Breaking News

ເບິ່ງແຍງເສັ້ນຜົມຫຼັງຍ້ອມແນວໃດໃຫ້ສີຕິດທົນ?

ແບ່ງປັນ

ເຊື່ອວ່າຄົງຈະບໍ່ມີໃຜຢາກໃຫ້ສີຜົມທີ່ຍ້ອມມາງາມໆ ຫຼຸດໄປຢ່າງໄວວາ ຫຼື ສີຜິດໄປຈາກເກົ່າ ໄດ້ຍ້ອມຜົມສີງາມໆທັງທີກໍຢາກຈະໃຫ້ມັນຢູ່ໄດ້ດົນໆ, ດັ່ງນັ້ນ ລອງມາເບິ່ງວິທີເບິ່ງແຍງເສັ້ນຜົມຫຼັງຍ້ອມກັນດີກວ່າ ຮັບຮອງຜົນລັບດີແນ່ນອນ…

  1. ຫຼັງຈາກຍ້ອມສີຜົມຮຽບຮ້ອຍແລ້ວ ບໍ່ຄວນຟ້າວສະຜົມ ຄວນລໍຖ້າປະມານ 72 ຊົ່ວໂມງຈຶ່ງເລີ່ມສະຜົມ ເພາະເມື່ອມີການຍ້ອມ ເສັ້ນຜົມຈະເປີດຮັບສີທີ່ຍ້ອມ ແຕ່ຖ້າຫາກສະຜົມໄວຈົນເກີນໄປສີຜົມກໍຈະຫຼຸດ ແລະ ຜິດສີໄດ້ງ່າຍ
  2. ຢ່າໃຊ້ນໍ້າອຸ່ນ ຫຼື ຮ້ອນສະຜົມເດັດຂາດ ເພາະເມື່ອເສັ້ນຜົມຖືກນໍ້າຈະເຮັດໃຫ້ເສັ້ນຜົມເປີດ ເມື່ອສະຜົມກໍຈະເຮັດໃຫ້ສີຜົມຫຼຸດອອກມາໄດ້ງ່າຍ ເປັນທີ່ມາຂອງສີຜົມທີ່ບໍ່ຕິດທົນ
  3. ຢ່າສະຜົມຫຼາຍຈົນເກີນໄປ ເພາະນອກຈາກຈະເຮັດໃຫ້ຄວາມຊຸ່ມຂອງເສັ້ນຜົມຫຼຸດລົງ ຍັງເຮັດໃຫ້ສີຜົມບໍ່ຕິດທົນນານ ຄວນສະຜົມອາທິດລະ 2-3 ເທື່ອ ຫຼັງເຮັດສີຜົມຈະດີກວ່າ
  4. ກ່ອນທີ່ຈະໃຊ້ອຸປະກອນເຮັດຜົມທີ່ມີຄວາມຮ້ອນ ແນະນຳວ່າຄວນໃຊ້ສະເປ ຫຼື ຄຣີມປ້ອງກັນເສັ້ນຜົມຈາກຄວາມຮ້ອນກ່ອນ ເພື່ອບໍ່ໃຫ້ເສັ້ນຜົມແຫ້ງ
  5. ກ່ອນຍ້ອມຜົມຄວນຕັດເລັມປາຍທີ່ແຕກ ແລະ ແຫ້ງອອກເສຍກ່ອນ ເພາະນອກຈາກຈະກຳຈັດຜົມທີ່ແຫ້ງ ເສຍອອກໄປແລ້ວ ຍັງຈະຊ່ວຍໃຫ້ຜົມທີ່ຍ້ອມມີສີທີ່ງາມ
  6. ພະຍາຍາມຢ່າໃຫ້ຜົມຖືກຄໍລີນຫຼາຍຈົນເກີນໄປ ເພາະຄໍລີນຈະກັດສີຜົມ ດັ່ງນັ້ນຖ້າຫາກມີການລອຍນໍ້າອາດຈະໃສ່ໝວກເພື່ອປ້ອງກັນ ແລະ ເມື່ອລອຍນໍ້າແລ້ວກໍຄວນສະຜົມ ແລະະ ໃສ່ຄຣີມບຳລຸງໃຫ້ໄວທີ່ສຸດ.

ທີ່ມາ: https://women.mthai.com/hair/hair-to-do/373621.html

ແບ່ງປັນ