Breaking News

SINGHA Next Gen ມ່ວນມັນ!!! ເລີ່ມຕົ້ນໃນທຸກຄໍ່າຄືນໄປກັບສິງ

ແບ່ງປັນ

ໃນຄໍ່າຄືນຂອງມື້ວານນີ້ ຢູ່ທີ່ຮ້ານ Hi-Five Restaurant and Bar, ນະຄອນຫຼວງວຽງຈັນ, ບໍລິສັດ Singha Asia ຈຳກັດ ໄດ້ຈັດງານລ້ຽງ Singha Next Gen ສະເຫຼີມສະຫຼອງເປີດໂຕຮູບໂສມໃໝ່ (Packaging)  ຂອງເບຍສິງ ທີ່ມີຄວາມລຽບຫຼູທັນສະໄໝມີລະດັບຍິ່ງຂຶ້ນ ແລະ ກໍເພື່ອຂອບໃຈລູກຄ້າ, ເພື່ອນຮ່ວມງານ ແລະ ຕົວແທນຈຳໜ່າຍໃນປະເທດລາວ.

ບັນຍາກາດໃນການສະເຫຼີມສະຫຼອງດຳເນີນໄປດ້ວຍຄວາມອົບອຸ່ນ ແລະ ມ່ວນຊື່ນ ໂດຍ ທ່ານ ເທບ ນີລະນາດພູລີ ຜູ້ຈັດການພະແນກການຂາຍ ແລະ ການຕະຫຼາດ ປະຈຳປະເທດລາວ ໄດ້ເຊີນແຂກຜູ້ມີກຽດ ແລະ ສື່ມວນຊົນຍົກຈອກເພື່ອເປັນການເປີດໂຕຮູບໂສມໃໝ່ຂອງເບຍສິງຢ່າງເປັນທາງການ.

ການປ່ຽນຮູບໂສມໃໝ່ຄັ້ງນີ້ ບໍ່ພຽງແຕ່ສ້າງສິ່ງໃໝ່ໃຫ້ກັບເບຍສິງໃນຕະຫຼາດເທົ່ານັ້ນ, ແຕ່ເປັນການບອກໃຫ້ທຸກຄົນຮູ້ວ່າ ການກ້າທີ່ຈະເລີ່ມເຮັດຫຍັງກ່ອນໃຜ ສິ່ງດີໆມັນຈະເກີດຂຶ້ນກັບຄົນນັ້ນສະເໝີ.

ພາຍໃນງານໄດ້ມີແຂກຮັບເຊີນພິເສດ ເຊິ່ງເປັນຄົນລຸ້ນໃໝ່ຈາກຫຼາຍໆທຸລະກິດ ທີ່ມີຄວາມກ້າທີ່ຈະເລີ່ມເຮັດສິ່ງໃໝ່ໆເພື່ອຕົວເອງ ເປັນ New Generation ໃນຫຼາຍໆທຸລະກິດ ຂຶ້ນມາແບ່ງປັນແລກປ່ຽນປະສົບການ, ການເລີ່ມມີແນວຄວາມຄິດ ເຮັດທຸລະກິດ ທີ່ເຮັດໃຫ້ພວກເຂົາປະສົບຜົນສຳເລັດ. ສະນັ້ນ, ສິງ ຈຶ່ງຢາກເຊີນຊວນທຸກຄົນມາ Start with singha ຄິດນອກກອບ ແລະ ມາເຮັດຕາມຄວາມຝັນຂອງຕົນເອງເປັນຈິງໃຫ້ໄດ້.

ນອກຈາກນີ້, ຜູ້ເຂົ້າຮ່ວມງານທຸກຄົນຍັງໄດ້ມ່ວນມັນ ໂດຍມີ DJ ຊື່ດັງຂອງປະເທດລາວ DJ ໜູນາ ມາໃຫ້ຄວາມມ່ວນຊື່ນ ແລະ ສ້າງສີສັນໃນງານ.  Start the night with singha

ເບຍສິງ ເລີ່ມຜະລິດ ຕັ້ງແຕ່ປີ 1933 ປັດຈຸບັນ ສົ່ງອອກຫຼາຍກວ່າ 60 ປະເທດທົ່ວໂລກ ເຊິ່ງເປັນເບຍອັນດັບ 1 ຂອງປະເທດໄທ ແລະ ເບຍສິງ ໄດ້ນຳເຂົ້າມາຈໍາໜ່າຍໃນປະເທດລາວແລ້ວຫຼາຍກວ່າ 6 ປີ.

ແບ່ງປັນ