Breaking News

ເກັ່ງເກີນເດັກ! ໜຸ່ມນ້ອຍຊາວເບລຢ່ຽມ ຮຽນຈົບປະລິນຍາຕີແຕ່ອາຍຸ 9 ປີ ແຖມຍັງສາມາເວົ້າໄດ້ເຖິງ 4 ພາສາ… ວ່າທີ່ນັກພັດທະນາເຕັກໂນໂລຊີອະໄວຍະວະທຽມໃນອານາຄົດ!!!

ແບ່ງປັນ

ເກັ່ງເກີນເດັກ! ໜຸ່ມນ້ອຍຊາວເບລຢ່ຽມ ຮຽນຈົບປະລິນຍາຕີແຕ່ອາຍຸ 9 ປີ ແຖມຍັງສາມາເວົ້າໄດ້ເຖິງ 4 ພາສາ… ວ່າທີ່ນັກພັດທະນາເຕັກໂນໂລຊີອະໄວຍະວະທຽມໃນອານາຄົດ!!!

ໃນໂລກນີ້ມີຫຼາຍສິ່ງຫຼາຍຢ່າງທີ່ເກີດຂຶ້ນມາຢ່າງໜ້າອັດສະຈັນ ຈົາບາງສິ່ງບາງຢ່າງນັ້ນກໍບໍ່ຢາກເຊື່ອວ່າມັນຈະເກີດຂຶ້ນກັບມະນຸດ ຫຼືເຫຼືອເຊື່ອວ່າມະນຸດຕົວນ້ອຍໆຄືພວກເຮົາໆຈະສາມາດສ້າງໃຫ້ມັນເກີດປາກົດການເຫຼົ່ານັ້ນຂຶ້ນໄດ້ ຄືດັ່ງເລື່ອງລາວຂອງເດັດນ້ອຍຄົນໜຶ່ງທີ່ອາຍຸພຽງແຕ່ 9 ປີ ແຕ່ລາວສາມາດຮຽນຈົບໃນລະດັບປະລິນຍາຕີ ແລະ ຍັງສາມາດເວົ້າໄດ້ 4 ພາສາ ຈົນໄດ້ຂຶ້ນຊື່ວ່າເປັນ ເດັກນ້ອຍ ອັດສະລິຍະ ແລະ ຖືກບັນທຶກລົງໃນກິເນສບຸກວ່າ ເປັນຜູ້ທີ່ຮຽນຈົບໃນລະດັບປະລິນຍາຕີທີ່ອາຍຸນ້ອຍທີ່ສຸດໃນໂລກ.

ໂດຍເລື່ອງລາວດັ່ງກ່າວຖືກເຜີຍແຜ່ອອກສູ່ສັງຄົມເມື່ອ ສຳນັກຂ່າວຊີເອ໊ນເອ໊ນ (ສໍານັກຂ່າວອັນດັບ 1 ຂອງໂລກ) ລາຍງານວ່າ ໂດຍທົ່ວໄປແລ້ວກວ່າຄົນໆໜຶ່ງຈະຮຽນຈົບມະຫາວິທະຍາໄລໄດ້ຕ້ອງໃຊ້ເວລາເປັນ 10 ປີ ແຕ່ສໍາລັບເລື່ອງທີ່ຈະນໍາສະເໜີຕໍ່່ໄປນີ້ຄື ເດັກຊາຍຄົນໜຶ່ງເຂົາໃຊ້ເວລາຈົບການສຶກສາໃນລະບົບພຽງ 5 ປີ ໂດຍເລີ່ມເຂົ້າຮຽນຕັ້ງແຕ່ ອາຍຸ 4 ປີ ແມ່ນແລ້ວພຽງແຕ່ 4 ປີເທົ່ານັ້ນ ຈົນປັດຈຸບັນອາຍຸໄດ້ 9 ປີ ແລະ ອີກບໍ່ດົນລາວກໍຈະຮຽນຈົບການສຶກສາລະດັບປະລິນຍາຕີ ເດັກນ້ອຍຄົນນັ້ນຄືເດັກຊາຍ Laurent Simons ເປັນເດັກອັດສະລິຍະ ຈາກປະເທດ ເບລຢ່ຽມ ກໍາລັງສຶກສາຢູ່ທີ່ ມະຫາວິທະຍາໄລ Eindhoven University of Technology ແລະ ໃນເດືອນທັນວາທີ່ຈະມາເຖິງນີ້ ລາວກໍຈະຮຽນຈົບລະດັບປະລິນຍາຕີ ໂດຍໃຊ້ເວລາຮຽນທັງໝົດ 10 ເດືອນ ເຊິ່ງສາມາດທໍາລາຍສະຖິຕິໂລກ ຈາກການບັນທຶກກິນເນສບຸກໄປແລ້ວ ຈາກເດັກຊາຍ Michael Kearney ທີ່ເຄີຍຮຽນຈົບປະລິນຍາຕີໄວ 10 ປີ ຈາກມະຫາວິທະຍາໄລ University of Alabama ປີ 1994.

