Breaking News

ມີຄວາມຫວັງ! ລາວ ສົ່ງ 2 ນັກກິລາເພາະກາຍ ເຂົ້າຮ່ວມຊິງແຊ້ມອາຊີຕາເວັນອອກສ່ຽງໃຕ້ ທີ່ມຽນມ້າ (ເຊຍລາວສຸດໃຈ)

ແບ່ງປັນ

ຂໍກຳລັງໃຈຈາກຄົນລາວແດ່ໄວໆ… ຫຼ້າສຸດ ສະຫະພັນກີລາເພາະກາຍແຫ່ງຊາດລາວ ໄດ້ມີການ ສົ່ງນັກກີລາລົງແຂ່ງຂັນ “ຊິງແຊ້ມເພາະກາຍອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 16 ທີ່ ປະເທດ ມຽນມ້າ” ນັ້ນກໍຄື ທ້າວ ນັນທະລັກ ສຸນາເຄນ ລົງແຂ່ງຂັນໃນລຸ້ນ “Men Sport Physique” ລຸ້ນຄວາມສູງບໍ່ເກີນ 165 cm ແລະ ນາງ ກອງແພງ ຂຸນວິໄນ ລົງແຂ່ງຂັນໃນລຸ້ນ “Model Physique” ລຸ້ນຄວາມສູງບໍ່ເກີນ 160 cm.

 

ເຊິ່ງບອກເລີຍວ່າ ຕົວແທນນັກກິລາລາວ ມີການກະກຽມຄວາມພ້ອມ ແລະ ມີຄວາມພ້ອມເຖິງ 100% ເອີ້ນໄດ້ວ່າມີຄວາມຫວັງທີ່ຈະສາມາດຍາດເອົາຫຼຽນມາສູ່ປະເທດຊາດ.

(ຝາກເປັນກຳລັງໃຈໃຫ້ທີມນັກກິລາຈາກລາວກັນຫຼາຍໆໂລດເດີ້ແຟນໆ)

#ແຊຣເພື່ອເປັນກຳລັງໃຈໃຫ້ນັກກິລາທີີມຊາດລາວ #ເຊຍລາວສູ້ໆ #ແຊຣໄປໃຫ້ໂລກຮູ້  #ເຊຍທີມນັກກິລາເພາະກາຍລາວ

(ຂໍຂອບໃຈຮູບພາບ)

ແບ່ງປັນ