Breaking News

ຜົນຈາກການສໍາຫຼວດບອກວ່າ!!! ຄວາມຮັກດີືໆ ສົ່ງຜົນດີຕໍ່ສຸຂະພາບຈິດທີ່ດີ ເຮັດໃຫ້ຄົນເຮົາປ່ຽນແປງຕົວເອງໄປໃນທາງທີ່ດີຂຶ້ນ…

ແບ່ງປັນ

ຜົນຈາກການສໍາຫຼວດບອກວ່າ!!! ຄວາມຮັກດີືໆ ສົ່ງຜົນດີຕໍ່ສຸຂະພາບຈິດທີ່ດີ ເຮັດໃຫ້ຄົນເຮົາປ່ຽນແປງຕົວເອງໄປໃນທາງທີ່ດີຂຶ້ນ…

ສາວໆໄລຍະນີ້ຮູ້ສຶກວ່າຈະມີຂ່າວຄາວອອກມາຫຼາຍເຫຼືອເກີນກ່ຽວກັບຄວາມຮັກສາມເສົ້າ ຫຼືມີມືທີ 3 ເຂົ້າມາແຊກກາງລະຫວ່າງຄວາມຮັກຂອງ ຄູ່ຜົວເມຍ-ຄູ່ບ່າວສາວ ດັ່ງທີ່ຫຼາຍຄົນໄດ້ເຫັນຂ່າວຄາວຈາກສື່ສັງຄົມອອນລາຍ ແລະ ຕາມໂຊຊ່ຽວມີເດຍ ທີ່ມີຊາວເນັດມາໂພສເລົ່າເລື່ອງລາວຕົວເອງ ຫຼືເລື່ອງລາວຂອງຄົນໃກ້ຕົວ ຈົນເຮັດໃຫ້ສາວໂສດຫຼາຍຄົນເກີດຄວາມຢ້ານກົວຕໍ່ການມີຄູ່ຢູ່ບໍ່ໜ້ອຍ ແຕ່ຂ່າວກໍຄືຂ່າວຢາກໃຫ້ທຸກຄົນເສບຂ່າວຢ່າງມີສະຕິ ແລະ ຢາກບອກວ່າຜູ້ຊາຍກໍບໍ່ໄດ້ຄືກັນໝົດທຸກຄົນ ຖ້າລອງເປີດໃຈເຮົາອາດຈະເປັນຜູ້ໂຊກດີພົບຄົນດີໆກະໄດ້… ແລະ ຖ້າມີຮັກດີໆກໍຈະສົ່ງຜົນດີຕໍ່ຮ່າງກາຍ-ຈິດໃຈຂອງເຮົາເຊັ່ນກັນ.

ສາວໆສັງເກດເຫັນບໍ່ວ່າ ຄົນມີຄວາມຮັກໜ້າຕາຈະສົດໃສ ເບີກບານ ເບິ່ງຄືເປັນ ເດັກນ້ອຍລົງ ນັ້ນອາດຈະເປັນຍ້ອນຄວາມຮັກທີ່ມັນສາມາດສົ່ງຜົນຕໍ່ຮ່າງກາຍ ຂອງເຮົາໄດ້ເປັນຢ່າງດີ ເຊັ່ນ: ຄວາມຮັກຊ່ວຍເບິ່ງແຍງ ຕື່ມຄວາມສຸກໃຫ້ກັບຫົວໃຈທ່ານໄດ້ ຍ້ອນການສະແດງຄວາມຮັກອອກທາງການກະທຳຕ່າງໆ ມັນສາມາດຊ່ວຍເຮັດໃຫ້ອັດຕາການເຕັ້ນຂອງຫົວໃຈ ຢູ່ໃນລະດັບທີ່ເໝາະສົມ ເຊິ່ງຈະຊ່ວຍຫຼຸດຄວາມຄຽດ ແລະ ຄວາມສຽງຂອງພະຍາດຕ່າງໆໄດ້ ນອກນັ້ນຍັງ ຊ່ວຍໃຫ້ທ່ານນອນລັບສະບາຍ ເພາະຈະຊ່ວຍຫຼຸດຄວາມຄຽດໃຫ້ທ່ານ ແລະ ເຮັດໃຫ້ທ່ານພັກຜ່ອນໄດ້ຢ່າງສະບາຍ, ຢາກເຊົາເຫຼົ້າ ເຊົາສູບຢາ ຄວາມຮັກຊ່ວຍໃຫ້ທ່ານຮູ້ສຶກພໍໃຈ ໃນຄວາມສຸກທີ່ມີຫຼາຍທີ່ສຸດ ເຊັ່ນດຽວກັບ  ຄວາມຫຼົງໄຫຼ ແລະ ຄວາມຮັກ ເມື່ອຄວາມຫຼົງໄຫຼ ແລະ ຄວາມຮັກ ທັງສອງສິ່ງນີ້ ລວມເຂົ້າກັນ ກໍຈະສາມາດຕໍ່ສູ້ກັບອາການຕິດເຫຼົ້າ ສູບຢາໄດ້ ແລະ ຍັງສາມາດບໍາບັດຈິດໃຈໄດ້ອີກດ້ວຍ.

ເຫັນບໍ່ສາວວ່າ ຄວາມຮັກມັນມີແຕ່ສິ່ງດີືໆ ຄວາມຮັກໃຫ້ແຕ່ສິ່ງດີໆກັບເຮົາ ຄວາມຮັກບໍ່ເຄີິຍທໍາຮ້າຍໃຜ ມີແຕ່ຄົນເຮົາເອງທີ່ທໍາຮ້າຍກັນ…

 

ແບ່ງປັນ