Breaking News

ສະຖານທູດໄທ ມອບເຮືອນຄົວ 219 ລ້ານກີບ ໃຫ້ໂຮງຮຽນ ສຶກສາພິເສດ

ແບ່ງປັນ

ມື່ອວັນທີ 15 ສິງຫາ 2019 ທ່ານ ກຽດຕິຄຸນ ຊາດປະເສີດ ເອກອັກຄະຣາຊະທູດ ທີ່ນະຄອນຫຼວງວຽງຈັນ ແລະ ພັນລະຍາ ພ້ອມດ້ວຍຂ້າລາຊະການສະຖານເອກອັກຄະຣາຊະທູດ, ຂ້າລາຊະການທີມປະເທດໄທ ປະຈຳ ສປປ ລາວ ແລະ ປະຊາຊົນຊາວໄທໃນ ສປປ ລາວ ຈັດກິດຈະກຳຈິດອາສາ “ເຮົາທຳຄວາມ ດີ ດ້ວຍຫົວໃຈ” ພິທີມອບເຮືອນຄົວ ໃຫ້ແກ່ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ໂດຍເອກອັກຄະຣາຊະທູດ ໄດ້ມີພິທີສົ່ງມອບເຮືອນຄົວ ຫຼັງຄາອາຄານອາເນກປະສົງ ແລະ ປ້າຍຊື່ໂຮງຮຽນ

ສະຖານເອກອັກຄະຣາຊະທູດ ສະໜັບສະໜູນງົບປະມານໃນການກໍ່ສ້າງລວມປະມານ 750.000 ບາດ ຫຼື ປະມານ 219.000.000 ກີບ ໃຫ້ແກ່ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ໂດຍມີທ່ານ ສົມພູ ແກ້ວປັນຍາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ເປັນຜູ້ແທນລັດຖະບານ ສປປ ລາວ ເຂົ້າຮ່ວມໃນພິທີມອບຮັບດັ່ງກ່າວ ໃນນີ້, ກິດຈະກຳຄັ້ງນີ້ ເປັນການສານຕໍ່ກິດຈະກຳບຳເພັນສາທາລະນະປະໂຫຍດ ເນື່ອງໃນໂອກາດມະຫາມຸງຄຸນ ພະຣາຊະພິທີບໍຣົມຣາຊາພິເສກ ພຸດທະສັກກະຣາດ 2562 ແລະ ວັນສະເຫຼີມພະຊົນມະພັນສາສົມເດັດພະນາງເຈົ້າພະບໍຣົມຣາຊິນີ ປະຈຳປີພຸດທະສັກກະຣາດ 2562 ເມື່ອວັນທີ 31 ພຶດສະພາ 2562 ທີ່ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ.

ແບ່ງປັນ