Breaking News

ETL ເປີດໂຕເຄື່ອງໝາຍການຄ້າໃໝ່, ເຄືອຂ່າຍໃໝ່, ບໍລິການໃໝ່

ແບ່ງປັນ

ໃນຕອນຄໍ່າວັນທີ 15 ພະຈິກ 2019 ທີ່ຜ່ານມາ, ທີ່ ໂຮງແຮມ ແລນມາກ,  ບໍລິສັດ ETL  ຈຳກັດ, ໄດ້ຈັດງານເປີດໂຕເຄື່ອງໝາຍການຄ້າໃໝ່, ເຄືອຂ່າຍໃໝ່, ບໍລິການໃໝ່ ແລະ ເປີດໃຫ້ບໍລິການ 4,5G ຢ່າງເປັນທາງການ. ພາຍໃຕ້ການເປັນປະທານຂອງ ທ່ານ ບຸນສະເຫຼີມໄຊ ເຄນນາວົງ ຮອງລັດຖະມົນຕີ ກະຊວງ ໄປສະນີຄົມມະນາຄົມ ແລະ ການສື່ສານ, ໂດຍເປັນກຽດເຂົ້າຮ່ວມມີ ທ່ານ ປອ ທັນສະໄໝ ກົມມະສິດລັດຖະມົນຕີ ກະຊວງ ໄປສະນີຄົມມະນາຄົມ ແລະ ການສື່ສານ, ທ່ານ ຮວງ ສູຢຸນ (Huang SHUYUN) ຜູ້ອຳນວຍການໃຫຍ່ ບໍລິສັດ ອີທີແອລ ຈໍາກັດ ພ້ອມດ້ວຍຄະນະ ແລະ ແຂກຜູ້ມີກຽດຈາກພາກລັດ ແລະ ເອກະຊົນ, ລູກຄ້າ ແລະ ຮ້ານຕົວແທນຈຳໜ່າຍ ຂອງ ອີທີແອລ ເຂົ້າຮ່ວມ.

ສິ່ງທີ່ມາໃໝ່ ກັບ ETL ຮູບໂສມໃໝ່ ມີ 3 ສິ່ງຫຼັກໆຄື:

1. ປັບປຸງເຄື່ອງໝາຍການຄ້າໃໝ່ ຫຼື ໂລໂກ້ໃໝ່:  ການປັບປ່ຽນຮູບແບບເຄື່ອງໝາຍການຄ້າ ຫຼື ໂລໂກ້ໃໝ່ນີ້ ກໍເພື່ອໃຫ້ແທດເໝາະກັບສະພາບການໃຫ້ບໍລິການໃໝ່ໂດຍເນັ້ນໝັກໃສ່ການບໍລິການ ທີ່ຈະເຮັດໃຫ້ ອີທີແອລ ກາຍເປັນສູນກາງຂອງການສື່ສານໂທລະຄົມມະນາຄົມ ແລະ ຕິດຕໍ່ທາງດ້ານທຸລະກິດ ແລະ ມີການບໍລິການດ້ວຍຮອຍຍີ້ມ ແລະ ຈິງໃຈ ເຊິ່ງໂຕ ແອລ ທີ່ເຮັດຂຶ້ນມາໃຫມ່ ປຽບສະເໜືອນພາບຮອຍຍິ້ມແລະ ການບໍລິການທີ່ຈິງໃຈຂອງ ອີທີແອລ

 

2. ເຄືອຂ່າຍໃໝ່: ອີທີແອລບໍ່ໄດ້ຢຸດຢັ້ງການພັດທະນາ ແລະ ໃນປີ 2019 ນີ້ ໄດ້ເປີດການບໍລິການເຄື່ອຂ່າຍທາງດ້ານໂທລະສັບມືຖື ບໍ່ວ່າຈະເປັນ 2G 3G 4G ແລະ 4,5G  ເຊິ່ງໃນປັດຈຸບັນນີ້ ເຄື່ອຂ່າຍຂອງ ອີທີແອລ ສາມາດຄວບຄຸມໄດ້ເຖິງ 89 ສ່ວນຮ້ອຍຂອງພື້ນທີ່ທົ່ວປະເທດລາວ. ໂດຍມີສະຖານີໂທລະສັບມືຖື 3.500 ສະຖານີຄວບຄຸມທົ່ວປະເທດ, ເປີດການບໍລິການ IR ຫຼາຍກວ່າ 42 ປະເທດ ຫຼື 65 ເຄື່ອຂ່າຍໃນທົ່ວໂລກ ເຊິ່ງອີທີແອລ ຮູບໂຊມໃຫມ່ນີ້ ຈະໄດ້ດຳເນີນການປະຕິຮູບທາງດ້ານລາຄາໃຫ້ຖືກລົງໃຫ້ທຸກຄົນສາມາດເຂົ້າເຖິງໄດ້ໃນເວລາທີ່ເດີນທາງໄປຕ່າງປະເທດ ດ້ວຍແພັກເກັດພິເສດ.

