Breaking News

ສະແດງຄວາມຍິນດີກັບ ນ້ອງຫ່ານ! ຮີໂຣ່ນັກແລ່ນນ້ອງໃໝ່… ຄວ້າແຊ້ມງານ Buriram Duathlon ທີ່ປະເທດໄທ.

ແບ່ງປັນ

ຮູ້ຈັກກັບ! ຫ່ານ ຮີໂຣ່ນັກແລ່ນນ້ອງໃໝ່… 

ວົງການກິລາກໍາລັງມາແຮງໃນກຸ່ມຄົນຮັກສຸຂະພາບ ໂດຍສະເພາະກິລາແລ່ນ ເພາະເປັນກິລາທີ່ຫຼິ້ນໄດ້ງ່າຍບໍ່ຕ້ອງມີອຸປະກອນຫຍັງຫຼາຍ ນອກຈາຊຸດອອກກໍາລັງກາຍ ແລະ ເກີບທີ່ໃຊ້ສໍາລັບແລ່ນ, ເຮັດໃຫ້ຫຼາຍຄົນຫັນມາອອກກໍາລັງກາຍດ້ວຍການແລ່ນຫຼາຍຂຶ້ນ ແລະ ໃນໄລຍະຜ່ານມາກໍມີຫຼາຍງານທີ່ຈັດຂຶ້ນເພື່ອໃຫ້ນັກແລ່ນເຂົ້າຮ່ວມສະແດງຝີຕີນ ແຂ່ງຂັນຈົນໄດ້ລາງວັນຊະນະເລີດ…

ມື້ນີ້ ຂວັນໃຈ ເລີຍຢາກມາແນະນໍາໃຫ້ຮູ້ຈັກກັບຮີໂຣ່ນັກແລ່ນນ້ອງໃໝ່ ທີ່ຫາກໍ່ຄວ້າແຊັມຈາກງານ Buriran Duathlon ໃນລຸ້ນອາຍຸ 18-29 ປີ ທີ່ປະເທດໄທ. ເຊິ່ງຮີໂຣ່ຄົນນັ້ນກໍຄື ນ້ອງຫ່ານ ຫຼື ທ້າວ ວຽງນະຄອນ ຫຼວງອາໄພ ອາຍຸ 18 ປີ ປັດຈຸບັນຮຽນຢູ່ ສະຖາບັນເຕັກໂນໂລຊີການສື່ສານ-ຂໍ້ມູນຂ່າວສານ ປີ 1 ພ້ອມທັງ
ເປັນນັກດົນຕຣີ ໃນຖານະມື Bass ໃຫ້ກັບ Sack Cells, Namfon Indee… ອີກດ້ວຍ. ວ້າວ… ຖືວ່າເປັນໄວໜຸ່ມທີ່ເກັ່ງຮອບດ້ານອີ່ຫຼີສໍາລັບໜຸ່ມຄົນນີ້.

ສໍາລັບຜົນງານ ອັນດັບ 1 ທີ່ຍາດມາໄດ້ຈາກງານ Buriram Duathlon ນັ້ນແມ່ນ ມີການແຂ່ງຂັນຄື ແລ່ນ 5 Km ຖີບລົດ 40 Km ແລະ ແລ່ນອີກ 10 Km. ນອກຈາກງານນີ້ແລ້ວ ໜຸ່ມຫ່ານຍັງມີຜົນງານທັງແລ່ນ ແລະ ຖີບລົດຖີບຫຼາຍງານທີ່ຜ່ານ ເຊິ່ງກໍໄດ້ລາງວັນມາໂດຍຕະຫຼອດ. ແນວໃດຂວັນກໍຂໍຊົມເຊີຍກັບຄວາມສາມາດຂອງໄວໜຸ່ມລາວ ທີ່ມີຄວາມມຸ່ງໝັ້້ນເດີນຕາມເສັ້ນທາງກິລາ ຂໍໃຫ້ນ້ອງຮັກສາຄວາມສາມາດນີ້ໄວ້ ສ້າງຊື່ສຽງໃຫ້ກັບປະເທດຊາດເດີ່!!!

ສູດທ້າຍນີ້ກໍຂໍຝາກງານ Run for Her ທີ່ຈະຈັດຂຶ້ນໃນວັນທີ 27 ຕຸລາ 2019 ນີ້ ເປັນງານແຂ່ງຂັນແລ່ນມິນິມາຣາທອນ ເພື່ອລົນນະລົງຕໍ່ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ພ້ອມທັງເປັນການສ້າງຂະບວນການເພື່ອຕ້ອນຮັບ 16 ວັນຕໍ່ຕ້ານການໃຊ້ຄວາມຮຸນແຮງໂລກ. ເຊິ່ງມີໄລຍະທາງ 5 Km, 10 Km ແລະ 15 Km ຢ່າລືມມາຮ່ວມນໍາກັນຫຼາຍໆເດີ່!!!

ຂອບໃຈຮູບ ແລະ ຂໍ້ມູນບາງສ່ວນຈາກ: F.B: H’harny Luangaphai ແລະ Page: Virtual Run Laos Official

ແບ່ງປັນ