Breaking News

ແມ່ຍິງລາວເກັ່ງບໍ່ແພ້ຊາດໃດໃນໂລກ!!! ຊົມເຊີຍສາວນ້ອຍຄົນເກັ່ງ ນ້ອງປານີພອນ ຕົວແທນເດັກນ້ອຍຈາກທົ່ວໂລກ ໃນກອງປະຊຸມລະດັບໂລກ ທີ່ນິວຢອກ…

ແບ່ງປັນ

ແມ່ຍິງລາວເກັ່ງບໍ່ແພ້ຊາດໃດໃນໂລກ!!! ຊົມເຊີຍສາວນ້ອຍຄົນເກັ່ງ ນ້ອງປານີພອນ ຕົວແທນເດັກນ້ອຍຈາກທົ່ວໂລກ ໃນກອງປະຊຸມລະດັບໂລກ ທີ່ນິວຢອກ…

ເຫັນພາບແລ້ວພາກພູມໃຈຫຼາຍ ສໍາລັບ  ພາບຂອງສາວນ້ອຍ ນ້ອງ ປານີພອນ ວົງມາລາ ອາຍຸ 15 ປີ ນັກຮຽນຈາກ ໂຮງຮຽນ ມັດທະຍົມສົມບູນ ວຽງຈັນ ເປັນຕົວແທນເດັກນ້ອຍ ຈາກ ສປປ ລາວ ແລະ ເປັນຕົວແທນເດັກນ້ອຍຈາກທົ່ວໂລກ ຂຶ້ນນຳສະເໜີກ່ຽວກັບ ການສຶກສາ-ສິ່ງແວດລ້ອມ ແລະ ເປັນຜູ້ນຳທີມ ໃນການນຳສະເໜີ ໃນກອງປະຊຸມຂັ້ນສູງ Lao Generation 2030 ໃນກອງປະຊຸມໃຫຍ່ ໃນວັນເດັກໂລກ ທີ່ສຳນັກງານໃຫຍ່ອົງການສະຫະປະຊາຊາດທີ່ນິວຢອກ ສະຫະລັດອາເມລິກາ ໃນວັນທີ 20 ພະຈິກ ທີ່ຜ່ານມາ.

ໂດຍ ນາງ ປານີພອນ ກ່າວວ່າ: ກ່ອນທີ່ຈະໄປເຂົ້າຮ່ວມກອງປະຊຸມຄັ້ງສຳຄັນນີ້ ຕ້ອງກຽມຕົວສົມຄວນທັງໃນເລື່ອງຂໍ້ມູນ, ຄວາມຮູ້ ແລະ ທັກສະດ້ານພາສາອັງກິດ ເຖິງຈະເຝຶກຢູ່ຕະຫຼອດກໍຕ້ອງໄດ້ຝຶກໜັກຂຶ້ນ ເພາະນີ້ເປັນເວທີໃຫຍ່ລະດັບໂລກ ແລະ ເປັນຄັ້ງທຳອິດທີ່ໄດ້ເດີນທາງໄປສະຫະລັດອາເມລິກາ. ນ້ອງບອກວ່າ ຫົວຂໍ້ທີ່ໄດ້ຮັບຄື ການສຶກສາ ໃຊ້ເວລາ 20 ນາທີໃນການຂຶ້ນເວທີ ເນື້ອໃນສຳຄັນຄືການສຶກສາຢູ່ບ້ານເຮົາຍັງມີບັນຫາຫຍັງແດ່ , ວິທີການແກ້ໄຂ ແລະ ວິໄສທັດທີ່ນ້ອງໆເຫັນໃນປີ 2030 ທັງໝົດຕ້ອງເວົ້າເປັນພາສາອັງກິດ ກໍ່ບໍ່ງ່າຍປານໃດແຕ່ກໍ່ພະຍາຍາມຫາຂໍ້ມູນຄວາມຮູ້ຂອງປະເທດເຮົາ ໄປໃຊ້ເວລາ 20 ນາທີໃຫ້ເກີດປະໂຫຍດສູງສຸດ ເປັນຕົ້ນແມ່ນການສະແດງຄວາມຮູ້ຄວາມສາມາດໃຫ້ຊາວໂລກໄດ້ເຫັນ… ສາວໆບໍ່ຮູ້ເປັນຫຍັງ ແອັດມິ້ນພິມປະໂຫຍກນີ້ຈົບລະຮູ້ສຶກຂົນໜາວລຸກເປັນບາດເປັນບາດ ຍ້ອນຕືນເຕັ້ນແທນນ້ອງ ພ້ອມທັງພາກພູມໃຈ ແລະ ດີໃຈແທນຄົນລາວທັງປະເທດທີ່ມີເຍົາວະຊົນເກັ່ງ ແລະ ມີຄວາມສາມາດຄົນນີ້ ທີ່ເປັນໜ້າຕາໃຫ້ກັບປະເທດຊາດໃນເວທີລະດັບໂລກ ແລະ ເວທີອັນມີກຽດສູງສຸດແຫ່ງນີ້!!! ຢາກຂອບໃຈໄປຍັງຜູ້ໃຫຍ່ທີ່ເບິ່ງເຫັນຄວາມສາມາດຂອງນ້ອງ ຂໍໃຫ້ນ້ອງຢ່າຢຸດທີ່ຈະພັດທະນາຕົວເອງ ເພື່ອຈະໄດ້ນໍາພາປະເທດລາວໄປໄກໃຫ້ຊາວໂລກໄດ້ຮູ້ວ່າ ຄົນລາວ, ແມ່ຍິງລາວ, ເດັກນ້ອຍລາວ ເກັ່ງບໍ່ແພ້ຊາດໃດໃນໂລກ… ແຊຣ໌ໄປໃຫ້ໂລກຮູ້!!!

ຂອບໃຈຂໍ້ມູນຈາກ: Soupsip Update

ແບ່ງປັນ