3. ການບໍລິການໃໝ່:  ໄດ້ສ້າງຜະລິດຕະພັນໃຫມ່ ບົນພື້ນຖານຂອງຄຳວ່າ ETL ຄື:

  • ENHANCE: ຈະເຂົ້າມາຊ່ວຍເສີມສ້າງໃຫ້ທຸລະກິດຂອງທ່ານໃຫ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນຕື່ມອີກຢ່າງບໍ່ຢຸດຢັ້ງ, ສ້າງແພັກເກັດຜະລິດພັນຕ່າງໆເພື່ອຕອບສະໜອງກຸ່ມລູກຄ້າອົງກອນຂະໜາດນ້ອຍ, ກາງ ແລະ ໃຫຍ່ ໄດ້ສ້າງແພັກເກັດຕ່າງໆບໍ່ວ່າຈະເປັນ ແພັກເກັດການໂທ, ແພັກເກັດອິນເຕີເນັດ, ແພັກເກັດທາງດ້ານສາຍເຊົ່າ…
  • TORCH: ເປັນຕົວຊ່ວຍເພື່ອນຳພາທຸລະກິດຂອງທ່ານໄປສູ່ຄວາມປະສົບຜົນສຳເລັດ ເນັ້ນໜັກໃສ່ບັນດາກຸ່ມທຸລະກິດຂອງຄົນລຸ້ນໃໝ່ໄຟແຮງ ເຊິ່ງໃນນີ້ ອີທີແອລ ກຽມພ້ອມແລ້ວ ທີ່ຈະຮ່ວມມືກັບບັນດາທຸລະກິດທີ່ເປັນ Startup ຕ່າງໆ ແລະ ໄດ້ມີແຜນການທີ່ຈະສ້າງບັນດາທຸລະກິດບໍ່ວ່າຈະເປັນເກມທີ່ທັນສະໄໝ, ແອັບພິເຄຊັນຕ່າງໆ ຫຼື ການເຂົ້າເຖິງບັນດkແອັບພິເຄຊັນພິເສດ ການໃຫ້ບໍລິການທາງດ້ານພາບສຽງທີ່ເປັນ Streaming  ທີ່ເຮັດໃຫ້ເຂົ້າເຖິງກຸ່ມບັນດາໄວລຸ້ນ. ນອກຈາກນີ້, ຍັງຈະມີແພັກເກັດການຮ່ວມມືກັບບັນດາໂຮງຮຽນ ແລະ ສະຖານບັນການສຶກສາ ເຊິ່ງເປັນການນຳໃຊ້ລະບົບການສຶກສາອອນໄລ໌ທີ່ທັນສະໄໝ.

  • LIVELY: ອີທີແອລຈະເຂົ້າມາປ່ຽນແປງຊີວິດຂອງທຸກຄົນໃຫ້ເປັນຊີວິດທີ່ສົດໃສ ສະດວກສະບາຍຍິ່ງຂຶ້ນ ໃຫ້ທຸກຄົນໃນສັງຄົມ ສາມາດເຊື່ອມຕໍ່ສື່ສານທາງອິນເຕີເນັດ ໂດຍບໍ່ມີຂີດຈຳກັດ  ເຊິ່ງຈະສ້າງສີສັນໃຫມ່ ຊີວິດໃຫມ່. ນອກຈາກນີ້, ກໍຍັງຈະໄດ້ກຽມພັດທະນາຮູບແບບ Smart Home, Smart Office ແລະ ກ້າວໄປສູ່ການຂະຫຍາຍຕົວເຮັດໃຫ້ສັງຄົມລາວເປັນສັງຄົມ Smart ຫຼາຍຂຶ້ນ.

ໂສມໜ້າໃໝ່ ຂອງການບໍລິການ ອີທີແອລ 4,5G ພ້ອມແລ້ວທີ່ຈະເປີດປະສົບການໃໝ່, ຜະລິດຕະພັນໃໝ່ ແລະ ບໍລິການໃໝ່ ແລະ ແນ່ນອນວ່າ  ອີທີແອລ  ຈະບໍ່ຢຸດຢັ້ງໃນການພັດທະນາທາງດ້ານການສື່ສານ ເພື່ອຕອບສະໜອງການຊົມໃຊ້ທີ່ປ່ຽນແປງໄປເລື່ອຍໆ ແລະ ກ້າວໄປສູ່ຍຸກຂອງ 5G ໃນອະນາຄົດອັນໃກ້ໆນີ້.

 

 

ແບ່ງປັນ