Breaking News

ເໝາະສົມແລ້ວ!!! ລູກນໍ້າ ທິລາລັດ ກັບສາຍາໃໝ່ “ດາລາໃຈບຸນ” ຫຼັງລະດົມເງິນທຶນສ້າງໂຮງຮຽນໃຫ້ເດັກນ້ອຍເຂດຫ່າງໄກ…

ແບ່ງປັນ

ທັງງາມ ແລະ ໃຈບຸນ! ລູກນໍ້າ ທິລາລັດ ກັບສາຍາໃໝ່ “ດາລາໃຈບຸນ” ຫຼັງລະດົມເງິນທຶນສ້າງໂຮງຮຽນໃຫ້ເດັກນ້ອຍເຂດຫ່າງໄກ…

ມີຂ່າວຄາວມາໃຫ້ອັບເດດບໍ່ເຄີຍຂາດສໍາລັບ ຊຸບເປີສະຕາລະດັບແຖວໜ້າຂອງລາວ ລູກນໍ້າ ທິດາລັດ ວົງສິລິ ທີ່ປັດຈຸບັນໄດ້ຮັບສາຍາໃໝ່ໄປເປັນທີ່ຮຽບຮ້ອຍ ນັ້ນກໍຄື “ດາລາໃຈບຸນ” ນັ້ນກໍເນື່ອງຈາກວ່າ ສາວລູກນໍ້າ ໄດ້ໂພສລົງເພຈ ເຟສບຸກສ່ວນຕົວ Louknum Thidalat Vongsili ວ່າເຈົ້າຕົວນັ້ນຕ້ອງການຄວາມຊ່ວຍເຫຼືອຈາກສັງຄົມ ແຕ່ບໍ່ແມ່ນເພື່ອໃຫ້ມາຊ່ວຍເຫຼືອຕົນເອງແຕ່ຢ່າງໃດ ແຕ່ເປັນການຮຽກຮ້ອງໃຫ້ສັງຄົມຮ່ວມກັນຄົນລະໄມ້ລະມື ເພື່ອລະດົມທືນສ້າງໂຮງຮຽນຫຼັງໃໝ່ໃຫ້ກັບເດັກນ້ອຍທີ່ຢູ່ເຂດຫ່າງໄກສອກຫຼີກ (ບ້ານ ໂພນຂາມ ເມືອງປາກງື່ມ ແຂວງວຽງຈັນ) ເຊິ່ງງານນີ້ສາວລູກນໍ້າກໍໄດ້ລົງພື້ນທີ່ໄດ້ເບິ່ງດ້ວຍຕົນເອງ ພ້ອມທັງໄດ້ເກັບກໍາລາຍລະອຽດທັງໝົດໄດ້ແລ້ວກ່ຽວກັບຄ່າໃຊ້ຈ່າຍ ແລະ ແຜນຜັງໂຮງຮຽນຫຼັງໃໝ່ຂອງນ້ອງໆ ແຕ່ເນື່ອງຈາກປັດຈຸບັນທຶນໃນການສ້າງໂຮງຮຽນຍັງບໍ່ພໍຈຶ່ງຮຽກຮ້ອງມາຍັງສັງຄົມເພື່ອໃຫ້ຊ່ວຍເຫຼືອໃນຈຸດນີ້… ຫຼັງຈາກໂພສດັ່ງກ່າວຖືກເຜີຍແຜ່ອອກມາກໍມີຊາວເນັດ ແລະ ແຟນຄຣັບຂອງ ສາວລູກນໍ້າ ເຂົ້າໄປໄລ້ນ໌, ແຊຣ ແລະ ຄອມເມັ້ນເປັນຈໍານວນຫຼວງຫຼາຍ ເຊິ່ງຄອມເມັ້ນສ່ວນຫຼາຍກໍຈະເປັນການຍົກຍ້ອງຊື່ນຊົມໃນຄວາມໃຈບຸນ ທີ່ຢາກຊ່ວຍເຫຼືອນ້ອງໆຂອງສາວລູກນໍ້າ ຈົນປັດຈຸບັນ ລູກນໍ້າ ໄດ້ສາຍາໃໝ່ຄືຶ ດາລາໃຈບຸນ ໄປເປັນທີ່ຮຽບຮ້ອຍແລ້ວ!!! ນອກຈາກການຊ່ວຍເຫຼືອນ້ອງໆໃນຄັ້ງນີ້ແລ້ວ ຜ່ານມາບໍ່ວ່າຈະເປັນໂຄງການຊ່ວຍເຫຼືອສັງຄົມໃດໆ ລູກນໍ້າກໍບໍ່ພາດທີ່ຈະເຂົ້າໄປຊ່ວຍເຫຼືອ ຕາມກໍາລັງ ແລະ ຕາມໂອກາດຢ່າງບໍ່ຂາດ… ໂອ໊ຍຍຍ ຄົນອີ່ຫຍັງງງງ ທັງງາມ, ໜ້າຮັກ ແຖມໃຈບຸນແບບນີ້ຈະບໍ່ໃຫ້ແຟນໆຫຼົງຮັກໄດ້ແນວໃດນໍ້??? ເອົາເປັນວ່າແອັດມິ້ນ ແລະ ແຟນຄຣັບທຸກຄົນກໍເອົາໃຈຊ່ວຍສາວລູກນໍ້າສະເໝີເດີ້ ແລະ ຖ້າໃຜສົນໃຈຈະຮ່ວມຊ່ວຍເຫຼືອສັງຄົມກັບສາວລູກນໍ້າຂອງເຮົາກໍຕິດຕໍ່ໄປຫາເພິ່ນທາງເພຈໄດ້ເລີຍຈ່າ (ຈະແຈກວາບຢູ່)…

ໂພສດັ່ງກ່າວ

ຕົວຢ່າງ ໂຮງຮຽນຫຼັງໃໝ່ ແລະ ຫຼັງເກົ່າ

ງາມ… ໜ້າຮັກ…

ໃຈບຸນ

ຂອບໃຈຮູບພາບຈາກ: Page: Louknum Thidalat Vongsili

ແບ່ງປັນ