Breaking News

ຊາວເນັດຈັບຕາເບິ່ງເປັນພິເສດ! ຈຽບ ມະນີພອນ ສາວງາມຕົວແທນຈາກ ແຂວງ ອຸດົມໄຊ ໃນເວທີການປະກວດ MISS LAOS 2019…

ແບ່ງປັນ

ຊາວເນັດຈັບຕາເບິ່ງເປັນພິເສດ! ຈຽບ ມະນີພອນ ສາວງາມຕົວແທນຈາກ ແຂວງ ອຸດົມໄຊ ໃນເວທີການປະກວດ MISS LAOS 2019… ງານນີ້ມີລຸ້ນມົງລົງຢູ່ເດີ້!!!

ສຽງເຊຍກໍາລັງເຂັ້ມຂຸ້ນແຮງສໍາລັບເວທີການປະກວດ MISS LAOS 2019 ທີ່ປັດຈຸບັນກໍາລັງຢູ່ໃນຂັ້ນຕອນເກັບຕົວຂອງສາວງາມທັງ 40 ຄົນສຸດທ້າຍ ເພື່ອຖ້າຮອບຕັດສິນທີ່ໃກ້ຈະມາຮອດນີ້… ແຕ່ແນ່ນອນວ່າໃນທຸກໆເວທີການປະກວດຍ່ອມມີຕົວເດັ່ນກວ່າໝູ່ ເຊິ່ງຈະເປັນຄົນທີ່ໄດ້ຮັບສຽງໂຫວດ ແລະ ສຽງເຊຍຈາກມວນຊົນຫຼາຍກວ່າໝູ່ນັ້ນເອງ ສໍາລັບເວທີການປະກວດ MISS LAOS 2019 ນີ້ ກໍເຊັ່ນດຽວກັນເຊິ່ງສາວງາມຄົນທີ່ຊາວເນັດຈັບຕາເບິ່ງ ແລະ ເຊຍເປັນພິເສດນັ້ນກໍຄື ສາວ ຈຽບ ມະນີພອນ ໝາຍເລກ ML 26 ສາວງາມຕົວແທນຈາກ ແຂວງ ອຸດົມໄຊນັ້ນເອງ ແລະ ຍ້ອນຫຍັງ ຈຽບ ຈຶ່ງເປັນທີ່ຈັບຕາເປັນພິເສດ ເຮົາລອງມາທໍາຄວາມຮູ້ຈັກກັບນາງກັນຕຶ່ມດີບໍ່?

ຊື່: ຈຽບ ຫຼື ມະນີພອນ ສິງຫາໄຊຍະແສງ ອາຍຸ 24 ປີ ສ່ວນສູງ 165 Cm, ສັດສ່ວນ 31-23-35 ເປັນຕົວແທນມາຈາກແຂວງອຸດົມໄຊ

ປັດຈຸບັນເຮັດວຽກຢູ່ບໍລິສັດ ສະຕ້າໂທລະຄົມ ຮຽນຢູ່ ສະຖາບັນລັດຕະນະປີ4 ສາຂາບໍລິຫານທຸລະກິດ

ເຄີຍປະກວດຮ້ອງເພງ ໂຄງການດາວອຸດົມໄຊ ແລະ ນາງສາວທິດາບັ້ງໄຟຂອງແຂວງອຸດົມໄຊໄດ້ຮອງອັນດັບ3

ມີຄວາມສາມາດພິເສດ ທາງດ້ານສິລະປະການຟ້ອນ,ຮ້ອງເພງ,ຫລິ້ນດົນຕີ,ເຮັດຂະໜົມ,ແຕ່ງກິນ ,ຕັດຫຍິບ

ເຂົ້າຮ່ວມປະກວດ MISS LAOS 2019 ຍ້ອນເປັນຄວາມໄຟ່ຝັນມາແຕ່ນ້ອຍ ວ່າຢາກມີໂອກາດໄດ້ຢືນຢູ່ເທິງເວທີອັນຊົງກຽດແຫ່ງນີ້ ແລະ ເປັນສິ່ງທ້າທາຍກັບຄໍາວ່າບໍ່ກ້າຂອງຕົນເອງ

ເປັນແນວໃດທຸກຄົນ ຮູ້ແບບນີ້ແລ້ວຮູ້ສຶກແນວໃດແດ່? ແຕ່ສໍາລັບແອັດມິ້ນບໍ່ແປກໃຈເລີຍທີ່ເປັນຫຍັງ ຈຽບ ຈຶ່ງເປັນຕົວເກງໃນເວທີນີ້ ເພາະເບິ່ງຈາກຄວາມສາມາດແລ້ວ ບໍ່ທໍາມະດາອີ່ຫຼີ… ແຕ່ເອົາເປັນວ່າເຮົາມາລຸ້ນໃນມື້ຮອບຕັດສິນກັນເລີຍເນາະ ວ່າ ຈຽບ ຈະສາມາດເອົາຊະນະໃຈກໍາມະການຄືກັບເອົາຊະນະໃຈແຟນຄຣັບ ແລະ ຊາວເນັດຄືຕອນນີ້ໄດ້ບໍ່?

ຂອບໃຈຮູບງາມໆຈາກ: Facebook: Jieb Singhaxaiyaseng

ແບ່ງປັນ