Breaking News

ມາແຮງ! “ຢາກໃຫ້ກັບມາ” ບົດເພງລາວແນວຄວາມຮັກທີ່ແຟນໆເວົ້າເຖິງຫຼາຍທີ່ສຸດໃນເວລານີ້…

ແບ່ງປັນ

ມາອັບເດດຜົນງານຂອງສິລະປິນລາວ ຫຼ້າສຸດ ຕານຸ ວັນນະສິນ ໄດ້ປ່ອຍເພງ “ຢາກໃຫ້ກັບມາ” ມາໃຫ້ແຟນໆໄດ້ຟັງກັນແບບຊຶ້ງໆກິນໃຈ ແລະ ພໍແຕ່ປ່ອຍບໍ່ພຽງເທົ່າໃດມື້ ກໍເຮັດໃຫ້ມີກະແສ ແລະ ເປັນບົດເພງລາວທີ່ມີຄົນເວົ້າເຖິງຫຼາຍທີ່ສຸດໃນເວລານີ້…

(ມີເພງ “ຢາກໃຫ້ກັບມາ” ມາຝາກແຟນໆທຸກຄົນ ລອງມາຟັງກັນ…)

ສຳລັບ ຕານຸ ວັນນະສິນ ກ່ອນໜ້ານີ້ແມ່ນໄດ້ປ່ອຍຜົນງານເພງ “ເຫຼືອໄວ້ແຕ່ນໍ້າຕາ” ເຊິ່ງກໍເຮັດໃຫ້ມີຍອດວິວທາງ Youtube ກັນຢ່າງຫຼວງຫຼາຍ ແລະ ໃນວັນທີ 26 ພຶດສະພາ 2019 ທີ່ຜ່ານມາ ກໍໄດ້ປ່ອຍບົດເພງ “ຢາກໃຫ້ກັບມາ” ເປັນບົດເພງທີ່ 2.

ໄດ້ຟັງເພງ “ຢາກໃຫ້ກັບມາ”  ແລ້ວຮູ້ສຶກມ່ວນ ຊຶ້ງກິນໃຈສຸດໆເລີຍແມ່ນບໍ່? ຢ່າງໃດ! ກໍຝາກແຟນໆເປັນກຳລັງໃຈໃຫ້ສິລະປິນລາວກັນຫຼາຍໆໂລດເດີ້ ເຮົາຄົນລາວສະໜັບສະໜູນຜົນງານຄົນລາວນຳກັນເນາະ.

ທີ່ມາຄລິບ: Tanu Vannasin

ແບ່ງປັນ