Breaking News

ເມື່ອຍບໍ່ກັບອິນເຕີເນັດທີິ່ຊ້າ ບໍ່ໄດ້ໃຈ… ລອງມາຮູ້ຈັກກັບ “Skynet Lao” ສາມາດຊ່ວຍທ່ານໄດ້!!!

ແບ່ງປັນ

ເມື່ອຍບໍ່ກັບການທີ່ຕ້ອງມາໃຊ້ອິນເຕີເນັດຊ້າໆ? ກັບອິນເຕີເນັດດາຕ້າຂອງ 4G ທີ່ໝົດຢ່າງໄວວາ ແລະ ບາງເທື່ອເນັດໂທລະສັບຍັງຫລຸດຄວາມໄວໄປເປັນ 3G ຫຼື ໜ້ອຍກວ່ານັ້ນອີກ? ທຸກໆທ່ານອາດໄດ້ພົບເຈິກັບບັນຫາທີ່ກ່າວມາຂ້າງເທິງນັ້ນມາແລ້ວ ແຕ່ສະກາຍເນັດມີທາງອອກສຳລັບທ່ານ.

ສະກາຍເນັດ ໃຫ້ການເຊື່ອມຕໍ່ອິນເຕີເນັດຄວາມໄວສູງທີ່ສຸດຜ່ານທາງສາຍໄຟເບີ້. ໃນການສົ່ງຂໍ້ມູນຄວາມໄວສູງຜ່ານສາຍໄຟເບີ້ໃຕ້ດິນທີ່ຮອງຮັບຄວາມໄວສູງເຖິງ 1000 Megabit/ວິນາທີ (Mbps). ການຕິດຕັ້ງກໍງ່າຍ ສາມາດຕິດຕັ້ງໄດ້ທຸກທີ່ທີ່ສາຍດິນໄປເຖິງ, ໃຫ້ທ່ານເຂົ້າເຖິງການເຊື່ອມຕໍ່ທີ່ມີປະສິດຕິພາບ ແລະ ມີຄວາມປອດໄພໃນການເຂົ້າເວັບໄດ້ທຸກທີ່ທີ່ທ່ານຕ້ອງການ.

ສາມາດເຮັດວຽກໄດ້ດີກວ່າເນັດບອດແບນມືຖື, ສາຍໄຟເບີ້ອອບຕິກຈະເຮັດໃຫ້ສັນຍານຈາກຈຸດສົ່ງໄປຍັງບ້ານ, ອາຄານສຳນັກງານ, ຮ້ານກາເຟ ຫຼື ທຸລະກິດ ມີຄວາມສະຖຽນ. ພ້ອມທັງບໍ່ຈຳກັດຈຳນວນດາຕ້າໃນການດາວໂຫລດ ແລະ ບໍ່ຈຳເປັນຕ້ອງເສຍເງິນເພີ່ມໃນການດາວໂຫລດເກີນຄືກັບແພັກເກັດເນັດບອດແບນມືຖື.

ສະກາຍເນັດຍັງມີແພັກເກັດຫຼາກຫຼາຍທີ່ບໍ່ຈຳກັດຈຳນວນດາຕ້າ – ຄວາມໄວສູງ ລາຄາທຽບເທົ່າລາຄາເນັດບອດແບນມືຖືໂດຍທີ່ຄວາມໄວຫຼາຍກວ່າ ແລະ ບໍ່ຈຳກັດຄວາມໄວໃນການດາວໂຫລດ/ອັບໂຫລດ. ໝາຍຄວາມວ່າທ່ານຈະສາມາດໄລຟ໌/ດາວໂຫລດໜັງ/ລາຍການຕ່າງໆ ໃນລະດັບ SD, HQ, HD ແລະ ຄວາມລະອຽດລະດັບ 4K ໄດ້ໂດຍບໍ່ຈຳເປັນຕ້ອງຖ້າດາວໂຫລດ/ບັບເຟີ ດົນ.

ໃຫ້ຄວາມບັນເທີງທີ່ຄົມຊັດ ແລະ ມີຄຸນນະພາບໂດຍບໍ່ມີສິ່ງໃດມາລົບກວນທ່ານ, ຄອບຄົວ, ໝູ່ເພື່ອນ, ລູກຄ້າ ຫຼື ຢູ່ຫ້ອງການ.

ແພັກເກັດບໍ່ຈຳກັດຈຳນວນດາຕ້າໃຫ້ບໍລິການເນັດຄວາມໄວສູງທີ່ສະຖຽນທີ່ທ່ານຕ້ອງການເຖິງບ້ານຂອງທ່ານ. ບໍ່ມີຄວາມໜ່ວງອີກຕໍ່ໄປ; ໂດຍສະເພາະຖ້າທ່ານເປັນນັກຫຼີ້ນເກມ. ຜູ້ໃຊ້ທຸກຄົນສາມາດທີ່ຈະນຳໃຊ້ເນັດຄວາມໄວສູງໄດ້, ດັ່ງນັ້ນຖ້າຫາກວ່າທ່ານມີສະມາຊິກໃນຄອບຄົວຫຼາຍຄົນ ຫຼື ມີທຸລະກິດທີ່ຕ້ອງການອິນເຕີເນັດທີ່ມີຄວາມໄວ – ສະຖຽນ ເນັດສາຍໄຟເບີ້ຂອງສະກາຍເນັດເປັນທາງແກ້ໄຂຂອງທ່ານ. ເນັດບໍ່ຫລຸດໃນເວລາສຳຄັນບໍ່ວ່າຈະເປັນຕອນລົມໂທລະສັບ/ວິດີໂອຄໍ ແລະ ເນັດຄວາມໄວບໍ່ຕົກ ຫຼື ການລົບກວນໃນການເຊື່ອມຕໍ່ດ້ວຍສະກາຍເນັດ.

ລອງເບິ່ງແພັກເກັດໃໝ່ລ່າສຸດກັບອິນເຕີເນັດສາຍໄຟເບີ້ຂອງສະກາຍເນັດຢູ່ລຸ່ມນີ້ ຫຼື ສາມາດເຂົ້າໄປຂໍ້ມູນເພີ່ມຕື່ມໄດ້ທີ່ເຟສບຸ໊ກເພສ – Skynet Lao

ແບ່ງປັນ