ຍ້ອນກັບໄປຕອນທີ່ Laurent Simons ເກີດມາດ້ວຍລະດັບ IQ 145 ສາມາດຈື່ ແລະ ຮຽນຮູ້ໄດ້ຢ່າງໄວວາກວ່າເດັກນ້ອຍປົກກະຕິ ນອກນັ້ນກໍຍັງສາມາດເວົ້າໄດ້ເຖິງ 4 ພາສາ ໃນລະດັບມັດທະຍົມເຂົາເສັງທຽບ ແລະ ໃຊ້ເວລາຮຽນພຽງ 18 ເດືອນ. ເດັກຄົນນີ້ມີຄວາມຝັນຢາກເປັນນັກບິນອາວະກາດ ແລະ ແພດຫົວໃຈ ດ້ານສາດສະດາຈານ Peter Baltus ອາຈານຄົນປັດຈຸບັນຂອງ Laurent ໄດ້ບອກວ່າ ກ່ອນໜ້ານີ້ເຄີຍມີລູກສິດຄົນໜຶ່ງທີ່ສະຫຼາດຫຼາຍກວ່າໝູ່ໃຫ້ອງຮຽນ ແຕ່ Laurent Simons ນັ້ນສະຫຼາດກວ່າ 3 ເທົ່າ. ດ້ວຍເຫດນີ້ ເດັກຄົນນີ້ ຈຶ່ງໄດ້ຮັບສິດໃນການເລືອກຈັດຕາຕະລາງຮຽນດ້ວຍຕົນເອງໄດ້ ເຊິ່ງປົກກະຕິແລ້ວທາງມະຫາວິທະຍາໄລອານຸຍາດໃຫ້ນັກສຶກສາທີ່ມີຊື່ສຽງໃນມະຫາໄລ ຫຼືມີລັກສະນະພິເສດແບບນີ້ຮັບສິດນີ້ໄດ້ ຜູ້ອໍານວຍການການມະຫາວິທະຍາໄລ Sjoerd Hulshof ບອກວ່າ: Laurent Simons ເປັນນັກສຶກສາທີ່ຮຽນຮູ້ໄວທີ່ສຸດທີ່ເຄີຍພົບມາ ບໍ່ພຽງແຕ່ຈະສະຫຼາດເປັນເລີດ ແຕ່ເຂົາຍັງເປັນເດັກທີ່ມີຈິດໃຈທີ່ດີ ມີຄວາມເຫັນອົກເຫັນໃຈຄົນອື່ນອີກ.

ພໍ່ຂອງ Laurent Simons ເຮັດວຽກເປັນທັນຕະແພດຍອມຮັບວ່າ ປູ່ ແລະ ຍ່າ ເປັນຜູ້ສັງເກດເຫັນຄວາມພິເສດທີ່ແຕກຕ່າງຈາກເດັກຄົນອື່ນໆ ຕັ້ງແຕ່ຕອນທີ່ລາວຍັງນ້ອຍແລ້ວ ໂດຍພໍ່ ແລະ ແມ່ກໍບໍ່ເຊື່ອຄິດວ່າປູ່ ແລະ ຍ່າເວົ້າເກີນຄວາມຈິງ. ແຕ່ສິ່ງໜຶ່ງທີ່ພວກເຂົາກັງວົງກໍຄືການໃຊ້ຊີວິດຂອງລູກຊາຍ ທີ່ອາດຈະຕ້ອງພົບກັບຄວາມຄຽດ ແລະ ບໍ່ມີເວລາຫຼິ້ນມ່ວນແບບເດັກທົ່ວໄປ. ແຕ່ເຖິງແນວໃດກໍຕາມ ພໍ່ຍັງກ່າວຕຶ່ມອີກວ່າ: ການຮຽນບໍ່ໄດ້ເຮັດໃຫ້ເຂົາຄຽດ ແລະ ຕອນນີ້ລາວສົນໃຈຮຽນແພດເພີ່ມອີກດ້ວຍ ໂດຍສະເພາະການພັດທະນາອະໄວຍະວະທຽມ ເບິ່ງມັນຄືເປັນວຽກໃນເວລາວ່າງທີ່ເດັກຄົນນີ້ເຮັດ ພ້ອມໆກັບກິດຈະກໍາອື່ນໆຄຶກັນກັບເດັກຄົນອື່ນເຮັດເຊັ່ນ: ຫຼິ້ນເກມ Fortnite ນອນເບິ່ງ Netflix ຢູ່ເຮືອນ ຫຼືອອກໄປຫຼິ້ນກັບໝູ່ນອກບ້ານ. ນອກຈາກນັ້ນ Laurent ຍັງວາງແຜນໄວ້ວ່າຈະຮຽນ ວິສະວະກໍາໄຟຟ້າຈົນຈົບປະລິນຍາເອກ ພ້ອມກັບຮຽນແພດຕື່ມ ເນື່ອງຈາກມີເປົ້າໝາຍຈະພັດທະນາເຕັກໂນໂລຊີອະໄວຍະວະທຽມໃນອານາຄົດ…

ແບ່ງປັນ