Breaking News

ລວມນາງງາມທີມອາຊີ ກຽມປະຊັນຄວາມງາມໃນເວທີ Miss Universe 2019 ໃຜມີລຸ້ນມົງກຸດແດ່ມາເບີ່ງ!!!

ແບ່ງປັນ

ຫຼາຍປະເທດທົ່ວໂລກເລີ່ມປະກາດສົ່ງຕົວນາງງາມສູ່ເວທີ ນາງງາມຈັກກະວານ (Miss Universe) ເຊິ່ງກໍມີກະແສຂອງແຟນໆໄດ້ຖາມໄຖ່ກັນມາເລື້ອຍໆວ່າປີນີ້ ສາວງາມຕົວແທນປະເທດລາວເຮົາຈະແມ່ນໃຜ?

ແຕ່ກ່ອນທີ່ເຮົາຈະໄປຮູ້ວ່າ Miss Universe Laos 2019 ຈະເປັນໃຜນັ້ນ ຄົງຕ້ອງໃຊ້ເວລາກັນແດ່ຈັກໜ້ອຍ ເພາະປັດຈຸບັນທາງກອງປະກວດເພິ່ນກໍກຳລັງຂຸ້ນຂ້ຽວຄັດເລືອກສາວງາມ ເພື່ອໄປເປັນຕົວແທນເທີງເວທີ ຈັກກະວານໂລກ ຢ່າງເຂັ້ມຂົ້ນ, ດັ່ງນັ້ນ!!! ໃນມື້ນີ້ເພື່ອບໍ່ໃຫ້ເປັນການເສຍເວລາ ຊະນີIndy ຈະພາໄປສ່ອງສາວງາມປະເທດເພື່ອນບ້ານທີມອາຊີແຕ່ລະປະເທດບອກເລີຍວ່າໂດດເດັ່ນ ງົດງາມຫຼາຍໆ ລອງໄປເບິ່ງກັນວ່າປີນີ້ຝັ່ງອາຊີເຮົາໃຜມີລຸ້ນມົງກຸດແດ່…

Hoàng Thị Thùy ຫຼື  Mia Hoang Miss Universe Vietnam 2019

ຫຼັງຈາກທີ່ H’Hen Niê ໄດ້ເປີດປະຕູເວທີຈັກກະວານ ສາມາດນຳຊື່ຂອງປະເທດ ຫວຽດນາມ ໄປໄກເຖິງ Top5 ເຮັດໃຫ້ປະເທດນີ້ ເປັນອີກປະເທດໜຶ່ງທີ່ໜ້າຈັບຕາເບິ່ງ ແລະ ດ້ວຍໂປຟາຍຂອງ Hoàng Thị Thùy ບວກກັບທັກສະທີ່ຊໍານານໃນວົງການນາງແບບ ກໍເຮັດໃຫ້  Miss Universe Vietnam 2019 ໂດດເດັ່ນ ແລະ ໜ້າຈັບຕາເບິ່ງເຊັ່ນດຽວກັນ

ຟ້າໃສ ປະວີນາ ດຣູອື້ນ Miss Universe Thailand 2019 

ນາງງາມຄົນນີ້ເປັນທີ່ເວົ້າເຖິງ ແລະ ໜ້າຈັບຕາເບິ່ງເຊັ່ນດຽວກັນ ທັງກຸ່ມແຟນໆນາງງາມ ບັນດານາງງາມເວທີດຽວກັນ ລວມເຖິງບັນດາກູລູຫຼາຍປະເທດ ຕາງກໍເທຄະແນນໃຫ້ນາງບໍ່ແມ່ນໜ້ອຍ

