Breaking News

ງານວາງສະແດງຮູບພາບ ທຸກຄົນທີ່ໄປຊົມ ຕ້ອງມີຮູບງາມໆມາອວດໝູ່ເພື່ອນໂລດ!!!

ແບ່ງປັນ

ວິທະຍຸສາກົນ ແຫ່ງປະເທດຈີນ CRI ປະຈຳລາວ, ໄດ້ຈັດງານວາງສະແດງຮູບພາບ ພາຍໃຕ້ຫົວຂໍ້ “ພະລັງແຫ່ງການກ້າວເດີນ” ເພື່ອເປັນການສະເຫຼີມສະຫຼອງ ວັນສະຖາປະນາ ສປ ຈີນ ຄົບຮອບ 70 ປີ ໃນວັນທີ 1 ຕຸລາ 2019 ທີ່ຈະມາເຖິງນີ້ (1949 ຫາ ປີ 2019) ແລະ ເພື່ອສ້າງບັນຍາກາດໃຫ້ກັບ ປີທ່ອງທ່ຽວລາວຈີນ ປີ 2019, ງານວາງສະແດງຮູບພາບ ແມ່ນໄດ້ຈັດຂຶ້ນຢູ່ທີ່ສູນການຄ້າວຽງຈັນເຊັນເຕີ້ ແລະ ຈະມີຕັ້ງແຕ່ມື້ນີ້ຈົນຮອດວັນທີ 2 ເດືອນຕຸລາ, ເຊິ່ງເປີດໃຫ້ຊົມໂດຍບໍ່ເສຍຄ່າເລີຍ.

ທຸກຄົນສາມາດໄປເຂົ້າຊົມໄດ້ ເພາະບໍ່ມີພຽງແຕ່ຮູບພາບເທົ່ານັ້ນທີ່ຈະໄດ້ໃຫ້ເຮົາຊົມແບບຕື່ນເຕັ້ນ, ຍັງມີຫ້ອງສາຍແສງໃຫ້ໄດ້ຖ່າຍຮູບງາມໆ, ຫ້ອງສາຍຮູບເງົາ ແລະ ອື່ນໆໆໆ ທີ່ຕ້ອງໄດ້ໄປຊົມເອງ. ບອກເລີຍວ່າງານນີ້ ໃຜໄດ້ໄປແມ່ນນອກຈາກຈະໄດ້ຊົມຮູບພາບ ຈາກຜົນງານຂອງຊ່າງພາບຈີນແລ້ວ, ຍັງມີຜົນງານຂອງຊ່າງພາບລາວທີ່ດີເດັ່ນອີກດ້ວຍ, ເຊິ່ງທັງໝົດຈະສ່ອງແສງໃຫ້ເຫັນເຖິງປະເທດລາວ ແລະ ປະເທດຈີນທີ່ສວຍງາມອະລັງການ, ແນ່ນອນໃຜໄດ້ໄປແມ່ນຕ້ອງມີຮູບງາມໆມາໂຊໝູ່ເພື່ອນ ເພາະການຕົບແຕ່ງຂອງ ງານວາງສະແດງນີ້ໄດ້ນ່າຫຼົງໄຫຼ ແລະ ເພີດເພີນໄປກັບຮູບພາບ ທີ່ຊ່າງພາບ ແລະ ຜູ້ທີ່ມັກຖ່າຍພາບບໍ່ຄວນພາດງານນີ້.

ເຊິ່ງ ວິທະຍຸສາກົນສາກົນແຫ່ງປະເທດຈີນ CRI ປະຈໍາລາວ ພູມໃຈສະເໜີ ງານວາງສະແດງຮູບພາບນີ້, ເພື່ອອວຍພອນໃຫ້ແກ່ວັນສະຖາປະນາປະເທດຊາດຂອງຕົນດ້ວຍການແລກປ່ຽນດ້ານວັດທະນະທໍາ, ການສົນທະນາດ້ານສິລະປະ ແລະຄວາມມີຫົວຄິດປະດິດສ້າງ. ຮູບພາບສາມາດໃຫ້ຄວາມໝາຍແທນລ້ານໆຄໍາເວົ້າໄດ້,  ມັນບໍ່ພຽງແຕ່ເປັນການບັນທຶກໃຫ້ແກ່ຍຸກສະໄໝເທົ່ານັ້ນ, ແຕ່ຍັງສາມາດບົ່ງບອກຄວາມມີຊີວິດຊີວາ, ຈິນຕະນາການ ແລະຈິດສໍານຶກ.

ງານວາງສະແດງຮູບພາບໃນຄັ້ງນີ້ໄດ້ແບ່ງເປັນ 6 ຫົວຂໍ້ຄື: ສີສັນ color, ຍ້ອນຍຸກ The ancient color, ການກ້າວເດີນ leap, ແສງແລະເງົາ light&shadow, ການເຄື່ອນເໜັງ flow, ການດໍາລົງຊີວິດ living.  ເຊິ່ງເປັນຫົວຂໍ້ແບບນາມປະທໍາ ແລະເປີດກວ້າງຈິນຕະນາການ, ເພື່ອສະແດງໃຫ້ເຫັນເຖິງການປ່ຽນແປງຂອງຈີນ, ໂດຍສະເພາະແມ່ນປະເທດຈີນໃນປັດຈຸບັນ.

ຊົມຮູບພາບບັນຍາກາດງານເປີດງານວາງສະແດງ

ແບ່ງປັນ