Breaking News

ມາຮູ້ຈັກກັບ “ຄອງສິບສີ່”

ແບ່ງປັນ

ສາວໆຄົນໃດທີ່ໄດ້ອ່ານໄປວານນີ້ແລ້ວກ່ຽວກັບ “ຮີດສິບສອງ” ຄົງຈະຮູ້ກັນໄປແລ້ວເນາະ ແລະ ມື້ນີ້ BeautyGuru ມາຕາມສັນຍາຈະມາສະເໜີກ່ຽວກັບ “ຄອງສິບສີ່” ໃຫ້ສາວໆໄດ້ຮູ້ກັນຕື່ມ ເຊິ່ງວ່າ “ຄອງສິບສີ່” ນີ້ໝາຍເຖິງຂໍ້ກຳນົດ 14 ຂໍ້ ທີ່ປະຊາຊົນລາວເຮົາ ຖືເປັນທຳນຽມປະຕິບັດມາຕັ້ງແຕ່ດົນນານ ແລະ ໃນປັດຈຸບັນກໍຍັງເຊື່ອຖືຢູ່ ແຕ່ອາດຈະບໍ່ເຂັ້ມງວດ ຫຼືບາງຂໍ້ ໃນບາງທ້ອງຖິ່ນກໍປ່ອຍວາງໄປແລ້ວ. “ຄອງສິບສີ່” ມີຄື: 1. ຢ່າຢຽບເງົາຂອງພະສົງ ຫຼືຜູ້ມີສິນບໍລິສຸດ 2. ຢ່າເອົາອາຫານເຫຼືອ ຫຼືເງື່ອນ ໄປໃຫ້ພະສົງສັນ 3. ຢ່າເສບກາມະຄຸນໃນມື້ວັນສິນ, ວັນເຂົ້າພັນສາ, ວັນມາຄະບູຊາ, ວັນວິສາຂະບູຊາ ແລະວັນກຸດສົງການຢ່າງເດັດຂາດ. 4. ເມື່ອພະສົງກາຍມາໃຫ້ນັ່ງລົງ, ນົບມືໄຫວ້ ແລ້ວຈຶ່ງຄ່ອຍຍ່າງກາຍ ຫຼືຈຶ່ງຄ່ອຍລົມນຳເພິ່ນ. 5. ມື້ພະສົງເຂົ້າກຳ ໃຫ້ມີດອກໄມ້ທູບທຽນ ແລະເຄື່ອງບໍລິຂານໄປທານຮ່ວມເພິ່ນ. 6. ກ່ອນຈະເຂົ້ານອນໃຫ້ອາບນໍ້າຫຼືລ້າງຕີນເສຍກ່ອນ 7. ເມື່ອເຖິງວັນສິນດັບ-ສິນເພັງ ໃຫ້ເຮັດບຸນໃສ່ບາດ ຫຼືນິມົນພະສົງມາສູດມຸງຄຸນເຮືອນ. 8. ເມື່ອເຖິງວັນສິນເພັງໃຫ້ແຕ່ງຂັນດອກໄມ້ ທູບທຽນ ໄປສົມມາຜົວຂອງຕົນ 9. ເມື່ອພະສົງສາມະເນນມາບິນທະບາດ ຢ່າໃຫ້ເພິ່ນຄອຍຖ້າ, ເວລາປ່ອນບາດຢ່າໃຫ້ມືຊູນບາດ ຫຼືຊູນຖືກພະສົງສາມະເນນ, ຍາມປ່ອນບາດຢ່າໃສ່ໝວກ, ຢ່າເອົາຜ້າປົກຫົວ, ຢ່າໃສ່ເກີບ, ຢ່າອຸ້ມເດັກນ້ອຍ, ຢ່າຖືມີດຖືພ້າ ຫຼືຢ່າຖືອາວຸດໃດໆ. 10. ເມື່ອຮອດວັນສິນ 8 ຄໍ່າ, 14 ຫຼື 15 ຄໍ່າ ໃຫ້ພາກັນສົມມາກ້ອນເສົ້າ, ແມ່ຂັ້ນໄດ ແລະ ປະຕູເຮືອນ.(ປັດຈຸບັນ ຢູ່ຊົນນະບົດບາງບ່ອນຍັງປະຕິບັດຢູ່). 11. ກ່ອນຈະຂຶ້ນເຮືອນໃຫ້ລ້າງຕີນສາກ່ອນ. 12. ໃຫ້ພາກັນເຮັດຮົ້ວອ້ອມວັດ ແລະບ້ານເຮືອນຂອງຕົນໃຫ້ດີ. 13. ເມື່ອເຖິງລະດູການເກັບກ່ຽວຜົນລະປູກ ຢ່າຟ້າວກິນກ່ອນ ໃຫ້ເອົາໄປເຮັດບຸນໃຫ້ທານແກ່ຜູ້ມີສິນກ່ອນ ແລ້ວຈຶ່ງຄ່ອຍກິນ.(ຕົວຢ່າງ: ຍາມເຂົ້າໃໝ່ ກໍເອົາໄປບູຊາ ຫຼືໃສ່ບາດກ່ອນ, ແລ້ວຈຶ່ງຄ່ອຍກິນ). 14. ຢ່າພາກັນລັກໂລບຕາຊິງ, ຢ່າພາກັນຈ່າຍເງິນແດງ ແປງເງິນຄວ່າງ, ຢ່າກ່າວຄຳຫຍາບຊ້າ ກ້າແຂງ ຕໍ່ກັນແລະກັນ.

ເປັນແນວໃດສາວໆໄດ້ຮູ້ຈັກກັບ ຄອງສິບສີ່ໄປແລ້ວ ກໍຖືວ່າອົງປະກອບຄົບຖ້ວນແລ້ວສໍາລັບຄໍາວ່າ “ຮີດສິບສອງ ຄອງສິບສີ່” ຮີດຄອງຂອງລາວເຮົາ.

By: BeautyGuru

ເຄຼດິດຮູບຈາກ: ເລົ່າເລຶ່ອງເມຶອງລາວ

ແບ່ງປັນ