Breaking News

ເຫັນແລ້ວປະທັບໃຈ! ທ່ານນາງ ນາລີ ສີສຸລິດ (ແມ່ຂອງປວງຊົນລາວ) ລົງຢ້ຽມຢາມໃຫ້ກໍາລັງໃຈຜູ້ປະສົບໄພນໍ້າຖ້ວມ “ຢາກເຫັນຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ”

ແບ່ງປັນ

ເຫັນແລ້ວປະທັບໃຈ! ທ່ານນາງ ນາລີ ສີສຸລິດ (ແມ່ຂອງປວງຊົນລາວ) ລົງຢ້ຽມຢາມໃຫ້ກໍາລັງໃຈຜູ້ປະສົບໄພນໍ້າຖ້ວມ “ຢາກເຫັນຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ”

ເປັນພາບທີ່ເຫັນແລ້ວຍິ້ມຕາມກັນໄປເລີຍສໍາລັບ ຮູບພາບທີ່ແອັດຈະນໍາຕ້ອນໃນມື້ນີ້ ເພາະເປັນຮູບພາບທີ່ ທ່ານນາງ ນາລີ ສີສຸລິດ (ປ້າ ນາລີ ທີ່ປະຊາຊົນລາວເອີ້ນ) ພັນຍະຍາຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ ທີ່ມີຄວາມເປັນຫ່ວງເປັນໄຍພໍ່ແມ່ພີ່ນ້ອງທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມທາງພາກໃຕ້ຂອງລາວ ໂດຍຢາກເຫັນສະພາບການເປັນຢູ່ ແລະ ສະພາບຈິດໃຈຂອງທຸກຄົນດີຂຶ້ນ. ເຊິ່ງການໂອ້ລົມ ພົບປະພໍ່ແມ່ພີ່ນ້ອງກັນ ປ້ານາລີ ແມ່ນມີຄວາມເປັນກັນເອງ ຈົນໃຜເຫັນແລ້ວຕ້ອງຍິ້ມຕາມຢ່າງແນ່ນອນ… ພາບດັ່ງກ່າວໄດ້ຖືກເຜີຍແຜ່ອອກທາງສື່ມີເດຍ, ສັງຄົມອອນລາຍ ເຮັດປະຊາຊົນລາວຕ່າງຍົກຍ້ອງໃຫ້ ປ້ານາລີ ເປັນສະຕີໝາຍເລກ 1 ຂອງປະຊາຊົນລາວໄປແລ້ວ!!!

#ເຮົາລອງມາເບິ່ງຮູບພາບດັ່ງກ່າວພ້ອມກັນເລີຍ!!!

    

ເປັນພາບທີ່ປະທັບໃຈແຮງແມ່ນບໍ່ທຸກຄົນ ແອັດລະຕື້ນຕັນໃຈແທນພໍ່ແມ່ພີ່ນ້ອງທີ່ໄດ້ຮັບຜົນກະທົບຫຼາຍ ທີ່ ປ້ານາລີ ໃຫ້ຄວາມເອົາໃຈໃສ່, ເປັນຫ່ວງເປັນໄຍແບບເປັນກັນເອງຂະໜາດນີ້ ແນວໃດກໍຂໍໃຫ້ສະພາບຈິດໃຈ ແລະ ສະພາບການເປັນຢູ່ກັບມາສູ່ສະພາບເດີມໄວໆເດີ່! ສູ້ໆ

#ແມ່ຂອງປວງຊົນລາວ

#ສະຕີໝາຍເລກ1ຂອງປະຊາຊົນລາວ

ແບ່ງປັນ