Breaking News

ເປັນຫຍັງ? Nissan TERRA SUV ຈື່ງໄດ້ຮັບຄວາມນິຍົມຫຼາຍໃນປັດຈຸບັນ ມາຫາຄຳຕອບນຳກັນເລີຍ…

ແບ່ງປັນ

ນັບຕັ້ງແຕ່ເປີດໂຕລົດຄອບຄົວ  Nissan TERRA ແບບ (SUV), ອອບຊັ່ນເຕັມທີ່ມາພອ້ມ 7 ບອ່ນນັ່ງ ໂດຍບໍລິສັດຕັນຈອງມໍເຕີລາວ ຈຳກັດ ພຽງຜູດຽວ, ຊື່ງເປັນບໍລິສັດໃນເຄືອຂອງ ບໍລິສັດ ຕັນຈອງ ມໍເຕີ ຈຳກັດຂອງປະເທດມາເລເຊຍ ແລະ ເປັນຜູ້ຈຳໜ່າຍລົດ ຍີ່ຫໍ້ ນິສສັນ ພຽງຜູ້ດຽວໃນ ສປປ ລາວ

Ep1:  ປັດຈຸບັນໄດ້ເຮັດຍອດຂາຍໄດ້ສູງຫຼາຍ ແລະ ພວກເຮົາຈະພາມາເບີ່ງຈຸດ ຂາຍຂອງນິສສັນເທີລາ

  1. ທາງດ້ານໜ້າຂອງ Nissan Terra
  • ສັນຍາລັກອັນໂດດເດັ່ນຂອງນິສສັນເຊິ່ງສະແດງອອກເປັນຮູບໂຕ V ຂະໜາດໃຫ່ຍ

ໄຟໜ້າແບບ LED ແລະ ເປັນຫຼອດ PROJECTOR ແລະ ໄຟເຍືອງທາງຕອນກາງເວັນ

  • ໄຟໜ້າແບບ LED ແລະເປັນຫຼອດ PROJECTOR

ແຈ້ງດີ,  ຮຸ່ງສີ ແລະ ເຖິງວ່າຈະແມ່ນຕອນຝົນຕົກ, ທ່ານກໍສາມາດເຫັນໄດ້ຢ່າງຊັດເຈນ, ເຊິ່ງມີຄວາມປອດໄພໃນການຂັບ

  • ໄຟເຍືອງທາງຕອນກາງເວັນທີ່ເປັນຮູບບູມມາແລງ, ໂດດເດັ່ນທັນສະໄໝ ແລະ ເຮັດໃຫ້ລົດຈັກເບິ່ງເຫັນລົດເຮົາໄດ້ງ່າຍຂຶ້ນເພື່ອຫຼີກລຽງອຸບັດເຫດ ແລະ ເປັນລະບົບຄວາມປອດໄພທີ່ເພີ່ມເຕີມ
  • ກະຈົກທີ່ອອກແບບພິເສດເພື່ອຫຼຸດຜ່ອນສຽງລົມ ແລະ ມີຄວາມເພີດເພີນໃນການຂັບຂີ່

2. ອອບຊັ່ນດ້ານໃນ

  • ADAD (ຈໍສະແດງຜົນ)
  • ຈໍສະແດງຜົນຊ່ວຍສະແດງຂໍ້ມູນສຳຄັນຂອງຕົວລົດ
  • ຕົວຢ່າງວ່າ: ລະດັບນ້ຳມັນສາມາດເດີນທາງໄດ້ອີກຈັກກິໂລແມັດ, ນັ້ນສາມາດບົ່ງບອກໄດ້ວ່າທ່ານສາມາດໄປອີກໄດ້ຈັກກິໂລກ່ອນທີ່ເຮົາຈະເຕີມນ້ຳມັນ,
  • ຫຼື ອັດຕາການປະຢັດນ້ຳມັນສາມາດສະແດງໃຫ້ເຫັນວ່າອັດຕາສິ້ນເປືອງນ້ຳມັນຫຼາຍປານໃດ.
  • ຈໍສະແດງຂັບເຄື່ອນ 4 ລໍ້
    • ມັນສະແດງອັດຕາກະຈາຍແຮງບິດຂອງແຕ່ລະລໍ້ທາງໜ້າ ແລະ ທາງຫຼັງພ້ອມດຽວກັນກໍຍັງສະແດງອົງສາຂອງພວງມະໄລວ່າເຮົາໝູນລ້ຽວໄປທາງໃດ
    • ພ້ອມທັງສະແດງອົງສາການອ່ຽງຂອງຕົວລົດວ່າມັນອ່ຽງໄປທາງໃດ

