Breaking News

ຊົມເຊີຍ!!! ເດັກນ້ອຍລາວ ຄວ້າອັນດັບ 1 ຈາກງານປະກວດຮູບແຕ້ມທີ່ປະເທດຍີ່ປຸ່ນ…

ແບ່ງປັນ

ຊົມເຊີຍ!!! ເດັກນ້ອຍລາວ ຄວ້າອັນດັບ 1 ຈາກງານປະກວດຮູບແຕ້ມທີ່ປະເທດຍີ່ປຸ່ນ…

ເປັນຄວາມພາກພູມໃຈຂອງຄົນລາວອີກຄັ້ງກັບການຄ້ວາລາງວັນອັນຊົງກຽດນີ້ມາໄດ້… ຮ່ວມສະແດງຄວາມຍິນດີກັບ ນາງ ນ່ານ່າ ບັນຊາພົງ ອາຍຸ 15 ປີ ເປັນນັກຮຽນຢູ່ ໂຮງຮຽນ ມ.ສ ເພຍວັດ ນະຄອນຫຼວງວຽງຈັນ ເປັນຕົວແທນນັກຮຽນລາວໄປແຂ່ງຂັນ ໃນງານປະກວດຮູບແຕ້ມເພື່ອຮ່ວມງານມະຫະກໍາສິລະປະ ຂອງນັກຮຽນມັດທະຍົມຕອນປາຍ ຢູ່ທີ່ປະເທດຍີ່ປຸ່ນ. ຜົນງານທີ່ນ້ອງສົ່ງເຂົ້າປະກວດແມ່ນ “ຮູບແຕ້ມທົ່ງໄຫຫີນ” ເຊິ່ງໄດ້ແຮງບັນດານໃຈມາຈາກທີີ່ “ທົ່ງໄຫຫີນຊຽງຂວາງ” ທີ່ຖືກຮອງຮັບເປັນມໍລະດົກໂລກແຫ່ງທີ່ 3 ຂອງລາວ ໃນປີ 2019 ນີ້; ຈຶ່ງຢາກຈະນໍາສະເໜີຄວາມເປັນເອກະລັກຂອງມໍລະດົກໂລກຂອງລາວ ໃຫ້ກັບຄົນຕ່າງຊາດໄດ້ຮັບຮູ້  ຈົນເຮັດໃຫ້ຜົນງານຂອງນ້ອງນ່ານ່າ ເປັນທີ່ໜ້າສົນໃຈ ແລະ ສາມາດຄວ້າລາງວັນອັນດັບ 1 ມາໃຫ້ຄົນລາວໄດ້ຊື່ນຊົມນໍາ…

ໃນໂອກາດນີ້ ຂວັນໃຈ ກໍຂໍຕົບມືລົວໆ ໃຫ້ກັບຄວາມເກັ່ງຂອງນ້ອງນ່ານ່າ ແລະ ຂໍໃຫ້ນ້ອງຮັກສາຄວາມສາມາດນີ້ໄວ້ ພ້ອມກັບພັດທະນາຕົວເອງຂຶ້ນເລື້ອຍໆ ເພື່ອໄປສະແດງໃນເວທີລະດັບໂລກ ເອກອ້າງຄວາມເປັນລາວໃຫ້ຊາວໂລກຮັບຮູ້ວ່າຄົນລາວບໍ່ໄດ້ດ້ອຍໄປກວ່າຊາດໃດໃນໂລກ!!!

ຂອບໃຈທີ່ມາ: ອິນຊາຍ ລາວ

ແບ່ງປັນ