Gazini C. J. Ganados  Miss Universe Philippines 2019

ດ້ວຍການເຝິກຊ້ອມນາງງາມຢ່າງໜັກ ແລະ ຈິງຈັງ ເຮັດໃຫ້ ປະເທດ ຟິລິປິນ ເປັນປະເທດທີ່ສົ່ງອອກນາງງາມບໍ່ດ້ອຍໜ້າ ປະເທດ ເວເນຊູເອລ້າ, ເປີໂຕຣິໂກ ຫຼື ອາເມຣິກາ ແລະ ມາຮອດປັດຈຸບັນ ປະເທດ ຟິລິປິນ ເອງກໍສາມາດໄຕ່ອັນດັບຈັກກະວານຂຶ້ນມາເປັນທີ 4 ຂອງການຄອງມົງກຸດໃນເວທີ Miss Universe

Frederika Alexis Cull Miss Universe Indonesia 2019

ຖ້າຈະເວົ້າວ່າປີນີ້ເປັນປີທອງຂອງສາວງາມຝັ່ງອາຊີເຮົາກໍຄົງຈະບໍ່ຜິດ ເພາະໜຶ່ງໃນນັ້ນສາວງາມຈາກ ປະເທດ ອິນໂດເນເຊຍ ທີ່ຫຼັງຈາກໄດ້ມົງກຸດໃນປະເທດບໍ່ດົນ ຄວາມງາມ  ຄວາມໂດດເດັ່ນຂອງນາງກໍເພີ່ມທະວີຂຶ້ນເລື້ອຍໆ ແຖມນາງຍັງມີໂປຟາຍທີ່ດີ ເຮັດວຽກເພື່ອສັງຄົມ ແບບນີ້ຕ້ອງມາລໍຖ້າເບິ່ງວ່າພໍຮອດມື້ປະກວດແທ້ນາງຈະໂດດເດັ່ນພຽງໃດ

Somnang Alyna Miss Universe Cambodia 2019

Shweta Sekhon Miss Universe Malaysia 2019

Pradeepta Adhikari Miss Universe Nepal 2019

Xin Zhu Miss Universe China 2019

Swe Zin Htet Miss Universe Myanmar 2019

ສາວງາມຈາກ ປະເທດ ມຽນມ້າ ກໍເປັນທີ່ເວົ້າເຖິງບໍ່ແມ່ນໜ້ອຍ ເຖິງແມ່ນວ່າຈະບໍ່ໄດ້ເປັນດາວເດັ່ນມາຕັ້ງແຕ່ໃນບ້ານ ແຕ່ພໍມື້ຕັດສິນ ນາງກໍງາມ ແລະ ມີພັດທະນາການທີ່ໄວ ແລະ ດ້ວຍທັກສະຫຼາຍໆຢ່າງ ຈຶ່ງເຮັດໃຫ້ນາງເປັນຕົວແທນປະເທດໃນປີນີ້

ແລະ ທີ່ແຟນໆລຸ້ນໜັກ ແລະ ຖາມໄຖ່ກັນເຂົ້າມາເລື້ອຍໆວ່າໃຜຈະໄດ້ເປັນຕົວແທນຂອງປະເທດລາວໃນປີນີ້ (Who will be the next Miss Universe Laos 2019) ແລະ ກໍມີກະແສເຊຍນາງງາມຫຼາຍໆຄົນໃຫ້ລົງປະກວດໃນເວທີ Miss Universe Laos, ເຊິ່ງໃນເວລານີ້ທາງກອງປະກວດກໍໄດ້ເປີດໂອກາດໃຫ້ແມ່ຍິງລາວທົ່ວປະເທດ ໄດ້ມີເວທີໂຊຄວາມງາມໃນແບບສະບັບຂອງຕົວເອງ ໄດ້ໂຊທັກສະຄວາມຮູ້ ແລະ ຄວາມສາມາດ ເພື່ອຕໍ່ຍອດໄປສູ່ເວທີໂລກແລ້ວ…

ເອົາເປັນວ່າຂໍໃຫ້ແຟນໆລໍຖ້າໄປອີກຈັກໜ້ອຍ ສັນຍາຈະມາອັບເດດໃຫ້ແຟນໆໄດ້ຮູ້ເປັນໄລຍະໆແນ່ນອນ.

(ຂໍຂອບໃຈຮູບພາບ)

Storyteller: ຊະນີIndy

ແບ່ງປັນ