Breaking News

ລຸກໃໝ່໋໋໋!!!! ນັກແລ່ນສາວລາວ ງາມແຮງຈົນຈື່ບໍ່ໄດ້.

ແບ່ງປັນ

ຈື່ໄດ້ບໍ່ ສາວນັກແລ່ນຊື່ດັງທີ່ສາມາດຄວ້າລາງວັນການແຂ່ງຂັນໃນຫຼາຍໆລາຍການທັງໃນປະເທດລາວເຮົາເອງ ແລະ ອາຊຽນ ພ້ອມຍັງເປັນສາວທີ່ມັກແລ່ນ ແລະ ເຮັດກິດຈະກຳເພື່ອສັງຄົມ, ເພື່ອການກຸສົນເລື້ອຍໆ.

ສາວງາມຄົນນີ້ກໍຄື ສາວລົດແກ້ວ ອິນທະກຸມມານ ນັກແລ່ນສາວລາວທີ່ຄວ້າຫຼຽນ ແລະ ລາງວັນມາໄດ້ຫຼາຍລາຍການ ທັງສາມາດສ້າງສື່ສຽງໃຫ້ກັບຄົນລາວ ແລະ ເປັນທີ່ຮູ້ຈັກກັນດີແລ້ວ ເພາະຈະເຫັນຂ່າວເພິ່ນເລື້ອຍໆ

ເທື່ອນີ້ເພິ່ນຖືກເນລະມິດຈາກສ່າງແຕ່ງໜ້າ ຊື່ດັງ  Saykeo Make  ແປກໃຈແມ່ນບໍ່? ເພາະປົກກະຕິເຮົາຈະເຫັນແຕ່ ສາວຄົນນີ້ ລົດແກ້ວ ໃນຮູບແບບ ຊຸດກິລາ, ຮູບແລ່ນ  ຍືນຮັບລາງວັນຢູ່ເວທີການແຂ່ງຂັນເລື້ອຍໆ

ແຕ່ມາບາດນີ້… ຈັດເຕັມ…ງາມແຮງຈົນແອັດຈື່ບໍ່ໄດ້ ເພິ່ນແຕ່ງນຸ່ງຊຸດງາມໆແບບນີ້ເພື່ອງານຫຍັງນໍ້… ຂໍອຸບໄວ້ກ່ອນ ແລະ ທຸກຄົນສາມາດໄປຕິດຕາມການເຄື່ອນໄຫວ ທາງເຟສບຸກສ່ວນຕົວເພິ່ນໄດ້ Lodkeo Inthakoumman   

    

“ລົດແກ້ວ” ກວາດ 4 ຫຼຽນ ຈາກການແຂ່ງຂັນມະຫະກຳກີລາມະຫາວິທະຍາໄລທົ່ວປະເທດໄທ ຄັ້ງທີ 46

ຂອບໃຈຮູບພາບຈາກເຟສບຸກ: Saykeo Make ແລະ Lodkeo Inthakoumman

ແບ່ງປັນ