#ແຊຣໄປໃຫ້ໂລກຮູ້ ຮີ້ວໆໆໆ…ເຊຍລາວສູ້ໆ!!! ແຖວນີ້ມີໃຜເປັນ FC ນ້ອງໆນັກກິລາຍິງທີມຊາດລາວກັນແດ່ຍົກມືຂຶ້ນໄວໆ ຊ່ວງນີ້ຮູ້ສຶກມີຂ່າວດີລະດັບຊາດມາໃຫ້ໄດ້ປິຕິຍິນດີ ເພາະເທົ່າທີ່ແຟນໆໄດ້ຕິດຕາມຂ່າວສານຂອງນ້ອງໆນັກກິລາຍິງທີມຊາດລາວ ຮຸ່ນອາຍຸບໍ່ເກີນ 15 ປີ ທີ່ໂຊຜົນງານແບບເໝືອເມກ ເອົາຊະນະຫຼາຍນັດລວດ ສ້າງປະຫວັດຫນ້າໃຫມ່ໃຫ້ກັບວົງການບານເຕະລາວ ແລະ ຫຼ້າສຸດຜ່ານເຂົ້າຮອບຊິງຊະນະເລີດໄປພົບກັບ ທີມຊາດໄທ ຈະແຂ່ງຂັນໃນວັນທີ 21 ພຶດສະພາ 2019 ນີ້…
ເຊິ່່ງວັນທີ 19 ພຶດສະພາ 2019 ຢູ່ທີ່ສະຫນາມ Institute of Physical Education Chonburi Campus Stadium 1 ແຂວງຊົນບູຣີ ປະເທດໄທ ໄດ້ມີການແຂ່ງຂັນບານເຕະຍິງຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 15 ປີ ຫລື AFF U15 GIRLS’ CHAMPIONSHIP 2019 ຮອບຮອງຊະນະເລີດ ທີມຊາດລາວ ພົບກັບ ທີມຊາດ ຟີລິບປິນ
ເກມການແຂ່ງຂັນນັດດັ່ງກ່າວ ທ່ານ ນາງ ພອນທິບ ແສງມະນິ ຫົລຫນ້າຄູຝຶກ ທີມຊາດລາວ ໄດ້ສົ່ງນັກກິລາຕົວຫລັກລົງສະຫນາມເປັນຕົວຈິງ ນຳໂດຍ ເບີ 5 ວິໄລພອນ ແພງຊະນະ ຫົວຫນ້າທີມ, ເບີ 8 ເປ້ ພົມພັກດີ, ເບີ 2 ໃຈຄຳ ຜ່ານການແຂ່ງຂັນຜົນປາກົດວ່າ ທີມຊາດລາວ ສາມາດເອົາຊະນະ ທີມຊາດ ຟີລິບປິນ 3-1 ໂດຍ ທີມຊາດລາວ ໄດ້ 2 ປະຕູ ຈາກ ເບີ 8 ເປ້ ພົມພັກດີ ນາທີ 1, 43 ແລະ 1 ປະຕູ ຈາກ: ເບີ 4 ທິບປະກອນ ສີວົງລາດ ນາທີ 22,
ຈາກໄຊຊະນະດັ່ງກ່າວ ສົ່ງຜົນໃຫ້ ທີມຊາດຍິງລາວ ຮຸ່ນອາຍຸບໍ່ເກີນ 15 ປີ ສ້າງປະຫວັດຫນ້າໃຫມ່ໃຫ້ກັບວົງການບານເຕະລາວ ຜ່ານເຂົ້າຊີງຊະນະເລີດ ເຊິ່ງຈະພົບກັບ ທີມຊາດໄທ.
ແລະ ໃນວັນອັງຄານ ວັນທີ 21 ພຶດສະພາ 2019 ເວລາ 18.00 ທີມຊາດລາວ ພົບ ທີມຊາດໄທ ແຂ່ງຂັນຢູ່ທີ່ສະຫນາມ Institute of Physical Education Chonburi Campus Stadium 1. (ຝາກເປັນກຳລັງໃຈໃຫ້ນ້ອງໆກັນຫຼາຍໆເດີ້ຄົນລາວ)
#ແຊຣເພື່ອເປັນກຳລັງໃຈໃຫ້ນ້ອງໆນັກກິລາບານເຕະຍິງທີີມຊາດລາວ #ເຊຍລາວສູ້ໆ #ແຊຣໄປໃຫ້ໂລກຮູ້
ທີ່ມາ: ສະຫະພັນບານເຕະແຫ່ງຊາດລາວ Lao Football Federation
(ຂ່າວທີ່ກ່ຽວຂ້ອງ)