Breaking News

ບໍ່ໄດ້ແຊ້ມແຕ່ຊະນະໃຈຄົນລາວ! ຫຼັງຈາກທີມຊາດລາວ ພາດຈຸດໂທດເສຍໃຫ້ ທີມຊາດໄທ 3-5 (ຖືວ່າເກັ່ງຫຼາຍແລ້ວ…ຊົມເຊີຍ)

ແບ່ງປັນ

ເປັນທີ່ຮືຮາທົ່ວບ້ານທົ່ວເມືອງໃນເວລານີ້ ຫຼັງນັກເຕະຍິງທີມຊາດລາວ ຮຸ່ນອາຍຸບໍ່ເກີນ 15 ປີ ທີ່ໂຊຜົນງານແບບເໝືອເມກ ເອົາຊະນະຫຼາຍນັດລວດ ສ້າງປະຫວັດຫນ້າໃຫມ່ໃຫ້ກັບວົງການບານເຕະລາວ ແລະ ຫຼ້າສຸດຜ່ານເຂົ້າຮອບຊິງຊະນະເລີດໄປພົບກັບ ທີມຊາດໄທ ແຂ່ງຂັນໄປໃນວັນທີ 21 ພຶດສະພາ 2019 ທີ່ຜ່ານມາ…

ເຊື່ອວ່າແຟນໆກໍຄົງຕິດຕາມການແຂ່ງຂັນນັດຊິງຊະນະເລິີດຢ່າງໃຈຈົດໃຈຈໍ່ ໃນທີ່ສຸດຜົນກໍອອກມາແລ້ວ ທີມຊາດລາວ ພາດຈຸດໂທດ ເສຍໃຫ້ ທີມຊາດໄທ 3-5 ຫລັງຈາກ ເວລາປົກກະຕິ ສະເຫມີ 0-0 

ຖືວ່ານ້ອງໆມີຄວາມສາມາດ ແລະ ເກັ່ງຫຼາຍໆ ເຖິງຈະພາດເສຍໃນນັດຊິງເພາະພຽງພາດຈຸດໂທດ ຕາມຄວາມເປັນຈິງແລ້ວຖືວ່ານ້ອງໆເກັ່ງຫຼາຍໆ ມື້ນີ້ອາດຈະຍັງບໍ່ແມ່ນມື້ຂອງເຮົາ, ແຕ່ເຖິງຢ່າງໃດກໍຕາມທີມຊາດລາວກໍໄດ້ສ້າງປະຫວັດສາດໜ້າໃໝ່ ຄວ້າຮອງແຊ້ມ ໃນການແຂ່ງບານເຕະຍິງຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 15 ປີ ຫລື AFF U15 GIRLS’ CHAMPIONSHIP 2019 ມາຝາກຄົນລາວ. (ຂໍສະແດງຄວາມຍິນດີ…ເກັ່ງຫຼາຍໆ)

ແລະ ຍັງບໍ່ໝົດຢພຽງແຕ່ເທົ່ານັ້ນ ແຟນໆຊາວລາວຕ່າງກໍໃຫ້ກຳລັງໃຈ ແລະ ຍັງເວົ້າເປັນສຽງດຽວກັນ ເຖິງຈະບໍ່ໄດ້ແຊ້ມແຕ່ຊະນະໃຈ ພວກນ້ອງໆເກັ່ງຫຼາຍໆ ກາຍເປັນຂວັນໃຈຄົນໃໝ່ຂອງພໍ່ແມ່ພີ່ນ້ອງຊາວລາວໄປແລ້ວໃນເວລານີ້.

#ແຊຣເພື່ອເປັນກຳລັງໃຈໃຫ້ນ້ອງໆນັກກິລາບານເຕະຍິງທີີມຊາດລາວ  #ແຊຣໄປໃຫ້ໂລກຮູ້ ເດັກລາວເກັ່ງຫຼາຍ

ທີ່ມາ: ສະຫະພັນບານເຕະແຫ່ງຊາດລາວ Lao Football Federation 

(ຂ່າວທີ່ກ່ຽວຂ້ອງກ່ອນໜ້າ)

ເກັ່ງຫຼາຍເດັກລາວ! ສ້າງປະຫວັດສາດໜ້າໃໝ່ຜ່ານເຂົ້າຮອບຊິງຊະນະເລີດ ຈະພົບກັບທີມຊາດໄທ 21 ພຶດສະພາ 2019 ນີ້ (ຂໍກຳລັງໃຈໃຫ້ນ້ອງໆດ່ວນ!)

ແບ່ງປັນ