Breaking News

ຄໍລໍາພິເສດ ສໍາລັບສາວໆທີ່ເບື່ອຊີວິດ ຕ້ອງການແຮງບັນດານໃຈ ຕ້ອງອ່ານດ່ວນ!

ແບ່ງປັນ

ສໍາລັບແຟນໆຂວັນໃຈຄົນໃດທີ່ກໍາລັງຮູ້ສຶກເບື່ອກັບບັນຫາເຫຼົ່ານີ້ ເຮົາຂໍແນະນໍາໃຫ້ອ່ານຄໍລໍານີ້ເລີຍ Special Scoop ເປັນຄໍລໍາໃໝ່ຂອງເດືອນ ມັງກອນ 2017 ນີ້ ເຊິ່ງໃນນັ້ນແຟນໆຂວັນໃຈຈະໄດ້ພົບກັບ 4 ສາວ Profile ເລີດ ທີ່ຈະມາສົ່ງພະລັງແຫ່ງແຮງບັນດານໃຈ ພ້ອມຂໍ້ຄິດດີໆໃຫ້ແກ່ແຟນໆຂວັນໃຈ ວ່າຈະມີສາວໃດແດ່ເຮົາໄປເບິ່ງກັນເລີຍ

ສາວໜິງ (ສາຍສຸລິນທອນ ສໍປຣະເສີດ) ນັກເຄມີສາວ ບອກວ່າ: “ເຮັດໃນສິ່ງທີ່ມັກແລ້ວເສັ້ນທາງດີໆຈະມາເອງ”

ອັກຈຸສັນ ຣາຊພົນ ສາວນັກອະນຸລັກສັດປ່າ ວ່າທີ່ປະລິນຍາເອກ ສາຂາສັດຕະສາດຈາກມະຫາວິທະຍາໄລ Oxford ບອກວ່າ: “ຖ້າມັນເປັນສິ່ງທີ່ເຮົາມັກ ເປັນ Passion ຂອງເຮົາເຮົາຈະເຮັດແບບບໍ່ຮູ້ເມຶ່ອຍ ບໍ່ຮູ້ເບຶ່ອອເພາະມັນມີຄວາມສຸກ ແລະ ບໍ່ຮູ້ສຶກວ່າເປັນວຽກ”

ໝານ້ອຍ (ສຸດາພອນ ວິຊຸນນະລາດ) ນັກບິນສາວຄົນທໍາອິດຂອງລາວ ຜູ້ເລຶອກຕິດປີກໃຫ້ຕົວເອງ ນາງບອກວ່າ: “ເຮົາຕ້ອງຄິດແຕກຕ່າງ ເປີດໂອກາດໃຫ້ຕົວເອງລອງເຮັດສິ່ງໃໝ່ໆ ແລະ ຢ່າປ່ອຍໃຫ້ໂອກາດດີໆຜ່ານໜ້າໄປເດັດຂາດ”

 

ໂອເລ້​ (ວິຣະວົງ ສະໂກວິວ) ຊາດນີ້ຂໍເປັນນັກແຕ້ມເທົ່ານັ້ນ ບອກວ່າ: “ຊື່ສັດກັບສຽງຫົວໃຈຕົວເອງ, ໃຊ້ຄວາມກົດດັນເປັນແຮງຊຸກຍູ້ເພຶ່ອໄປຫາເປົ້າໝາຍ ແລະ ຈົ່ງປ່ອຍໃຫ້ຄວາມຝັນນໍາທາງໄປສູ່ເສັ້ນໄຊ”

ເປັນຈັ່ງໃດສາວໆໄດ້ອ່ານ Highlight ໄປແລ້ວໜ້າສົນໃຈສຸດໆແມ່ນບໍ່ ສໍາລັບແຮງບັນດານໃຈແບບເຕັມໆ ຈາກ 4 ສາວ ແມ່ນ ອ່ານໄດ້ຈາກ ວາລະສານຂວັນໃຈສະບັບ 114 ເດຶອນ 1 2017 ໄດ້ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ

ແບ່ງປັນ