Breaking News

ຄັ້ງທໍາອິດ! “ເລີ ປາແດກ” ກັບກິດຈະກໍາສົ່ງເສີມໃຫ້ຄົນລາວສະໜັບສະໜູນຜະລິດຕະພັນ ແລະ ສີໄມ້ລາຍມືຂອງຄົນລາວເຮົາ!!!

ແບ່ງປັນ

ຄັ້ງທໍາອິດ! “ເລີ ປາແດກ” ກັບກິດຈະກໍາສົ່ງເສີມໃຫ້ຄົນລາວສະໜັບສະໜູນຜະລິດຕະພັນ ແລະ ສີໄມ້ລາຍມືຂອງຄົນລາວເຮົາ!!!

ຮ້ານອາຫານ ເລີປາ ແດກ ຮ່ວມກັບບັນດານັກອອກແບບລາວ ໄດ້ຈັດງານຕະຫຼາດນັດ ສືບສານ ແລະ ສົ່ງເສີມຜະລິດຕະພັນ, ສິລະປະງານສີມື , ຄວາມຄິດສ້າງສັນ ໂດຍຄົນລາວ ເປັນຄັ້ງທຳອິດ ” HANDICRAFT MARKET” ໃນວັນເສົາ-ອາທິດ ວັນທີ 16 – 17 ພະຈິກ 2019 ທີ່ຜ່ານມາ. ທັງນີ້, ເພື່ອເປັນການຮັກສາວັດທະນະທຳ-ຮີດຄອງປະເພນີລາວ, ສົ່ງເສີມການນຳໃຊ້ສິນຄ້າຂອງຄົນລາວເອງ ແລະ ເຮັດໃຫ້ເປັນທີ່ຮູ້ຈັກຂອງຄົນລາວ ແລະ ຕ່າງປະເທດຢ່າງກວ້າງຂວາງຂຶ້ນຕື່ມ.

ພາຍໃນງານ ແມ່ນສຳຜັດໄດ້ເຖິງບັນຍາກາດຄວາມເປັນລາວແບບຍຸກສະໄໝໃຫມ່, ໄດ້ມີຫ້າງຮ້ານຫຼາຍກວ່າ 23 ແບຣນຂອງຄົນລາວເຂົ້າຮ່ວມວາງສະແດງ ບໍ່ວ່າຈະເປັນ ຜ້າໃໝລາວ, ເຄື່ອງປະດັບ, ເຄື່ອງນຸ່ງຖື, ເຄື່ອງໃຊ້ຂອງສ້ອຍ, ອາຫານ, ເຄື່ອງດື່ມ ແລະ ອື່ນໆ.

ເຊິ່ງປີນີ້, ງານຕະຫຼາດນັດຮ່ວມສົ່ງເສີມສີໄມ້ລາຍມີຄົນລາວແມ່ນ​ໄດ້ຈົບລົງຢ່າງຈົບງາມ ເຊິ່ງກໍໄດ້ມີຜູ້ຄົນໃຫ້ຄວາມສົນໃຈຫຼາຍທັງສອງມື້ບໍ່ວ່າຈະເປັນຄົນລາວເຮົາເອງ ແລະ ຄົນຕ່າງປະເທດ ເຊື່ອວ່າງານດີໆແບບນີ້ຈະໄດ້ຈັດຂຶ້ນອີກໃນຄັ້ງຕໍ່ໆໄປ. ຢ່າລືມ!!! ຕິດຕາມ ຮ້ານອາຫານ ເລີ ປາແດກ  ເພາະຮ້ານນີ້ເພິ່ນມັກຈະມິກິດຈະກຳຫຼາຍຢ່າງເພື່ອສົ່ງເສີມວັດທະນະທຳ ຮີດຄອງປະເພນີລາວເລື້ອຍໆ. #LePadaek   #ພູມໃຈໃນຄວາມເປັນລາວ #ຄົນລາວສົ່ງເສີມສະໜັບສະໜູນສິນຄ້າລາວ.

                  

Cr: Le Padaek

ແບ່ງປັນ