  • ແອແຍກສ່ວນ
  • ແອແຍກສ່ວນເຮັດໃຫ້ຄົນຂັບ ແລະ ຄົນໂດຍສານດ້ານໜ້າສາມາດປັບອຸນຫະພູມຕາມໃຈ.
  • ຕົວຢ່າງເຈົ້າເປັນຄົນຂັບເຈົ້າມັກຮ້ອນເຈົ້າປັບ 18 ອົງສາ ສ່ວນຜູ້ໂດຍສານດ້ານຂ້າງເປັນເມຍເຈົ້າສາມາດປັບ 24ອົງສາ, ສະນັ້ນບໍ່ຕ້ອງຜິດກັນ, ທຸກຄົນກໍ່ມີຄວາມສຸກ
  • ແອດ້ານຫຼັງ ແລະ ປ່ອງແອຢູ່ເທິງເພດານ
  • ພວກເຮົາແມ່ນລົດ SUV ລຸ້ນທຳອິດທີ່ມີປ່ອງແອດ້ານຫຼັງສຳລັບຄົນໂດຍສານດ້ານຫຼັງ ແລະ ລູກນ້ອຍພ້ອມທັງປ່ອງແອດ້ານເທິງເພດານເພື່ອເຮັດໃຫ້ໝັ້ນໃຈວ່າຜູ້ໂດຍສານ ແລະ ຄອບຄົວຂອງທ່ານໄດ້ຮັບຄວາມເຢັນພຽງພໍພ້ອມທັງສະດວກສະບາຍໃນການເດີນທາງ

7-ບ່ອນນັ່ງແບບໂຮງໜັງ

  • 7 ບ່ອນນັ່ງເຮັດໃຫ້ທຸກຄົນສະດວກສະບາຍໃນການເດີນທາງໄກ
  • ເບາະນັ່ງທີ່ເປັນແບບໂຮງໜັງເຮັດໃຫ້ການເບິ່ງເຫັນຂອງແຕ່ລະຄົນມີປະສິດຕິພາບຫຼາຍ
  • ຂະໜາດຂອງຫ້ອງເກັບເຄື່ອງສາມາດປັບເປັນແຜ່ນລຽບໄດ້ ແລະ ເຮັດໃຫ້ມີພື້ນທີ່ກວ້າງຂວາງສະດວກສະບາຍໃນການໃຊ້ງານ

  • ເບາະນັ່ງສູນຍາກາດ
  • (ດ້ານຄົນຂັບ ແລະ ຜູ້ໂດຍສານດ້ານໜ້າ, & ເພີ່ມເບາະນັ່ງແຖວທີ່ສອງ)
    • ເບາະສູນຍາກາດນີ້ເຮັດມາເພື່ອຄວາມສະດວກສະບາຍສຳລັບແອວ ແລະ ຫຼັງຂອງທ່ານເຮັດໃຫ້ທ່ານຮູ້ສຶກສະດວກສະບາຍໃນການເດີນທາງທີໄກທັງຄົນຂັບແລະຜູ້ໂດຍສານດ້ານຫນ້າ
    • ເບາະໄຟຟ້າປັບໄດ້ 10 ທິດທາງສະເພາະຄົນຂັບ
  • ເບາະແຖວທີ່ 2 ສາມາດພັບກໍ້ໄດ້
    • ເບາະນີ້ສາມາດເຮັດໃຫ້ຄົນທີ່ນັ່ງແຖວ 3 ຂຶ້ນ ແລະ ລົງສະບາຍ

# ນິສສັນເທີລາບໍ່ທຳມະດາມີຄວາມລູລ່າທັນສະໄໝ່ຍັງບໍ່ໜົດພຽງເທົ່ານີ້ຍັງມີອີກຫຼາຍໆຂໍ້ມູນກຽ່ວກັບນິສສັນເທີລາ Ep ຕໍ່ໄປຈະມີຫັຍງແດ່ຍ່າລືມຕິດຕາມກັນເດີ້.

ຖ້າໃຜອົດໃຈບໍ່ໄຫວໃຫ້ຕິດຕໍ່ເພີ່ນຕາມນີ້ເລີຍທາງ Facebook Page /NissanLaos/ຫຼື ຕິດຕໍ່ 02076224494

ລູກຄ້າທີ່ສົນໃຈສາມາດເລືອກສີໄດ້ ມີ ສີນ້ຳຕານ, ສີເທົາ, ສີທອງ, ສີແດງ, ສີດຳ, ສີຟ້າແກ່, ສີເງິນ ແລະ ສີຂາວມຸກ ທີ່ມີຫຼາຍສີໃຫ້ທ່ານເລືອກຈັບຈອງນິສສັນ ເທີຣາໄດ້ທີ່ຫອ້ງຂາຍ ນິສສັນໃກ້ບ້ານທ່ານ ຫຼື ງານສະແດງລົດໂຊໃກ້ບ້ານທ່ານ.

ສຳລັບຂໍ້ມູນເພີ່ມຕື່ມຂອງລົດລຸ້ນອື່ນໆຂອງນິສສັນກະລຸນາເຂົ້າມາຢຽ້ມຢາມ website www.nissan-lao.la 

 

 

 

 

 

 

ແບ່ງປັນ