Breaking News

ສາຍລຸຍ-ສາຍສ່ຽງຫ້າມພາດ!!! ຈຸດຊົມວິວ “ພູຜາມ່ານ” ບ່ອນເຊັກອິນແຫ່ງໃໝ່ໃນປະເທດລາວ…

ແບ່ງປັນ

ສາຍລຸຍ-ສາຍສ່ຽງຫ້າມພາດ!!! ຈຸດຊົມວິວ “ພູຜາມ່ານ” ບ່ອນເຊັກອິນແຫ່ງໃໝ່ໃນປະເທດລາວ…

ສະບາຍດີໜຸ່ມໆສາວໆນັກທ່ຽວສາຍລຸຍທັງຫຼາຍ ດົນມາແລ້ວທີ່ບໍ່ໄດ້ມາໂອ້ລົມກັນເລື່ອງທ່ອງທ່ຽວນີ້ (ແຕ່ໄປຕະຫຼອດຢູ່ 555) ມື້ນີ້ແອັດມິ້ນຈະມາຊວນນັກທ່ຽວສາຍລຸຍ-ສາຍສ່ຽງທັງຫຼາຍມາຮ່ວມທ້າທາຍ ກັບສະຖານທີ່ທ່ອງທ່ຽວຈຸດເຊັກອິນແຫ່ງໃໝ່ໃນປະເທດລາວ ທີ່ກໍາລັງຈະເປີດໃຫ້ບໍລິການໃນໄວໆນີ້!!! ນັ້ນກໍຄື ສະຖານທີ່ ຈຸດຊົມວິວ “ພູຜາມ່ານ” ທີ່ປັດຈຸບັນກໍາລັງກຽມພ້ອມເປີດໃຫ້ນັກທ່ອງທ່ຽວເຂົ້າໄປສໍາພັດກັບຄວາມສຽວກັນແລ້ວ…

ສໍາລັບສະຖານທີ່ທ່ ຈຸດຊົມວິວ ພູຜາມ່ານ ແມ່ນມີທີ່ຕັ້ງຢູ່ທີ່ ປ່າສະຫງວນແຫ່ງຊາດ ຫິນໜາມໜໍ່ ບ້ານ ນໍ້າສະນາມ ເມືອງ ຄຸນຄໍາ ແຂວງ ຄໍາມ່ວນ ຫ່າງຈາກນະຄອນຫຼວງ ວຽງຈັນ ບໍ່ໃກ້ ລະກະບໍ່ໄກ ເຊິ່ງປະກອບໄປດ້ວຍກິດຈະກໍາຕ່າງໆທີ່ທ້າທາຍ ບໍ່ວ່າຈະເປັນການປີນຜາ, ການເດີນປ່າ, ຂີ່ສະລິງ, ພ້ອມກັບການເຊລຟີ່ສຸດຫວາດສຽວເທິງຈອມພູ ແລະ ອື່ນໆ… ເຊິ່ງແອັດມິ້ນບໍ່ສາມາດບັນລະຍາຍໄດ້ໝົດ. ມື້ນີ້ເລີຍຈະນໍາເອົາຮູບພາບບັນຍາກາດທີ່ຖ່າຍໂດຍຜູ້ບຸກເບີກສະຖານທີ່ທ່ອງທ່ຽວແຫ່ງນີ້ ນັ້ນກໍຄື ອ້າຍ ອິນທີ ເດືອນສະຫວັນ ນັກທຸລະກິດ ຜູ້ຮັກມັກໃນການເດີນທາງ ແລະ ການພະຈົນໄພ ຈົນກາຍເປັນຜູ້ບຸກເບີກພູຜາແຫ່ງນີ້ໃຫ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈທີ່ສຸດໃນຕອນນີ້! ສ່ວນວ່າບັນຍາກາດ ແລະ ຄວາມທ້າທາຍທີ່ແທ້ຈິງນັ້ນ ຢາກໃຫ້ໜຸ່ມໆສາວໆລອງໄປສໍາພັດດ້ວຍຕົວເອງເດີ້ (ແອັດມິ້ນກໍຕັ້ງໃຈວ່າຈະຕ້ອງໄປໃຫ້ໄດ້ຈັກຄັ້ງໜຶ່ງໃນຊີວິດຄືກັນ 555) ແຕ່ຕອນນີ້ເພິ່ນຍັງບໍ່ໄດ້ເປີດຢ່າງເປັນທາງການເທື່ອ (ແຕ່ໄດ້ຍິນມາແວ່ວໆວ່າ ຈະເປີດຢ່າງເປັນທາງການໃນວັນທີ 15 ທັນວາ 2019 ນີ້) ເອົາເປັນວ່າເຮົາມາເບິ່ງຮູບພາບຣີວິວຈາກຜູ້ບຸກເບີກເພິ່ນກ່ອນເນາະ!!!

  

 

ຂອບໃຈຮູບພາບຈາກ: Facebook: Inthy Deuansavanh

 

ແບ່ງປັນ