Breaking News

ມາຮູ້ຈັກກັບແມ່ຍິງເກັ່ງລະດັບໂລກ Jacinda Arden ນາຍົກລັດຖະມົນຕີ ປະເທດ ນິວຊີແລນ ທີ່ມີອາຍຸນ້ອຍທີ່ສຸດ

ແບ່ງປັນ

ມາຮູ້ຈັກກັບແມ່ຍິງເກັ່ງລະດັບໂລກ ອີກໜຶ່ງທ່ານ ເພິ່ນເປັນນາຍົກລັດຖະມົນຕີທີ່ມີອາຍຸນ້ອຍທີ່ສຸດ ເປັນແມ່ຍິງທີ່ເກັ່ງ ມີຄວາມສາມາດ ແຖມຕອນນີ້ໄດ້ກາຍເປັນນັກການເມືອງຄຸນນະພາບ ກາຍເປັນຂວັນໃຈຂອງຄົນທົ່ວໂລກ…

Jacinda Arden นายกรัฐมนตรีนิวซีแลนด์ นายกรัฐมนตรีหญิง สวยและเก่ง เจซินดา อาร์เดิร์น

ເຈຊິນດາ ອາຣເດຣິນ (Jacinda Arden) ອາຍຸ 37 ປີ ຕຳແໜ່ງນາຍົກລັດຖະມົນຕີ ປະເທດ ນິວຊີແລນ ເປັນຜູ້ນໍາປະເທດນິວຊີແລນທີ່ມີອາຍຸນ້ອຍທີ່ສຸດໃນຮອບ 150 ປີ ໂດຍເປັນ ນາຍົກລັດຖະມົນຕີຄົນທີ່ 3 ຂອງປະເທດ ແລະ ເປັນນາຍົກຄົນທີ 40 ຂອງປະເທດ ນິວຊີແລນ

ກ່ອນໜ້າທີ່ Jacinda Arden ຈະມາເປັນຕຳແໜ່ງນາຍົກລັດຖະມົນຕີ ນິວຊີແລນ ບອກເລີຍວ່າເພິ່ນມີດີກຼີເປັນດີເຈມາກ່ອນ ນາງເປັນຄົນທີ່ມີມັກໃນສຽງດົນຕຣີ ໂດຍສິລະປິນທີ່ເປັນຕົ້ນແບບຂອງເພິ່ນແມ່ນ Spice Girls, The Beatles, Iggy Pop ໄປຈົນເຖິງ Snoop Dogg

ນອກເໜືອຈາກວຽກທາງດານດົນຕຣີແລ້ວ ຫຼັງຈາກຈົບການສຶກສາຈາກວິທະຍາໄລໄວກາໂຕໃນປີ 2001 Jacinda ເລີ່ມຈາກການເປັນນັກວິໄຈທີ່ບ່ອນເຮັດວຽກຂອງ ນາຍົກລັດທະມົນຕີ ເຮເລນ ຄາສ ຕໍ່ມາເຮັດວຽກເປັນທີ່ປຶກສາດ້ານນະໂຍບາຍຂອງ ໂທນີ່ ແບຣ, ຕໍ່ມາໃນປີ 2008 ໄດ້ຖືກຄັດເລືຶອກໃຫ້ເປັນປະທານນາທິບໍດີ International Union of Socialist Youth

ຊຶ່ງຫຼັງໄດ້ຮັບໜ້າທີ່ໆສຳຄັນໃນການບໍລິຫານປະເທດແລ້ວ ນາຍົກຍິງຄົນນີ້ກໍລຸຍງານການເມືອງເຕັມທີ່ ແລະ ມີວິໄສທັດທີ່ດີ ໂດຍເປົ້າໝາຍຫຼັກກໍຄື ການຈັດການຄວາມທຸກຍາກໃນເດັກໃຫ້ໝົດໄປ ພ້ອມສັນຍາວ່າຈະເປັນລັດຖະບານທີ່ເອົາໃຈໃສ່ທຸກດ້ານ ໂດຍສະເພາະເລຶ່ອງການຮັບມືການປ່ຽນແປງຂອງສະພາບອາກາດ, ນອກຈາກນັ້ນ Jacinda Arden ຍັງເປີດປະຊາຊົນໄດ້ເຂົ້າມາສະແດງຄວາມຄິດເຫັນ ແລະ ຕິດຕາມຜົນງານຂອງເພິ່ນຜ່ານທາງອິນສະຕາແກຣມສ່ວນຕົວອີກດ້ວຍ

ແລະ ເຫດການທີ່ເຮັດໃຫ້ຜູ້ຄົນທົ່ວໂລກປະທັບໃຈນາຍົກຍິງທີ່ເກັ່ງຄົນນີ້ກໍຄື ເຫດໂສຄະນາດຕະກຳຄັ້ງໃຫ່ຍຂອງປະເທດ ເມື່ອວັນທີ 15 ມີນາ 2019 ທີ່ຜ່ານມາ ກໍລະນີມີຊາຍອະລະວາດກວດຍິງຊາວມຸດສະລິມທີ່ມາຮ່ວມພິທີລະມາດໃນມັດສະຍິດ 2 ແຫ່ງໃຈກາງເມືອງໄຄເຊີບ ເປັນເຫດໃຫ້ມີຄົນເສຍຊີວິດທັງໝົດ 50ຄົນ ເຮັດໃຫ້ Jacinda Arden ບໍ່ພຽງແຕ່ໄດ້ຮັບຮູ້ເຖິງຄວາມຢ້ານ ແລະ ໂສກເສົ້າເສຍໃຈຂອງຊາວມຸດສະລິມເທົ່ານັ້ນ ແຕ່ຍັງເຂົ້າໄປກອດ ແລະ ເວົ້າໃຫ້ກຳລັງໃຈຜູ້ຄົນທີ່ຕົກເປັນເຫຍື່ອໃນເມືອງໄຄເຊີບ

ພ້ອມໃສ່ຜ້າຄຸມສີດຳເພື່ອສະແດງຄວາມເຄົາລົບ ແລະ ຍັງຮຽກຮ້ອງໃຫ້ເປັນອັນໜຶ່ງອັນດຽວ ຈົນເຮັດໃຫ້ຕອນນີ້ Jacinda Arden ກາຍເປັນນາຍົກລັດຖະມົນຕີຄົນຍຸກໃໝ່ ທີ່ກຸມຫົວໃຈຄົນທົ່ວໂລກແລ້ວ.

ທີ່ມາ: https://women.mthai.com/amazing-women/406111.html

ແບ່ງປັນ