຊັ່ນນີ້ ພ້ອມບອກວ່າທຸກຢ່າງທີ່ຕົນອອກມາເວົ້າເປັນເລື່ອງຈິງ!!! 

ແບ່ງປັນ

ຫຼັງຈາກທີ່ ລູກນໍ້າ ທິດາລັດ ວົງສິຣິ ໄດ້ອອກມາໂພສເພື່ອເຄຍບັນຫາທຸກໆຢ່າງໄປໃນຊ່ວງຕົ້ນເດືອນ ພຶດສະພາ 2019 ທີ່ຜ່ານມາ ຕໍ່ມາເຮັດໃຫ້ ຫຍິງຫຍິງ ສະລຸຊາ ນັກສະແດງປະເທດໄທ ກໍໄດ້ໂພສຮູບຂອງຕົນພ້ອມແຄັບຊັ່ນທີ່ວ່າ “ຄວາມຈິງເປັນສິ່ງບໍ່ຕາຍ”

ເຮັດເອົາບັນດາແຟນໆທີ່ຕິດຕາມເລື່ອງນີ້ ໄດ້ຕັ້ງຂໍ້ສັງເກດວ່າເປັນການໂຕ້ຕອບຫຼືບໍ່? ຫຼ້າສຸດ ຫຍິງຫຍິງ ສະລຸຊາ ກໍໄດ້ອອກມາໃຫ້ສຳພາດກັບສື່ເພື່ອເປີດໃຈ ແລະ ບອກວ່າຕົນໄດ້ເຫັນກ່ຽວກັບສິ່ງທີ່ອີກຝ່າຍໄດ້ອອກມາໂພສ ອອກມາເຄຍແລ້ວ ແຕ່ບໍ່ຮູ້ສືກຫຍັງ ເປັນເລື່ອງຂອງຄົນອື່ນ ແລະ ໄດ້ຕັດເລື່ອງນີ້ອອກໄປຈາກຊີວິດແລ້ວ ຈຶ່ງບໍ່ຢາກເວົ້າ ແລະ ກ່ຽວຂ້ອງຫຍັງກັນອີກ ສ່ວນເລື່ອງທີ່ຕົນໂພສຮູບ ແລະແຄັບຊັ່ນໃນເວລານັ້ນແມ່ນເປັນການໂພສເພື່ອເຕືອນຕົວເອງເປັນປົກກະຕິຢູ່ແລ້ວ ເພາະປະສົບການສອນໃຫ້ຕົນເຮັດໃນສິ່ງທີ່ຖືກຕ້ອງ ແລະຄວາມເປັນຈິງ

ພ້ອມຍັງບອກອີກວ່າທຸກໆເທື່ອທີ່ຕົນໄດ້ອອກມາເວົ້າ ອອກມາສຳພາດແມ່ນເປັນເລື່ອງຈິງທັງໝົດ ສ່ວນກັບອະດີດແຟນ ຕູມຕາມ ຍຸດທະນາ ນັກສະແດງປະເທດໄທ ແມ່ນບໍ່ໄດ້ມີການພົບ ຫຼື ເວົ້າລົມກັນຕັ້ງແຕ່ເກີດເລື່ອງ ແຕ່ໃນອະນາຄົດຖ້າບັງເອີນພົບພໍ້ກັນກໍສາມາດເວົ້າລົມກັນໄດ້ ແຕ່ຊີວິດຈິງກໍຄົງຍາກທີ່ຈະໄດ້ພົບກັນ…

(ມີຄລິບສຳພາດ ຫຍິງຫຍິງ ສະລຸຊາ ນັກສະແດງປະເທດໄທ )

ທຸກໆຝ່າຍກໍໄດ້ອອກມາເຄຍມາເວົ້າແລ້ວ ກໍຂໍໃຫ້ເລື່ອງລາວໃນເທື່ອນີ້ຈົບລົງດ້ວຍດີເນາະ, ເອົາເປັນວ່າຂໍເປັນກຳລັງໃຈໃຫ້ທຸກໆຝ່າຍກໍແລ້ວກັນເດີ້!!!

ຮູບພາບ: IG/yingying_yingying

(ຂ່າວທີ່ກ່ຽວຂ້ອງກ່ອນໜ້າ)

ກະຈ່າງແຈ້ງ! ລູກນໍ້າ ອອກມາເຄຍບັນຫາຂ່າວລືເປັນມືທີ 3 ລະຫວ່າງ ຕູມຕາມ ແລະ ຫຍິງຫຍິງ ແລ້ວ!!!

ແບ່ງປັນ