Breaking News

ສ່ອງ IG! ວີ ວິໂອເຣັດ ນັກຮ້ອງດັງ ຫຼ້າສຸດໂພສແບບນີ້…ຫຼັງຈົບຄອນເສີດໃນປະເທດລາວ

ແບ່ງປັນ

ມາອັບເດດ Instagram ຂອງ ວີ ວິໂອເຣັດ ວໍເທຍ ນັກຮ້ອງ/ນັກສະແດງຊື່ດັງຈາກປະເທດໄທ ເມື່ອບໍ່ດົນມານີ້ນາງກໍໄດ້ເດີນທາງມາທີ່ ນະຄອນຫຼວງວຽງຈັນ ປະເທດລາວ ເພື່ອພົບພໍ້ກັບແຟນໆຊາວລາວ ແລະ ຈັດມິນິຄອນເສີດຢ່າງອົບອຸ່ນ…

ຫຼ້າສຸດ ວີ ວິໂອເຣັດ ກໍໄດ້ໂພສຮູບພາບ ແລະແຄັບຊັ່ນຄວາມປະທັບໃຈທີ່ມີຕໍ່ແຟນໆຊາວລາວວ່າ: “Thank you for shout-singing with me for the last two nights. You guys were awesome. Love love love Laos” ເຊິ່ງມີຄວາມໝາຍວ່າ: ຂອບໃຈສຳລັບການຮ້ອງເຊຍ-ຮ້ອງເພງ ໄປພ້ອມໆກັນກັບຂ້ອຍໃນ 2 ຄໍ່າຄືນທີ່ຜ່ານມາ, ພວກເຈົ້າສຸດຍອດຫຼາຍໆ. ຮັກ ຮັກ ຮັກ ປະເທດລາວ ຈົນເຮັດໃຫ້ໂພສດັ່ງກ່າວມີແຟນໆທັງລາວ ແລະ ໄທ ເຂົ້າໄປສະແດງຄວາມຄິດເຫັນ ແລະ ຕອບກັບວ່າ ຮັກ ຮັກ ຮັກ ກັນຢ່າງຫຼວງຫຼາຍ…

ແລະ ນອກຈາກຈະເດີນທາງມາສະແດງ ແລະ ຮ້ອງເພງມ່ວນໆໃຫ້ແຟນໆຊາວລາວໄດ້ຟັງແລ້ວ ມາເບິ່ງກັນວ່ານາງໄດ້ໄປໃສອີກແດ່…

ໄດ້ມາຢ້ຽມຢາມ ປະເທດລາວ ທັງທີກໍຕ້ອງໄດ້ລອງຊິມອາຫານແບບລາວໆ ບໍ່ດັ່ງນັ້ນຖືວ່າມາບໍ່ຮອດ…

(ວີ ວິໂອເຣັັດ ວໍເທຍ ໄດ້ເດີນທາງໄປກິນອາຫານແບບລາວໆ ທີ່ຮ້ານ Le Padeak ໃນວັນທີ 24 ພຶດສະພາ 2019 ທີ່ຜ່ານມາ)

(ວິໂອເຣັັດ ວໍເທຍ ໄດ້ເດີນທາງໄປກິນອາຫານ ແບບ Fusion food ທີ່ຮ້ານ Senglao Café ໃນວັນທີ 23 ພຶດສະພາ 2019 ທີ່ຜ່ານມາ)

ສຳລັບ ວີ ວິໂອເຣັດ ວໍເທຍ ອາຍຸ 25 ປີ ລູກຊອດ Thai-Belgium ເປັນອີກໜຶ່ງສາວທີ່ມີຄວາມສາມາດຫຼາກຫຼາຍ ໄດ້ຮັບຄວາມນິຍົມຈາກແຟນໆ ນາງແຈ້ງເກີດມາຈາກ “The Voice Thailand Season 2″ ໂດຍໃນເທື່ອນັ້ນ ວີ ວິໂອເຣັດ ຮ້ອງເພງ”Leaving on a jet plane” ໃນຮອບ Blind audition ຈົນເຮັດໃຫ້ເກີດກະແສ ວີ ວິໂອເຣັດ-ຟີເວີ້ ດັງພາຍໃນຂ້າມຄືນ ມີຄົນເຂົ້າໄປເບິ່ງເພງດັງກ່າວໃນ Youtube ຫຼາຍສິບລ້ານວິວ

ແລະ ຫຼັງຈາກນັ້ນເຮັດໃຫ້ ວີ ວິໂອເຣັດ ວໍເທຍ ເລີ່ມມີຜົນງານທາງວົງການບັນເທີງໄທມາເລື້ອຍໆ ບໍ່ວ່າຈະເປັນລະຄອນ, ຮູບເງົາດັງຫຼາຍຕໍ່ຫຼາຍເລື່ອງ ແຕ່ເຖິງຈະມີວຽກດ້ານການສະແດງເຂົ້າ່ມາບໍ່ຂາດສາຍ ແຕ່ສາວຄົນນີ້ກໍຍັງບໍ່ຖິ້ມໃນສິ່ງທີ່ຮັກ ແລະ ພາໃຫ້ນາງແຈ້ງເກີດ ກໍຄືການຮ້ອງເພງ ເພາະນະປັດຈຸບັນນີ້ຖືໄດ້ວ່າ ວີ ວິໂອເຣັດ  ມີຜົນງານເພງທີ່ຮິດຕິດຫູກັນຫຼາຍເພງທັງເພງປະກອບລະຄອນ/ຮູບເງົາ ແລະ ຊິງເກີ້ນສ່ວນຕົວ ໂດຍສະເພາະເພງ Smoke ທີ່ຮິດຕິດຫູ ແລະ Viral video ທາງ  Youtube ໄປແລ້ວໃນເວລານີ້.

ເປັນອີກໜຶ່ງຄົນດັງຈາກປະເທດເພື່ອນບ້ານທີ່ເດີນທາງມາ ປະເທດລາວ ມີຄວາມໜ້າຮັກຫຼາຍໆ, ຢ່າງໃດກໍຂໍຕ້ອນຮັບ ວີ ວິໂອເຣັດ ວໍເທຍ ເຂົ້າສູ່ປະເທດລາວ.

ຮູບພາບ:  violettewautierLe Padeak, Senglao Caféໂກດັງ Go-DunK

Story: ຊະນີIndy

ແບ່ງປັນ