Breaking News

ລະວັງ! ໃຜທີ່ມັກນອນເດິກ ຕື່ນສວາຍ ສົ່ງຜົນເສຍຕໍ່ສຸຂະພາບ ສ່ຽງເປັນຫຼາຍພະຍາດ ແລະ ມີໂອກາດເສຍຊີວິດໄວ 

ແບ່ງປັນ

ຖ້ານອນຫຼັບພຽງ 5-6 ຊົ່ວໂມງ ໃນມື້ທຳມະດາ ແຕ່ພໍຮອດວັນພັກກໍນອນຍາວໝົດມື້ ຂໍບອກເລີຍວ່ານີ້ຄືໄພງຽບ ທຳລາຍສຸຂະພາບແບບບໍ່ຮູ້ຕົວ ນອກຈາກຄວາມຜິດປົກກະຕິຂອງການນອນຫຼັບແລ້ວ ກໍຍັງເປັນການເພີ່ມຄວາມສ່ຽງໃນການເປັນພະຍາດຕ່າງໆເຊັ່ນ ພະຍາດເບົາຫວານ, ພະຍາດຫຼອດເລືອດຫົວໃຈ, ໂຣກອ້ວນ, ພະຍາດລະບົບຍ່ອຍອາຫານຜິດປົກກະຕິ, ເຈັບຫົວ ແລະ ສະມາທິສັ້ນ

ຜົນການສຶກສາຂອງ Northwestern Medicine ແລະ ມະຫາວິທະຍາໄລ Surrey ໄດ້ມີການສຶກສາພົບວ່າ ຄົນທີ່ມັກນອນເດິກ ມັກມີບັນຫາບໍ່ຍອມລຸກຈາກຕຽງໃນຕອນເຊົ້າຈະມີຄວາມສ່ຽງທີ່ຈະເສຍຊີວິດໄວກວ່າຄົນທີ່ນອນໄວ ແລະ ຕື່ນນອນໃນຕອນເຊົ້າ ການສຶກສາໃນເທື່ອນີ້ມີຜູ້ເຂົ້າຮ່ວມວິໄຈກວ່າເຄິ່ງລ້ານຄົນ ໂດຍໃຊ້ໄລຍະໃນການເກັບກຳຂໍ້ມູນດົນເຖິງ 6 ປິເຄິ່ງ ຊຶ່ງການວິໄຈກ່ອນໜ້ານີ້ມຸ່ງເນັ້ນໄປທີ່ອັດຕາການເຜົາຜານຂອງຮ່າງກາຍ ພະຍາດຫົວໃຈ ແລະ ຫຼອດເລືອດ ແຕ່ນີ້ເປັນຄັ້ງທຳອິດທີ່ໄດ້ສຶກສາວິໄຈເຖິງຄວາມສ່ຽງໃນການເສຍຊີວິດ

ບົດຄວາມວິໄຈໄດ້ຖືກຕີພິມເຜຍແຜ່ໃນວາລະສານ Chronobiology International ນັກວິທະຍາສາດພົບວ່າຄົນທີ່ນອນເດິກ ຕື່ນສວາຍ ຈະມີຄວາມສ່ຽງໃນການເສຍຊີວິດສູງເຖິງ 10% ອາດເປັນໄປໄດ້ວ່າຄົນນອນເດິກຕື່ນສວາຍມັກຈະນອນຊ້າຈຶ່ງເປັນສາເຫດເຮັດໃຫ້ຕື່ນຍາກໃນຊ່ວງເຊົ້າຈະໄປຕື່ນໃນຕອນບ່າຍ ຈຶ່ງເຮັດໃຫ້ໂມງຊີວິດ (biological clock) ຜິດດ່ຽງໄປ ສົ່ງຜົນກະທົບໃຫ້ຮ່າງກາຍບໍ່ສາມາດເຮັດວຽກໄດ້ຕາມທຳມະຊາດ ກໍ່ໃຫ້ເກີດຄວາມຄຽດຊຶ່ງເກີດຈາກປັດໄຈຕ່າງໆ ທັງການກິນອາຫານຜິດເວລາ, ການອອກກຳລັງກາຍບໍ່ພຽງພໍ, ການນອນຫຼັບບໍ່ພຽງພໍ, ກາງຄືນຕາໃສແຈ້ງນອນບໍ່ຫຼັບ ແລະ ອາດມີການໃຊ້ຍາເສບຕິດ ຫຼື ເຄື່ອງດື່ມເອວກໍຮໍ

ທັງໝົດເປັນພຶດຕິກຳທີ່ ມີຜົນກະທົບຕໍ່ສຸຂະພາບ ຈຶ່ງເຮັດໃຫ້ຄົນທີ່ມັກນອນເດິກມີອັດຕາສ່ຽງສູງທີ່ຈະເປັນພະຍາດເບົາຫວານ ຄວາມຜິດປົກກະຕິທາງຈິດ ແລະ ລະບົບປະສາດ, ດັ່ງນັ້ນຫຼັງຈາກນີ້ລອງປ່ຽນພຶດຕິກຳຕົວເອງໃຫ້ເປັນຄົນ ນອນໄວ ຕື່ນເຊົ້າ ກໍຈະຊ່ວຍໃຫ້ຮູ້ສຶກສົດຊື່ນ ມີພະລັງ ສະໝອງປອດໂປ່ງ ມີສະມາທິຍາວຂຶ້ນ ເຮັດໃຫ້ມີປະສິດທິພາບໃນການຮຽນ ແລະ ເຮັດວຽກໄດ້ຢ່າງເຕັມທີ່ໃນທຸກໆມື້.

ທີ່ມາ:  https://www.sciencedaily.com/

ຮູບພາບ: google

ສະໜັບສະໜູນບົດຄວາມໂດຍ Kaogee Cafe

ແບ່ງປັນ