Breaking News

ບັນຫາຂີ້ເຫຍື້ອໃນນະຄອນຫຼວງ

ແບ່ງປັນ

 

ການເກັບມ້ຽນຂີ້ເຫຍື້ອ ໃນນະຄອນຫຼວງວຽງຈັນຍັງບໍ່ສາມາດເຮັດໄດ້ຢ່າງທົ່ວເຖິງ ທ່ານ ພູດອນ ເມກສະຫວັນ ຮອງຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ໄດ້ເປີດເຜີຍວ່າ: ໜ່ວຍ ງານເກັບມ້ຽນຂີ້ເຫຍື້ອມີ 9 ພາກສ່ວນ ໃນນັ້ນ 1 ພາກສ່ວນເປັນຂອງລັດ ໄດ້ບໍລິການເກັບມ້ຽນຂີ້ເຫຍື້ອໃນລາຄາ 10.000 ກີບຕໍ່ເຂັ້ງຢູ່ບັນດາບ້ານໃນ 8 ເມືອງ ແລະ ກຳລັງປຸກລະດົມຢູ່ເມືອງສັງທອງ. ແຕ່ລະເດືອນ ຄບຕ ແລະ 9 ພາກສ່ວນ ໄດ້ປະຊຸມຖອດຖອນບົດຮຽນ ເພື່ອແກ້ໄຂ ແລະ ປັບປຸງບັນດາຂໍ້ຄົງຄ້າງ. ພ້ອມນີ້ ຄບຕ ຍັງໄດ້ ທົດລອງໃຫ້ ປະຊາຊົນພາຍໃນເມືອງ ແລະ ບ້ານ ໃຫ້ແຍກຂີ້ເຫຍື້ອ ເຫັນວ່າໄດ້ຮັບຜົນດີ ແລະ ຈະສືບຕໍ່ຈັດຕັ້ງ ປະຕິບັດຢູ່ແຕ່ລະບ້ານ ໃນທຸກໆ ເມືອງ ເພື່ອເອົາຂີ້ເຫຍື້ອທີ່ຈຳເປັນປະເພດເສດຜັກ, ໝາກໄມ້ ມາຜະລິດເປັນແກັສ. ແຕ່ລະມື້ຄົນໃນນະຄອນຫຼວງວຽງຈັນ ຜະລິດຂີ້ເຫຍື້ອມື້ລະປະມານ 300-350 ໂຕນ, ຂະນະ ທີ່ຄວາມສາມາດ ໃນການເກັບມ້ຽນຂີ້ເຫຍື້ອ ແລະ ເອົາໄປທຳລາຍຖິ້ມຢູ່ສະໜາມບຳບັດຂີ້ເຫຍື້ອຫຼັກ 32 ຂອງຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ຫຼື ອພບ ແມ່ນ 200-250 ໂຕນຕໍ່ວັນ. ສ່ວນທີ່ເຫຼື່ອ ແມ່ນປະຊາຊົນສວຍໂອກາດເອົາຂີ້ເຫຍື້ອໄປຖິ້ມ ແລະ ທຳລາຍເອງ ດ້ວຍວິທີທີ່ບໍ່ຖືກຕ້ອງເປັນຕົ້ນ ລັກຖິ້ມ ຢູ່ບ່ອນສາທາລະນະ, ຖິ້ມລົງແມ່ນ້ຳ, ຈູດທຳລາຍ ຫຼື ຝັງ ເຊິ່ງເປັນການທຳລາຍສະພາບແວດລ້ອມ.

ຂໍ້ມູນ ຂ່າວຈາກ: ຂ່າວສານປະເທດລາວ

ແບ່ງປັນ