Breaking News

ໄກ່ Overdance ປ່ອຍເພງໃໝ່ “ສາຍນໍ້າຕາ” ສະທ້ອນຄວາມສູນເສຍຈາກໄພພິບັດ

ແບ່ງປັນ

ໄກ່ ໂອເວີແດນ (Overdance) ປ່ອຍເພງໃໝ່ “ສາຍນໍ້າຕາ” ລົງໃນຊ່ອງຢູທູບທາງການ Kai Overdance ໃນວັນທີ 6 ສິງຫາ 2019 ທີ່ຜ່ານມາ.  ເຊິ່ງມີເນື້ອໃນທີ່ສຸດເສົ້າ ສະທ້ອນຄວາມສູນເສຍຄົນໃນຄອບຄົວຈາກເຫດການທີ່ບໍ່ຄາດຄິດ ພ້ອມທັງເປັນກຳລັງໃຈໃຫ້ກັບຜູ້ທີ່ປະສົບໄພພິບັດນໍ້າຖ້ວມ ແລະ ດິນເຈື່ອນຖະລົ້ມທັບເຮືອນ.

ເພງນີ້ ແຕ່ງໂດຍ ໄກ່ ໂອເວີແດນ ເຊິ່ງເບິ່ງຄວາມໝາຍຈາກເນື້ອເພງແລ້ວ ເຫັນໄດ້ວ່າຕ້ອງການສື່ເຖິງຄວາມສູນເສຍບຸກຄົນອັນເປັນທີ່ຮັກໃນຄອບຄົວໄປ ຍ້ອນໄພພິບັດ ໂດຍບໍ່ມີວັນທີ່ຈະຫວນຄືນກັບມາໄດ້ ເຫຼືອໄວ້ພຽງແຕ່ຄວາມຊົງຈຳ ຂະນະທີ່ປະເທດລາວກຳລັງປະສົບກັບໄພນໍ້າຖ້ວມ ແລະ ດິນເຈື່ອນໃນຫຼາຍເຂດຂອງແຂວງພາກເໜືອ ທີ່ກະທົບຕໍ່ຊີວິດ ແລະ ຊັບສິນຂອງຄົນໃນພື້ນທີ່


“ສາຍນໍ້າຕາ”ເປັນຜົນງານເພງ ແລະ ເອັມວີຫຼ້າສຸດຖັດຈາກ “ນາງພະຍາ” ທີ່ໄດ້ຮັບການຕອບຮັບຈາກຜູ້ຟັງເປັນຈຳນວນຫຼາຍ ແລະ ຍັງມີຂ່າວອອກມາອີກວ່າ ຈະມີການສ້າງເພງຕໍ່ຂອງ ນາງພະຍາ ອອກມາອີກດ້ວຍ.

 ??ລອງສຳພັດຄວາມເສົ້າແບບລຶກຊຶ້ງເຖິງໃຈໄດ້ທີ່ເພງນີ້

ຂອບໃຈຂໍ້ມູນ ແລະ ຮູບພາບ: KaiOverdance Fanpage

ແບ່ງປັນ