Breaking News

ຄົນລາວເກັ່ງຫຼາຍ! ຜູ້ກໍາກັບໜຸ່ມໄຟແຮງຈາກລາວ ຮ່ວມເປັນໜຶ່ງໃນຄົນສ້າງຮູບເງົາ ຍ່າງພົມແດງທີ່ເທສະການຮູບເງົາເມືອງຄານ 

ແບ່ງປັນ

ພໍຮອດງານເທສະການຮູບເງົາລະດັບໂລກນັ້ນກໍຄື ເທສະການຮູບເງົາເມືອງຄານ ທີ່ປະເທດ ຝຣັ່ງ ເຮົາອາດຈະຕິດພາບທີ່ວ່າເຄີຍເຫັນແຕ່ທີມຜູ້ສ້າງຮູບເງົາ ຫຼື ນັກສະແດງ ເຊເລັບຄົນດັງທີ່ເປັນຄົນຕ່າງຊາດໄປຮ່ວມງານ ໄປແລກປ່ຽນປະສົບການ ໄປຍ່າງພົມແດງ ແຕ່ມາຮອດປີ 2019 ເອີ້ນໄດ້ວ່າເປັນສິ່ງທີ່ຄົນລາວເຮົາພູມໃຈອີກໜຶ່ງຢ່າງ ເພາະໄດ້ມີຜູ້ກໍາກັບໜຸ່ມໄຟແຮງຈາກລາວ ໄຊສົງຄາມ ອິນດວງຈັນທີ ໄດ້ຖືກຄັດເລືອກຈາກ la Fabrique Cinéma ພ້ອມທັງໄດ້ໄປຮ່ວມງານເທດສະການຮູບເງົາເມືອງຄານ ປີ 2019 ທີ່ປະເທດ ຝຣັ່ງ, ເຊິ່ງໜຸ່ມຄົນນີ້ໄດ້ຮ່ວມເປັນໜຶ່ງໃນ 10 ຄົນສ້າງຮູບເງົາຈາກທົ່ວໂລກ ທີ່ຖືກເຊີນເຂົ້າຮ່ວມເທດສະການຮູບເງົາທີ່ເມືອງຄານ.

ໄຊສົງຄາມ ອິນດວງຈັນທີ ໜຸ່ມລາວເຈົ້າຂອງບົດຮູບເງົາ ເອື້ອຍ (Raising a beast) ໄດ້ພົບປະກັບບັນດາຜູ້ສ້າງຮູບເງົາມືອາຊີບ ຝຣັ່ງ ແລະ ປະເທດຕ່າງໆ, ເພື່ອຄົ້ນຫາຜູ້ໃຫ້ທຶນສໍາລັບການຖ່າຍທໍາຜົນງານຮູບເງົາເລື່ອງຍາວເລື່ອງທໍາອິດ.

ສຳລັບ ໄຊສົງຄາມ ອິນດວງຈັນທີ ຜູ້ກຳກັບໜຸ່ມໄຟແຮງຄົນນີ້ ຈົບການສຶກສາລະດັບປະລິນຍາຕີ ສາຂາສື່ສານມວນຊົນ ທີ່ປະເທດ ສິງກະໂປ ,ຈົບການສຶກສາປະລິນຍາໂທ ສາຂາສ້າງຮູບເງົາທີ່ ນິວຍອກ USA ພາຍໃຕ້ທຶນ Fulbright,

ນອກຈາກນັ້ນຍັງເປັນຜູ້ຮ່ວມກໍ່ຕັ້ງບໍລິສັດລາວນິວເວບສິນິມາ ແລະ ຍັງເປັນຜູ້ກຳກັບຈາກລາວທີ່ເດີນທາງໄປຮ່ວມໃນງານເທສະການຮູບເງົາລະດັບໂລກ ທີ່ປະເທດ ຝຣັ່ງ ອີກດ້ວຍ.

#ແຊຣໄປໃຫ້ໂລກຮູ້ຄົນລາວເກັ່ງຫຼາຍ 

ທີ່ມາ: Institut Français du Laos , Xaisongkham Induangchanthy

ແບ່ງປັນ