ຄຶກຄຶ້ນ ຄືກຄັກຕັ້ງແຕ່ກາງປີ 2019 ສຳລັບການປະກວດນາງງາມ ຫຼ້າສຸດກໍປະກາດຜົນແບບສົດໆຮ້ອນໆສຳລັບ Miss Universe Philippines 2019 ເຊິ່ງສາວງາມທີ່ມີຄວາມເໝາະສົມ ຄວ້າມົງກຸດໄປຄອງໄດ້ແກ່ Gazini Ganados ເປັນສາວງາມທີ່ມີຄວາມງາມ ພ້ອມຄວາມສາມາດ ເໝາະສົມກັບຕຳແໜ່ງສຸດໆ (ຂໍສະແດງຄວາມຍິນດີ)
ສຳລັບ Gazini Ganados ອາຍຸ 23 ປີ ມີລວງສູງ 173 ຊັງຕີແມັດ ເວົ້າໄດ້ເລີຍວ່ານາງເປັນຄົນໜຶ່ງທີ່ມີຊື່ສຽງໃນ ປະເທດ ຟິລິປິນ ເພາະແຟນໆຄຸ້ນໜ້າຄຸ້ນຕານາງດີໃນຖານະນາງແບບແຖວໜ້າຂອງ ປະເທດ ຟິລິປິນ, ກ່ອນໜ້ານີ້ນາງກໍເຄີຍຜ່ານເວທີປະກວດມາຫຼາຍເວທີແລ້ວເຊັ່ນ Miss World Philippines 2014 semifinalist , Miss Cesafi 2016 , Miss Prisaa 2017 ແລະ ຫຼ້າສຸດສາວງາມຄົນນີ້ກໍສາມາດຄວ້າມົງກຸດ Miss Universe Philippines 2019 ແບບສົດໆຮ້ອນໆ
(ລອງມາເບິ່ງແຕ່ລະຊ໋ອດຂອງ Gazini Ganados ໃນເວທີ Miss Universe Philippines 2019)
Miss Universe Philippines 2019 – Gazini Ganados [Full Performance]
Miss Universe Philippines 2019 – Gazini Ganados [Full Performance] #BbPilipinas2019 #MissUniversePhilippines2019
Posted by BeautyQueen on Sunday, June 9, 2019
ເປັນແນວໃດແດ່? ງົດງາມ ພິບໄຫວດີ ເໝາະສົມກັບຕຳແໜ່ງສຸດໆເລີຍແມ່ນບໍ່ແຟນໆ, ສຳລັບ Gazini Ganados Miss Universe Philippines 2019 ກໍຈະໄດ້ເປັນຕົວແທນສາວງາມຂອງປະເທດ ຟິລິປິນ ໄປປະກວດໃນເວທີ ນາງງາມຈັກກະວານ (Miss Universe 2019) ຕໍ່ໄປ ແລະ ຄາດວ່ານາງຈະເປັນດາວເດັ່ນໃນເວທີນາງງາມຈັກກະວານອີກດ້ວຍ.
ສ່ວນແຟນໆນາງງາມ Miss Universe Laos 2019 ຫຼາຍທ່ານຢາກຮູ້ແລ້ວແມ່ນບໍ່ວ່າໃຜຈະໄດ້ເປັນສາວງາມຕົວແທນ ປະເທດລາວ ໄປປະທະຄວາມງາມກັບຕົວແທນນາງງາມຈັກກະວານຈາກທົ່ວໂລກ, ເອົາເປັນວ່າລໍຖ້າໄປກ່ອນ ຖ້າມີຄວາມຄືບໜ້າສັນຍາຈະມາອັບເດດໃຫ້ແຟນໆຮູ້ກ່ອນໃຜແນ່ນອນ.
(ຂໍຂອບໃຈຮູບພາບ ແລະ ຄລິບ)
Story: ຊະນີIndy