Breaking News

ກິຕ້າ ສາວລາວມີຄວາມໂດດເດ່ນໃນ “Take me out Thailand”

ແບ່ງປັນ

 

ທ້າຍອາທິດແບບນີ້ ເປັນມື້ສະບາຍຂອງເພື່ອນໆທຸກຄົນ ແຕ່ນັກຂຽນຢ່າງ ຊະນີIndy ບໍ່ມີມື້ພັກ ເພາະມີພາລະກິດໄປຊອກຂ່າວສານມາອັບເດດໃຫ້ໝູ່ເພື່ອນທຸກໆຄົນໄດ້ເກາະຕິດກະແສ ສ່ວນວ່າມື້ນີ້ຈະພາເພື່ອນໆທຸກຄົນໄປອັບເດດເລື່ອງລາວຂອງສາວ ພັດທະສອນ ມະນີດາລັດ (ກິຕ້າ) ສາວລາວຄົນທໍາອິດທີ່ສາມາດໄປຮ່ວມໃນລາຍການເລືອກຄູ່ຊື່ດັງຂອງປະເທດເພື່ອນບ້ານ Take me out Thailand ຈົນກາຍເປັນ Talk of the town ໃນເວລາຂ້າມຄືນ ຈົນມີແຟນໆເຂົ້າມາຄອມເມັ້ນ ກົດໄລ້ ກົດແຊຣ ກັນຢ່າງສະໜັ່ນຫວັນໄຫວ ແລະ ສາວຄົນນີ້ກໍໄດ້ຖືກຍົກຍ້ອງຈາກສັງຄົມອອນລາຍທັງພາຍໃນປະເທດລາວເຮົາ ແລະ ປະເທດເພື່ອນບ້ານວ່ານາງມີຄວາມໜ້າຮັກ ແຖມເຊັກຊີ່ຂື້ດື້ ມີຄວາມໂດດເດ່ນ ຈົນເຮັດໃຫ້ນາງກາຍເປັນຄົນດັງໃນຊົ່ວພິບຕາຈົນມີຫຼາຍໆລາຍການເຊີນນາງໄປເປັນແຂກຮັບເຊີນ, ດັ້ງນັ້ນ! ຢ່າຊ້າມາເບິ່ງຮູບພາບຂອງນາງແລ້ວຄອມເມັ້ນບອກແດ່ວ່າສາວກິຕ້າມີຄວາມໜ້າຮັກ ປົນເຊັກຊີ່ຂີ້ດື້ແທ້ບໍ່?

ຢ່າລືມ! ກົດໄລ້ ກົດແຊຣເປັນກຳລັງໃຈໃຫ້ສາວກິຕ້າກັນແດ່ເດີ້!

 

ຂໍຂອບໃຈຮູບພາບຈາກ: Kitar Phatthasone Manydalath

ແບ່ງປັນ