Breaking News

ເຊຍລາວ!!! ຮ່ວມສົ່ງກໍາລັງໃຈໃຫ້ ປຸກກີ່ ຕົວແທນນັກກິລາປັນສີລັກທີມຊາດລາວ ໃນຊີເກມ ຄັ້ງທີ 30 (ປະເທດ ຟີລິບປິນ)

ແບ່ງປັນ

ເຊຍລາວ!!! ຮ່ວມສົ່ງກໍາລັງໃຈໃຫ້ ປຸກກີ່ ຕົວແທນນັກກິລາປັນສີລັກທີມຊາດລາວ ໃນຊີເກມ ຄັ້ງທີ 30 (ປະເທດ ຟີລິບປິນ)

ໄລຍະນີ້ຖືເປັນໄລຍະສໍາຄັນຂອງນັກກິລາລະດັບຊາດຂອງບັນດາປະເທດໃນອາຊຽນ ເພື່ອກະກຽມໃນການລົງຊິງຂັນໃນ ມະຫາກໍາກິລາຊີເກມ ຄັ້ງທີ່ 30 ທີ່ຈະຈັດຂຶ້ນໃນວັນທີ 30 ພະຈິກ ຫາ 12 ທັນວາ 2019 ໂດຍເຈົ້າພາບ ປະເທດ ຟີລິບປິນ… ສະນັ້ນ ມື້ນີ້ແອັດມີ້ນກໍເລີຍຈະມາຊວນແຟນໆ ຂວັນໃຈ ແລະ ແຟນຄຣັບນັກກິລາມາຮ່ວມສົ່ງກໍາລັງໃຈໄປເຖິງນັກກິລາທີມຊາດທຸກໆຄົນ.

ແລະ ຢາກຈະມາແນະນໍາໃຫ້ຮູ້ຈັກກັບ ນັກກິລາສາວປັນຈັກສີລັດ ສາວງາມຄົນນີ້ ນັ້ນກໍຄື ນ້ອງ ປຸກກີ່ ສະເຫຼີມບຸນຕາ ທີ່ເປັນຕົວແທນນັກກິລາໄປຮ່ວມແຂ່ງຂັນໃນງານ ມະຫາກໍາກິລາຊີເກມໃນຄັ້ງນີ້ ໃນປະເພດຟ້ອນດ່ຽວຍິງ ຫຼືລາຍການ tuggal ເຊິ່ງມີຄວາມໝັ້ນໃຈຢ່າງເຕັມຮ້ອຍເປີເຊັນ ຫຼັງໄດ້ຝຶກຊ້ອມໜັກໃນໄລຍະ 1 ເດືອນເຕັມກັບຄູຝຶກທີ່ປະສົບການລະດັບຂັ້ນສູງ ທີ່ສສ ຫວຽດນາມ ພ້ອມຈະນໍາເອົາທ່າຟ້ອນ 100 ທ່າ ລົງຊີງໄຊໃນຄັ້ງນີ້.

ສຳລັບ ປະສົບການແຂ່ງຂັນຂອງ ປຸກກີ່ ທີ່ຜ່ານມາເຄີຍລົງຫຼິ້ນກິລາວູຊູ ປະເພດຟ້ອນ ເຕົາລູ້ ດ່ຽວຍິງ ໃນງານມະຫາກຳກິລາຊີເກມ ຄັ້ງທີ XXVll ປີ 2013 ທີ່ປະເທດ ມຽນມາ ແລະ ງານກິລາຊີເກມ ຄັ້ງທີ XXlX ປີ 2017 ທີ່ນະຄອນກົວລາລໍາເປີ ປະເທດ ມາເລເຊຍ ທັງສອງງານດັ່ງກ່າວ ບໍ່ສາມາດສ້າງຜົນງານໄດ້ຈັກຫຼຽນ. ແຕ່ສໍາລັບປີນີ້ ແລະ ກິລາປະເພດໃໝ່ນີ້ ກໍຂໍເປັນກໍາລັງໃຈໃຫ້ ປຸກກີ່ ແລະ ນັກກິລາ ຕົວແທນປະເທດລາວໃຫ້ຍາດໄດ້ຈັກຫຼຽນມາໃຫ້ຄົນລາວ ແລະ ແຟນຄຣັບນັກກິລາໄດ້ຊື່ນໃຈແດ່ເດີ້!!! ຮ່ວມເຊຍລາວດ້ວຍການກົດໄລ້, ແຊຣ໌ໂພສນີ້.

ຂອບໃຈຮູບຈາກ: Facebook: M’zz Ky Poukky (Kykiekee)

ແບ່ງປັນ